ຫຼັງຈາກຕໍ່ສູ້ຄະດີມາຍາວນານເຖິງ 7 ປີ ໃນທີ່ສຸດສານອຸທອນ ນະຄອນບລັສເຊລ ປະເທດເບວຢຽມ ກໍມີຄຳພິພາກສາໃຫ້ ນາງ ເດລຟີນ ໂບແອລ ລູກສາວນອກສົມຣົດຂອງ ສົມເດັດພະລາຊາທີບໍດີ ອັລແບ ທີ2 ອະດີດກະສັດຂອງເບວຢຽມ ມີສິດ ແລະ ສາມາດໃຊ້ຄຳນຳໜ້າໄດ້ທັດທຽມກັບໂອຣົດ ແລະ ທິດາຄົນອື່ນໆ ຂອງອະດີດກະສັດອົງນີ້.
ສຳນັກຂ່າວ ເອເອັບພີ ລາຍງານວ່າ ຫຼັງຈາກຕໍ່ສູ້ຄະດີມາ 7 ປີ ໃນທີ່ສຸດ ນາງເດລຟີນ ໂບເອລ ສິນລະປິນຍິງ ຊາວເບວຢຽມ ອາຍຸ 52 ປີ ກໍໄດ້ຮັບການຢືນຢັນວ່າເປັນທິດາຂອງ ສົມເດັດພະລາຊາທີບໍດີ ອັລແບ ທີ2 ຈາກການເປີດເຜີຍຂອງທະນາຍຄວາມເມື່ອວັນທີ 1 ຕຸລາ ທີ່ກ່າວດ້ວຍວ່າ ໂບເອລ ຈະໄດ້ຮັບການຮອງຮັບກຽດຕິຍົດ ມີສັກເປັນ “ເຈົ້າຍິງ” ເປັນທິດາຂອງອະດີດກະສັດ ຢ່າງເປັນທາງການ ແລະ ໄດ້ຮັບນາມມະຍົດວ່າ ເດລຟີນ ແຊກ-ໂກບຣູກ ແລະ ສານຍັງເຫັນສົມຄວນຕາມຄຳຮ້ອງຂໍຂອງຜູ້ກ່ຽວ ທີ່ຂໍໃຫ້ນາງໄດ້ຮັບການປະຕິບັດເຊັ່ນດຽວກັບເອື້ອຍອ້າຍນ້ອງທີ່ມີບິດາຄົນດຽວກັບນາງ.
![](https://laox.la/wp-content/uploads/2020/10/son2-1024x666.jpg)
ທັງນີ້ ນາງໂບເອລ ໄດ້ຮ້ອງຂໍຕໍ່ສານເມື່ອປີ 2010 ເພື່ອໃຫ້ອະດີດກະສັດເບວຢຽມທີ່ຈະເລີນພັນສາ 86 ພັນສາ ຍອມຮັບວ່າຕົນເປັນທິດາໃນພະອົງ ໂດຍອ້າງວ່າ ອະດີດກະສັດໄດ້ຄົບຊູ້ກັບແມ່ຂອງຕົນເອງ ເຊິ່ງກໍຄື ນາງຊີບີ ເດີ ເຊລີ ລົງຊອງ ຈົນເຮັດໃຫ້ມີນາງເກີດຂຶ້ນມາໃນປີ 1968.
![](https://laox.la/wp-content/uploads/2020/10/son3.jpg)
ຢ່າງໃດກໍຕາມ ອະດີດກະສັດ ກໍໄດ້ສູ້ຄະດີມາຍາວນານ ແລະ ບໍ່ຍອມໃຫ້ກວດດີເອັນເອ ເຖິງແມ່ນວ່າຕໍ່ມາໃນເດືອນ ຕຸລາ 2018 ສານອຸທອນ ນະຄອນບລັສເຊລ ຈະມີຄຳສັ່ງໃຫ້ພະອົງເຂົ້າຮັບການກວດສອບດີເອັນເອ ກໍຍັງບໍ່ຍອມ ຈົນເຖິງເດືອນພຶດສະພາ 2019 ສານກໍໄດ້ມີຄຳສັ່ງໃຫ້ປັບເງິນພະອົງ 5000 ຢູໂຣ ຕໍ່ມື້ (185,000 ບາດ) ຈົນຍອມໃນເວລາຕໍ່ມາ.
ຕໍ່ມາເມື່ອເດືອນມັງກອນ 2020 ອະດີດກະສັດກໍໄດ້ຍອມຮັບວ່ານາງເປັນທິດາຂອງພະອົງດ້ວຍຕົວເອງ, ນອກຈາກນີ້ຄຳພິພາກສາຍັງເປີດໃຫ້ນາງສາມາດໃຊ້ນາມສະກຸນ “ແຊກ-ໂກເບີກ” ຂອງບິດາໄດ້ ສ່ວນລູກໆຂອງນາງໂບແອລ ກໍຈະໄດ້ກາຍເປັນ ເຈົ້າຍິງ ແລະ ເຈົ້າຊາຍແຫ່ງເບວຢຽມດ້ວຍ.
![](https://laox.la/wp-content/uploads/2020/10/son4.jpg)
ທະນາຍ ອິບ-ອອງຣີ ເລີເລີ ທະນາຍຄວາມຂອງນາງໂບເແອລໄດ້ເຜີຍກັບສຳນັກຂ່າວ ຊີເອັນເອັນວ່າ ລູກຄວາມຂອງຕົນມີຄວາມດີໃຈຫຼາຍທີ່ສານມີຄຳພິພາກສາແບບນີ້ອອກມາ ຈະໄດ້ຈົບຄວາມທຸກໂສກທີ່ໂບເອລກັບຄອບຄົວນີ້ມາຍາວນານ ແລະ ເຖິງຄຳພິພາກສານີ້ຈະແທນຄວາມຮັກຂອງພໍ່ບໍ່ໄດ້ ແຕ່ຢ່າງໜ້ອຍກໍໄດ້ຮູ້ວ່າໂລກນີ້ຍັງມີຄວາມຍຸດຕິທຳ.
ຮຽບຮຽງໂດຍ: Alounny
ຂອບໃຈຂໍ້ມູນຈາກ: https://www.sanook.com/news/8265206/?utm_echo=echobox&utm_medium=Social&utm_source=Twitter#Echobox=1601624161
https://www.matichon.co.th/foreign/news_2376464