Bank of America (BofA) ສ້າງຄວາມຕື່ນຕົກໃຈໃຫ້ຕະຫຼາດທຶນທົ່ວໂລກ ຫຼັງອອກບົດວິເຄາະເຕືອນວ່າ ທະນາຄານກາງສະຫະລັດ (Fed) ອາດຈຳເປັນຕ້ອງປັບຂຶ້ນອັດຕາດອກເບ້ຍເຖິງ 3 ຄັ້ງໃນປີ 2026. ເປົ້າໝາຍໃໝ່ນີ້ອາດດັນດອກເບ້ຍນະໂຍບາຍພຸ່ງແຕະ 4.50% ໃນທ້າຍປີ ກະທົບຕໍ່ຕົ້ນທຶນການກູ້ຢືມຂອງທຸກພາກສ່ວນຢ່າງໜັກໜ່ວງ ພ້ອມທັງສົ່ງສັນຍານວ່າຕະຫຼາດອາດຕ້ອງແບກຮັບພາວະດອກເບ້ຍສູງລາກຍາວໄປຈົນເຖິງປີ 2028.
ຈາກເດີມທີ່ນັກວິເຄາະສ່ວນໃຫຍ່ ລວມເຖິງ BofA ເອງ ເຄີຍຄາດການວ່າທະນາຄານກາງສະຫະລັດຈະຄົງອັດຕາດອກເບ້ຍໄວ້ຕະຫຼອດທັງປີ 2026 ຫຼັງຈາກທີ່ໄດ້ຜ່ານຊ່ວງເວລາຂອງການຜ່ອນຄາຍນະໂຍບາຍມາແລ້ວ ແຕ່ລາຍງານສະບັບຫຼ້າສຸດໄດ້ພິກມຸມມອງດັ່ງກ່າວຢ່າງຫຼວງຫຼາຍ.
ອີງຕາມບົດວິເຄາະຂອງ BofA ທີ່ລາຍງານຈາກສຳນັກຂ່າວ Reuters ລະບຸວ່າ ທ່າອ່ຽງໃໝ່ນີ້ອາດເຮັດໃຫ້ອັດຕາດອກເບ້ຍນະໂຍບາຍຂອງສະຫະລັດ ແລະ ຖີບຕົວສູງຂຶ້ນສູ່ລະດັບ 4.25% ເຖິງ 4.50% ພາຍໃນທ້າຍປີ.
ສິ່ງທີ່ສ້າງຄວາມກັງວົນໃຈໃຫ້ແກ່ນັກລົງທຶນຫຼາຍທີ່ສຸດແມ່ນ ການປະເມີນທີ່ວ່າ Fed ອາດຈະບໍ່ສາມາດກັບມາຫຼຸດອັດຕາດອກເບ້ຍໄດ້ເລີຍຈົນກວ່າຈະເຖິງປີ 2028 ເຊິ່ງຖືເປັນການຮັກສາລະດັບດອກເບ້ຍທີ່ເຄັ່ງຄັດຍາວນານກວ່າທີ່ເຄີຍຄາດຄະເນໄວ້ໃນອະດີດຢ່າງຫຼວງຫຼາຍ.
ສຳລັບປະເທດລາວແລ້ວ ຜົນກະທົບທີ່ເຫັນໄດ້ແຈ້ງ ແລະ ໄວທີ່ສຸດຈາກການແຂງຄ່າຂອງເງິນໂດລາຄື ການອ່ອນຄ່າລົງຕື່ມອີກຂອງເງິນກີບ. ເມື່ອເງິນໂດລາຖີບຕົວສູງຂຶ້ນ ອັດຕາແລກປ່ຽນເງິນກີບຕໍ່ໂດລາຈະຖືກກົດດັນຢ່າງໜັກ ເຊິ່ງຈະກາຍເປັນຕົ້ນເຫດສຳຄັນທີ່ດຶງເອົາບັນຫາ ເງິນເຟີ້ຈາກການນຳເຂົ້າ (Imported Inflation) ໃຫ້ກັບມາຮຸນແຮງຂຶ້ນ.
ເນື່ອງຈາກ ສປປ ລາວ ເປັນປະເທດທີ່ຍັງຕ້ອງເພິ່ງພາການນຳເຂົ້າສິນຄ້າອຸປະໂພກບໍລິໂພກ, ເຄື່ອງກົນຈັກ ແລະ ທີ່ສຳຄັນທີ່ສຸດຄື “ພະລັງງານ ແລະ ນ້ຳມັນເຊື້ອໄຟ” ຈາກຕ່າງປະເທດເປັນຫຼັກ.
ສາເຫດຫຼັກທີ່ຢູ່ເບື້ອງຫຼັງການປ່ຽນແປງມຸມມອງຄັ້ງນີ້ ມາຈາກປັດໄຈພື້ນຖານຂອງເສດຖະກິດສະຫະລັດທີ່ຍັງຄົງຮັກສາຄວາມແຂງແກ່ນໄດ້ດີກວ່າທີ່ຄາດໄວ້ ໂດຍສະເພາະຄວາມຢືດຢຸ່ນຂອງຕະຫຼາດແຮງງານ. ໃນຂະນະດຽວກັນ, ບັນຫາໄພເງິນເຟີ້ກໍຍັງຄົງເປັນໜາມຍອກເອິກທີ່ແກ້ບໍ່ຕົກ.
ທະນາຄານປະເມີນວ່າ ອັດຕາເງິນເຟີ້ພື້ນຖານ (Core PCE Inflation) ໃນປີ 2026 ອາດຈະຊົງຕົວຢູ່ໃນລະດັບສູງເຖິງ 3.6% ເຊິ່ງຍັງຄົງຫ່າງໄກຈາກເປົ້າໝາຍ 2% ທີ່ Fed ໄດ້ວາງໄວ້ຢ່າງຊັດເຈນ.
ນອກຈາກນັ້ນ, ລາຍງານຍັງໄດ້ຂະຫຍາຍຄວາມໜ້າສົນໃຈໄປເຖິງການປ່ຽນແປງທາງດ້ານການນຳ ໂດຍພາຍໃຕ້ການບໍລິຫານຂອງປະທານ Fed ຄົນໃໝ່ຄື ທ່ານ Kevin Warsh, ນະໂຍບາຍການເງິນມີແນວໂນ້ມທີ່ຈະຫັນໄປສູ່ທິດທາງທີ່ ເຄັ່ງຄັດ ຫຼາຍກວ່າທີ່ຕະຫຼາດເຄີຍຄາດການໄວ້.
#LaoXperts #BankOfAmerica #Fed #KevinWarsh #ອັດຕາດອກເບ້ຍ #ເສດຖະກິດສະຫະລັດ #ເງິນເຟີ້ #ຕະຫຼາດທຶນ #ການລົງທຶນ


