ປົກເວັບ 46

ລັດຖະບານລາວ ໄດ້ເຜີຍແຜ່ບົດລາຍງານການໃຊ້ຈ່າຍທາງພາສີ (Tax Expenditure Report) ສະບັບທຳອິດ, ເຊິ່ງເປີດເຜີຍວ່າ ການສູນເສຍລາຍຮັບຈາກການຍົກເວັ້ນ ແລະ ນະໂຍບາຍສົ່ງເສີມທາງພາສີ ໄດ້ເພີ່ມຂຶ້ນເຖິງ 876,42 ຕື້ກີບ ໃນປີ 2023.

ບົດລາຍງານສະບັບນີ້ ໄດ້ຖືກເປີດໃຫ້ສາທາລະນະຮັບຮູ້ໃນວັນຈັນຜ່ານມາ ໂດຍກະຊວງການເງິນ ແລະ ໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ປະຈຳ ສປປ ລາວ, ເຊິ່ງເປັນການປະເມີນຜົນລາຍຮັບທີ່ສູນເສຍໄປຈາກນະໂຍບາຍພາສີທີ່ໃຫ້ການອຳນວຍຄວາມສະດວກຢ່າງຮອບດ້ານເທື່ອທຳອິດຂອງປະເທດ ແລະ ນັບເປັນກ້າວສຳຄັນໃນການສ້າງຄວາມໂປ່ງໃສທາງດ້ານການເງິນການຄັງ.

ການໃຊ້ຈ່າຍທາງພາສີ ໝາຍເຖິງລາຍຮັບທີ່ລັດຖະບານບໍ່ໄດ້ເກັບ ຍ້ອນການຍົກເວັ້ນ, ການຫຼຸດຜ່ອນ ແລະ ມາດຕະການພາສີອື່ນໆທີ່ໃຫ້ການອຳນວຍຄວາມສະດວກ. ການວັດແທກຄ່າໃຊ້ຈ່າຍດັ່ງກ່າວ ຊ່ວຍໃຫ້ຜູ້ກຳນົດນະໂຍບາຍເຂົ້າໃຈຢ່າງຈະແຈ້ງຂຶ້ນວ່າ ນະໂຍບາຍສົ່ງເສີມທາງພາສີສົ່ງຜົນກະທົບແນວໃດຕໍ່ການເງິນຂອງລັດ ພ້ອມທັງເປັນຂໍ້ມູນຫຼັກຖານສຳລັບການປະຕິຮູບໃນຕໍ່ໜ້າ.

ຈາກບົດລາຍງານທີ່ເປີດເຜີຍອອກມາພົບວ່າ ການໃຊ້ຈ່າຍທາງພາສີໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະຫຼາຍປີຜ່ານມາ. ການສູນເສຍລາຍຮັບຢູ່ທີ່ 114,86 ຕື້ກີບ ໃນປີ 2019 ກ່ອນທີ່ຈະເພີ່ມຂຶ້ນເຖິງ 395,45 ຕື້ກີບ ໃນປີ 2020, ສ່ວນໜຶ່ງເປັນຍ້ອນມາດຕະການຍົກເວັ້ນພາສີທີ່ນຳໃຊ້ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ຕົວເລກດັ່ງກ່າວຫຼຸດລົງມາຢູ່ທີ່ 287,57 ຕື້ກີບ ໃນປີ 2021 ກ່ອນຈະເພີ່ມຂຶ້ນຄືນໃໝ່ມາຢູ່ທີ່ 518,27 ຕື້ກີບ ໃນປີ 2022. ມາຮອດປີ 2023, ການໃຊ້ຈ່າຍທາງພາສີໄດ້ສູງເຖິງ 876,42 ຕື້ກີບ ເຊິ່ງເທົ່າກັບ 0,6 ສ່ວນຮ້ອຍ ຂອງຍອດຜະລິດຕະພັນລວມພາຍໃນປະເທດ (GDP).

ການຍົກເວັ້ນອາກອນມູນຄ່າເພີ່ມ ແລະ ອາກອນນຳເຂົ້າ ເປັນສ່ວນປະກອບສ່ວນໃຫຍ່ຂອງລາຍຮັບທີ່ສູນເສຍໄປ. ໃນປີ 2023, ການຍົກເວັ້ນອາກອນມູນຄ່າເພີ່ມ ໄດ້ສ້າງຄວາມສູນເສຍລາຍຮັບເຖິງ 483,43 ຕື້ກີບ, ໃນຂະນະທີ່ການຍົກເວັ້ນອາກອນນຳເຂົ້າ ສ້າງຄວາມສູນເສຍອີກ 388,20 ຕື້ກີບ.

ບົດລາຍງານໄດ້ລະບຸວ່າ ການເພີ່ມຂຶ້ນດັ່ງກ່າວແມ່ນມາຈາກນະໂຍບາຍສົ່ງເສີມການລົງທຶນທີ່ພົວພັນກັບໂຄງການສຳປະທານ ແລະ ການຍົກເວັ້ນອາກອນນຳເຂົ້າເຄື່ອງຈັກ ແລະ ວັດຖຸດິບ. ນອກຈາກນີ້, ອັດຕາເງິນເຟີ້ ແລະ ການອ່ອນຄ່າຂອງເງິນກີບ ກໍ່ໄດ້ເຮັດໃຫ້ມູນຄ່າຂອງການໃຊ້ຈ່າຍທາງພາສີສູງຂຶ້ນ ໃນເວລາຄິດໄລ່ເປັນເງິນກີບ.

ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີກະຊວງການເງິນ, ໄດ້ກ່າວວ່າ ການປະເມີນການສູນເສຍລາຍຮັບເປັນເຄື່ອງມືໜື່ງທີ່ສໍາຄັນ, ເຊິ່ງບົດລາຍງານທີ່ເຜີຍແຜ່ນີ້ ຖືເປັນການຄົ້ນຄວ້າທີ່ສຳຄັນ ໂດຍອີງໃສ່ຂໍ້ມູນຫຼັກຖານ ເພື່ອເປັນບ່ອນອີງການໃນການຄົ້ນຄວ້າ ແລະ ວາງນະໂຍບາຍ, ການຄຸ້ມຄອງການເງິນແຫ່ງລັດທີ່ໂປ່ງໃສ, ດ້ວຍຄວາມຮັບຜິດຊອບ ແລະ ຍືນຍົງຫຼາຍຂຶ້ນ.

ທ່ານ ນາງ Martine Thérer, ຜູ້ຕາງໜ້າ UNDP ປະຈຳ ສປປ ລາວ, ໄດ້ເນັ້ນໜັກວ່າ ບົດລາຍງານດັ່ງກ່າວ ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມໂດຍລວມ ໃນການສະໜອງທຶນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນບູລິມະສິດແຫ່ງຊາດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (ປີ 2026-2030).

ທ່ານເນັ້ນວ່າ ໃນທົ່ວໂລກ, ກະແສການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA) ກຳລັງຫຼຸດລົງ. ສຳລັບ ສປປ ລາວ, ການສະໜອງທຶນພາຍໃນປະເທດໄດ້ກາຍເປັນສິ່ງຈຳເປັນຕໍ່ການພັດທະນາບູລິມະສິດແຫ່ງຊາດ. ການວິເຄາະລາຍຈ່າຍດ້າຍພາສີ-ອາກອນແມ່ນຂົງເຂດການປະຕິຮູບທີ່ສຳຄັນເພື່ອເສີມສ້າງທ່າແຮງການລະດົມລາຍຮັບຂອງລັດຖະບານ”.

ຜູ້ຕາງໜ້າຈາກອົງການລັດຖະການ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ເຂົ້າຮ່ວມເພື່ອພິຈາລະນາຜົນການຄົ້ນພົບຂອງບົດລາຍງານ ແລະ ປຶກສາຫາລືແນວທາງປັບປຸງຄວາມໂປ່ງໃສ ແລະ ປະສິດທິພາບຂອງງົບປະມານ, ການແກ້ໄຂຂໍ້ຫວ່າງດ້ານການເງິນ ພ້ອມທັງສະໜັບສະໜູນບູລິມະສິດຕ່າງໆ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ສະບັບທີ 10 (2026-2030).

#LaoXperts #ເສດຖະກິດລາວ #ພາສີອາກອນ #ຍົກເວັ້ນພາສີ #ງົບປະມານລັດ #LaoEconomy #TaxExpenditureLao #LaoPDR

Comments are disabled