ຍຸກ AI ກັບຄວາມທ້າທາຍດ້ານໄຟຟ້າ ອາຊີ-ປາຊີຟິກ ຄວນຜະລິດເພີ່ມ ຫຼື ເຊື່ອມໂຍງໃຫ້ຫຼາຍຂຶ້ນ?
ການຂະຫຍາຍຕົວຂອງ AI ແລະ ສູນຂໍ້ມູນ ກຳລັງສ້າງຄວາມຕ້ອງການໄຟຟ້າມະຫາສານ ຂະນະທີ່ຂໍ້ສະເໜີເຊື່ອມໂຍງໄຟຟ້າລະຫວ່າງ ຈີນ, ລາວ ແລະ ໄທ ສະທ້ອນໂອກາດໃໝ່ຂອງການຄ້າພະລັງງານ ແລະ ການພັດທະນາເສດຖະກິດດິຈິຕອນໃນພາກພື້ນ.
ການຂະຫຍາຍຕົວຢ່າງໄວວາຂອງປັນຍາປະດິດ (AI) ກຳລັງເຮັດໃຫ້ໄຟຟ້າກາຍເປັນໜຶ່ງໃນປັດໄຈສຳຄັນທີ່ກຳນົດຄວາມສາມາດໃນການແຂ່ງຂັນທາງເສດຖະກິດຂອງບັນດາປະເທດໃນອາຊີ-ປາຊີຟິກ ໂດຍສະເພາະການມີແຫຼ່ງໄຟຟ້າທີ່ໝັ້ນຄົງ, ລາຄາເໝາະສົມ ແລະ ປ່ອຍຄາບອນຕ່ຳ.
ຕາມຂໍ້ມູນຈາກ ບໍລິສັດ China Southern Power Grid Lancang-Mekong International Co., Ltd. (CSG-LMI), ການພັດທະນາອຸດສາຫະກຳ AI ແລະ ສູນຂໍ້ມູນ ກຳລັງສ້າງຄວາມທ້າທາຍໃໝ່ໃຫ້ແກ່ລະບົບພະລັງງານ ເນື່ອງຈາກຄວາມຕ້ອງການໄຟຟ້າເພີ່ມຂຶ້ນໄວກວ່າການຂະຫຍາຍໂຄງລ່າງພື້ນຖານໄຟຟ້າໃນບາງພື້ນທີ່.
ປະເດັນນີ້ຖືກຍົກຂຶ້ນມາໃນກອງປະຊຸມສຸດຍອດຜູ້ບໍລິຫານທຸລະກິດ APEC CEO Summit 2026 ທີ່ນະຄອນເຊິນເຈີ້ນ ປະເທດຈີນ ໃນວັນທີ 17 ພະຈິກ 2026.
ໃນໂອກາດດັ່ງກ່າວ, ທ່ານ ທ່ານ ສຸພະກິດ ເຈຍລະວານົນ ປະທານກຸ່ມບໍລິສັດ ເຈຣິນໂພກກະພັນ (CP Group) ຂອງໄທ ໄດ້ຍົກຄຳຖາມສຳຄັນວ່າ ຈະເຮັດແນວໃດໃຫ້ການສະໜອງໄຟຟ້າສາມາດຮອງຮັບຄວາມຕ້ອງການພະລັງງານສຳລັບການປະມວນຜົນຂໍ້ມູນທີ່ກຳລັງເພີ່ມຂຶ້ນຢ່າງໄວວາ.
ທ່ານໄດ້ສະເໜີໃຫ້ສຶກສາຄວາມເປັນໄປໄດ້ໃນການເຊື່ອມໂຍງລະບົບໄຟຟ້າລະຫວ່າງ ຈີນ, ລາວ ແລະ ໄທ ເພື່ອສະໜັບສະໜູນການພັດທະນາ AI ຂອງໄທ ແລະ ສ້າງຜົນປະໂຫຍດຮ່ວມກັນໃຫ້ທັງສາມປະເທດ.
ຂໍ້ສະເໜີນີ້ສະທ້ອນຄວາມທ້າທາຍທີ່ກວ້າງຂວາງກວ່ານັ້ນສຳລັບພາກພື້ນອາຊີ-ປາຊີຟິກ ນັ້ນຄື ຈະພັດທະນາໂຄງລ່າງພື້ນຖານໄຟຟ້າໃຫ້ທັນກັບຄວາມຕ້ອງການປະມວນຜົນຂໍ້ມູນໄດ້ແນວໃດ ແລະ ການຮ່ວມມືດ້ານໄຟຟ້າລະດັບພາກພື້ນຈະຊ່ວຍເພີ່ມທາງເລືອກໄດ້ຫຼາຍປານໃດ ໃນເມື່ອແຫຼ່ງພະລັງງານ ແລະ ສູນກາງຄວາມຕ້ອງການໄຟຟ້າຕັ້ງຢູ່ຄົນລະພື້ນທີ່.
ໃນຍຸກ AI, ຄວາມສາມາດໃນການແຂ່ງຂັນຈະບໍ່ໄດ້ຂຶ້ນກັບພຽງແຕ່ຊິບປະມວນຜົນ ຫຼື ເຕັກໂນໂລຊີອັນກໍຣິທຶມເທົ່ານັ້ນ, ແຕ່ຍັງຂຶ້ນກັບຄວາມສາມາດໃນການເຂົ້າເຖິງໄຟຟ້າທີ່ມີຄຸນນະພາບ, ມີລາຄາທີ່ສາມາດແຂ່ງຂັນໄດ້ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
ຄວາມຕ້ອງການໄຟຟ້າຈາກ AI ເພີ່ມຂຶ້ນ ແຕ່ໂຄງລ່າງພື້ນຖານຈະຮອງຮັບໄດ້ຫຼືບໍ່?
ອາຊີຕາເວັນອອກສຽງໃຕ້ ກຳລັງກ້າວຂຶ້ນເປັນໜຶ່ງໃນສູນກາງການເຕີບໂຕຂອງເສດຖະກິດດິຈິຕອນໂລກ. ແຕ່ການຂະຫຍາຍຕົວຢ່າງໄວວາຂອງ AI ແລະ ສູນຂໍ້ມູນ ກຳລັງເຮັດໃຫ້ຊ່ອງຫວ່າງລະຫວ່າງການພັດທະນາດິຈິຕອນ ແລະ ລະບົບໄຟຟ້າ ປາກົດຊັດເຈນຂຶ້ນ.
ຂໍ້ມູນຈາກ CSG-LMI ໄດ້ຍົກຕົວຢ່າງເຂດລະບຽງເສດຖະກິດພາກຕາເວັນອອກຂອງໄທ (Eastern Economic Corridor) ຊຶ່ງມີໂຄງການສູນຂໍ້ມູນໃນແຜນພັດທະນາລວມປະມານ 2.87 ກິກະວັດ (GW) ໂດຍກະຈຸກຕົວຢູ່ໃນແຂວງຊົນບຸຣີ, ຣະຍອງ ແລະ ສະເຊີງເຊົາ.
ຢ່າງໃດກໍຕາມ, ຕົວເລກ 2.87 GW ບໍ່ແມ່ນກຳລັງຂອງສູນຂໍ້ມູນທີ່ເປີດດຳເນີນງານແລ້ວທັງໝົດ, ແຕ່ກວມເອົາໂຄງການທີ່ປະກາດແຜນ, ໄດ້ຮັບອະນຸມັດ ແລະ ກຳລັງກໍ່ສ້າງ. ເຖິງຢ່າງນັ້ນ ຕົວເລກນີ້ກໍສະທ້ອນໃຫ້ເຫັນຂະໜາດຄວາມຕ້ອງການໄຟຟ້າທີ່ອາດຈະເພີ່ມຂຶ້ນໃນອະນາຄົດ.
ໃນຂະນະດຽວກັນ, ສະຖານີໄຟຟ້າຍ່ອຍບາງແຫ່ງໃນພື້ນທີ່ກໍກຳລັງໃກ້ຮອດຂີດຈຳກັດຂອງການຮອງຮັບ, ເຮັດໃຫ້ໂຄງການສູນຂໍ້ມູນຂະໜາດໃຫຍ່ບາງໂຄງການຕ້ອງໃຊ້ເວລາດົນຂຶ້ນໃນການລໍຖ້າເຊື່ອມຕໍ່ເຂົ້າລະບົບໄຟຟ້າ.
ສ່ວນຢູ່ສິງກະໂປ, ຂໍ້ຈຳກັດດ້ານທີ່ດິນ, ໄຟຟ້າ ແລະ ນ້ຳ ກຳລັງກະຕຸ້ນໃຫ້ການລົງທຶນສູນຂໍ້ມູນໃໝ່ບາງສ່ວນຂະຫຍາຍໄປສູ່ປະເທດໃກ້ຄຽງ.
ລັດຈໍໂຮ ຂອງມາເລເຊຍ ຊຶ່ງມີທີ່ຕັ້ງໃກ້ກັບສິງກະໂປ ແລະ ມີພື້ນທີ່ດິນຮອງຮັບການພັດທະນາ ຈຶ່ງກຳລັງກາຍເປັນຈຸດໝາຍສຳຄັນຂອງການລົງທຶນສູນຂໍ້ມູນຂະໜາດໃຫຍ່.
ສະຖານະການເຫຼົ່ານີ້ສະທ້ອນບັນຫາພື້ນຖານທີ່ວ່າ ການຂະຫຍາຍກຳລັງປະມວນຜົນຂໍ້ມູນ, ກຳລັງຜະລິດໄຟຟ້າ ແລະ ໂຄງລ່າງພື້ນຖານຕາຂ່າຍໄຟຟ້າ ບໍ່ໄດ້ເຕີບໂຕໄປໃນອັດຕາດຽວກັນ ຫຼື ຢູ່ໃນພື້ນທີ່ດຽວກັນສະເໝີໄປ.
ເຖິງແມ່ນວ່າປະເທດໃດໜຶ່ງຈະມີກຳລັງຜະລິດໄຟຟ້າໂດຍລວມພຽງພໍ, ແຕ່ກໍອາດຈະບໍ່ສາມາດຮອງຮັບຄວາມຕ້ອງການໄຟຟ້າໃໝ່ໃນບາງພື້ນທີ່ໄດ້ ຫາກລະບົບສາຍສົ່ງ ແລະ ລະບົບຈຳໜ່າຍໄຟຟ້າໃນທ້ອງຖິ່ນຍັງມີຂໍ້ຈຳກັດ.
ນອກຈາກນີ້, ລັກສະນະຄວາມຕ້ອງການໄຟຟ້າຂອງນັກລົງທຶນກໍກຳລັງປ່ຽນແປງ. ນອກເໜືອຈາກປະລິມານການສະໜອງແລ້ວ, ຄວາມໝັ້ນຄົງຂອງລະບົບໄຟຟ້າ, ສະຖຽນລະພາບດ້ານລາຄາ, ການເຂົ້າເຖິງພະລັງງານສະອາດ ແລະ ການສາມາດກວດສອບຢືນຢັນຄຸນລັກສະນະດ້ານສິ່ງແວດລ້ອມຂອງໄຟຟ້າ ກຳລັງກາຍເປັນປັດໄຈສຳຄັນຕໍ່ການຕັດສິນໃຈລົງທຶນ.
ຕາມຂໍ້ມູນຂອງອົງການພະລັງງານສາກົນ (International Energy Agency – IEA) ທີ່ CSG-LMI ນຳມາອ້າງອີງ, ໃນປີ 2025 ຂະແໜງເຕັກໂນໂລຊີກວມເອົາປະມານ 40 ເປີເຊັນ ຂອງສັນຍາຊື້ຂາຍໄຟຟ້າຈາກພະລັງງານໝູນວຽນຂອງພາກທຸລະກິດ.
ຕົວເລກດັ່ງກ່າວສະທ້ອນວ່າ ການຮອງຮັບຄວາມຕ້ອງການໄຟຟ້າທີ່ເພີ່ມຂຶ້ນ ຄວບຄູ່ກັບການຫຼຸດຜ່ອນການປ່ອຍຄາບອນ ກຳລັງກາຍເປັນບູລິມະສິດຮ່ວມກັນຂອງລະບົບພະລັງງານໃນພາກພື້ນ.
ຈາກການຜະລິດໄຟຟ້າພາຍໃນປະເທດ ສູ່ການໃຊ້ຊັບພະຍາກອນຮ່ວມກັນໃນພາກພື້ນ
ການເພີ່ມກຳລັງຜະລິດໄຟຟ້າພາຍໃນປະເທດ ແລະ ການປັບປຸງລະບົບຕາຂ່າຍໄຟຟ້າຍັງຄົງເປັນພື້ນຖານສຳຄັນຂອງການຮອງຮັບຄວາມຕ້ອງການໃຊ້ໄຟຟ້າທີ່ເພີ່ມຂຶ້ນ.
ແຕ່ສຳລັບບັນດາປະເທດໃນອາຊີ-ປາຊີຟິກ ທີ່ມີຊັບພະຍາກອນພະລັງງານ, ໂຄງສ້າງອຸດສາຫະກຳ ແລະ ຄວາມຕ້ອງການພັດທະນາແຕກຕ່າງກັນ, ການເຊື່ອມໂຍງລະບົບໄຟຟ້າຂ້າມຊາຍແດນສາມາດຊ່ວຍຂະຫຍາຍທາງເລືອກດ້ານການສະໜອງພະລັງງານໄດ້.
ອາຊີຕາເວັນອອກສຽງໃຕ້ມີຊັບພະຍາກອນພະລັງງານນ້ຳ, ແສງຕາເວັນ ແລະ ລົມ ຢ່າງຫຼວງຫຼາຍ. ແນວໃດກໍຕາມ, ພື້ນທີ່ທີ່ມີທ່າແຮງສູງໃນການຜະລິດພະລັງງານໝູນວຽນ ບໍ່ໄດ້ຢູ່ໃນຈຸດດຽວກັນກັບສູນກາງທີ່ມີຄວາມຕ້ອງການໃຊ້ໄຟຟ້າສູງສະເໝີໄປ.
ບາງປະເທດມີໂອກາດຫຼາຍໃນການພັດທະນາພະລັງງານໝູນວຽນ, ໃນຂະນະທີ່ບາງປະເທດປະເຊີນກັບຂໍ້ຈຳກັດດ້ານທີ່ດິນ, ນ້ຳ ແລະ ແຫຼ່ງພະລັງງານພາຍໃນ.
ການເຊື່ອມໂຍງລະບົບໄຟຟ້າຂ້າມຊາຍແດນຈຶ່ງສາມາດຊ່ວຍຫຼຸດຊ່ອງຫວ່າງດັ່ງກ່າວ ໂດຍເປີດໂອກາດໃຫ້ປະເທດຕ່າງໆ ນຳໃຊ້ຊັບພະຍາກອນທີ່ສາມາດເສີມກັນ ແລະ ສົ່ງໄຟຟ້າສະອາດໄປຍັງພື້ນທີ່ທີ່ມີຄວາມຕ້ອງການ.
CSG-LMI ລະບຸວ່າ ຜົນປະໂຫຍດຂອງການເຊື່ອມໂຍງໄຟຟ້າບໍ່ໄດ້ຈຳກັດຢູ່ພຽງການຊື້ຂາຍໄຟຟ້າລະຫວ່າງປະເທດເທົ່ານັ້ນ, ແຕ່ຍັງກວມເອົາການແບ່ງປັນກຳລັງຜະລິດສຳຮອງ ແລະ ຄວາມຍືດຫຍຸ່ນຂອງລະບົບໄຟຟ້າ.
ລະບົບໄຟຟ້າທີ່ເຊື່ອມໂຍງກັນສາມາດສ້າງທາງເລືອກເພີ່ມເຕີມໃນການສະໜອງໄຟຟ້າ ໃນກໍລະນີເກີດສະພາບອາກາດຮຸນແຮງ, ຄວາມຕ້ອງການໄຟຟ້າເພີ່ມຂຶ້ນຢ່າງກະທັນຫັນ ຫຼື ການຢຸດຊະງັກຂອງແຫຼ່ງພະລັງງານບາງປະເພດ.
ການແບ່ງປັນຊັບພະຍາກອນ ແລະ ກຳລັງສຳຮອງລະຫວ່າງລະບົບໄຟຟ້າ ຈຶ່ງສາມາດຊ່ວຍເສີມສ້າງຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມສາມາດໃນການຮັບມືກັບຄວາມຜັນຜວນຂອງລະບົບໂດຍລວມ.
ສິ່ງສຳຄັນແມ່ນ ການເຊື່ອມໂຍງໄຟຟ້າລະດັບພາກພື້ນ ແລະ ຄວາມໝັ້ນຄົງດ້ານພະລັງງານພາຍໃນປະເທດ ບໍ່ແມ່ນເປົ້າໝາຍທີ່ຂັດແຍ່ງກັນ.
ການເຊື່ອມຕໍ່ໄຟຟ້າຂ້າມຊາຍແດນບໍ່ໄດ້ເຂົ້າມາທົດແທນຄວາມສາມາດດ້ານພະລັງງານພາຍໃນປະເທດ ແລະ ກໍບໍ່ຈຳເປັນຕ້ອງສ້າງການເພິ່ງພາຝ່າຍດຽວ.
ໃນທາງກົງກັນຂ້າມ, ການຊື້ຂາຍໄຟຟ້າສອງທິດທາງ ແລະ ການນຳໃຊ້ຊັບພະຍາກອນທີ່ເສີມກັນ ສາມາດເພີ່ມທາງເລືອກໃຫ້ປະເທດທີ່ເຂົ້າຮ່ວມ ພ້ອມທັງສະໜັບສະໜູນເປົ້າໝາຍດ້ານຄວາມໝັ້ນຄົງພະລັງງານ ແລະ ການພັດທະນາຂອງແຕ່ລະປະເທດ.
ເຊື່ອມໂຍງໂຄງລ່າງພື້ນຖານ ແລະ ຕະຫຼາດໄຟຟ້າໃຫ້ໄປຄຽງຄູ່ກັນ
ໂຄງຂ່າຍໄຟຟ້າອາຊຽນ (ASEAN Power Grid) ຖືເປັນກອບການຮ່ວມມືທີ່ສຳຄັນໃນການຂະຫຍາຍການເຊື່ອມໂຍງໄຟຟ້າລະດັບພາກພື້ນ.
ຕາມຂໍ້ມູນຂອງ CSG-LMI, ການສຶກສາດ້ານການເຊື່ອມໂຍງລະບົບໄຟຟ້າລະດັບພາກພື້ນຂອງສູນພະລັງງານອາຊຽນ (ASEAN Centre for Energy) ໄດ້ລະບຸ 18 ໂຄງການບູລິມະສິດ ຊຶ່ງສະທ້ອນໃຫ້ເຫັນທ່າແຮງສຳຄັນສຳລັບການຂະຫຍາຍລະບົບໄຟຟ້າຂ້າມຊາຍແດນໃນອະນາຄົດ.
ຢ່າງໃດກໍຕາມ, ການກໍ່ສ້າງສາຍສົ່ງໄຟຟ້າພຽງຢ່າງດຽວຍັງບໍ່ພຽງພໍທີ່ຈະເຮັດໃຫ້ວິໄສທັດດັ່ງກ່າວສາມາດສ້າງຜົນປະໂຫຍດທີ່ເປັນຮູບປະທຳ.
CSG-LMI ໄດ້ຍົກສາມບູລິມະສິດສຳຄັນທີ່ຄວນໄດ້ຮັບຄວາມເອົາໃຈໃສ່.
ປະການທີໜຶ່ງ: ປະສານການວາງແຜນໄຟຟ້າໃຫ້ສອດຄ່ອງກັບການພັດທະນາດິຈິຕອນ.
ຄວາມຕ້ອງການໄຟຟ້າຂອງສູນຂໍ້ມູນຄວນຖືກນຳເຂົ້າໃນການວາງແຜນພັດທະນາລະບົບໄຟຟ້າຕັ້ງແຕ່ໄລຍະຕົ້ນ, ໂດຍມີການປະສານງານຢ່າງໃກ້ຊິດລະຫວ່າງການຜະລິດໄຟຟ້າ, ການຂະຫຍາຍຕາຂ່າຍໄຟຟ້າ, ລະບົບກັກເກັບພະລັງງານ ແລະ ການພັດທະນາອຸດສາຫະກຳ.
ແຜນພັດທະນາໄຟຟ້າແຫ່ງຊາດຄວນມີຄວາມສອດຄ່ອງກັບແຜນການເຊື່ອມໂຍງໄຟຟ້າລະດັບພາກພື້ນໃຫ້ຫຼາຍຂຶ້ນ.
ພ້ອມກັນນັ້ນ, ການປັບປຸງປະສິດທິພາບຂອງສູນຂໍ້ມູນ ໂດຍສະເພາະລະບົບລະບາຍຄວາມຮ້ອນ ແລະ ການບໍລິຫານຈັດການນ້ຳ ກໍສາມາດຊ່ວຍຫຼຸດຄວາມກົດດັນຕໍ່ລະບົບໄຟຟ້າ ແລະ ຊັບພະຍາກອນອື່ນໆ ໄດ້.
ປະການທີສອງ: ເສີມສ້າງຕະຫຼາດຊື້ຂາຍໄຟຟ້າຂ້າມຊາຍແດນ.
ການຮ່ວມມືລະດັບພາກພື້ນຄວນຊຸກຍູ້ໃຫ້ມີກົນໄກທີ່ສາມາດນຳໃຊ້ໄດ້ຈິງ ໂດຍຍຶດຫຼັກການເຄົາລົບນະໂຍບາຍພະລັງງານ ແລະ ລະບຽບກົດໝາຍຂອງແຕ່ລະປະເທດທີ່ເຂົ້າຮ່ວມ.
ກົນໄກດັ່ງກ່າວກວມເອົາການເຂົ້າໃຊ້ລະບົບສາຍສົ່ງໄຟຟ້າ, ການຈັດສັນຂີດຄວາມສາມາດຂອງລະບົບ, ການຊຳລະສະສາງທຸລະກຳໃນຕະຫຼາດ ແລະ ການຮັບຮູ້ໃບຢັ້ງຢືນພະລັງງານໝູນວຽນຮ່ວມກັນ.
ການພັດທະນາກົນໄກເຫຼົ່ານີ້ຈະຊ່ວຍໃຫ້ໄຟຟ້າສະອາດບໍ່ພຽງແຕ່ສາມາດສົ່ງຜ່ານຊາຍແດນໄດ້, ແຕ່ຍັງສາມາດຊື້ຂາຍ, ວັດແທກ ແລະ ກວດສອບຢືນຢັນໄດ້ຢ່າງໂປ່ງໃສ.
ລະບົບດັ່ງກ່າວຈະຊ່ວຍສະໜັບສະໜູນເປົ້າໝາຍດ້ານຄວາມຍືນຍົງຂອງອຸດສາຫະກຳດິຈິຕອນ ຊຶ່ງກຳລັງໃຫ້ຄວາມສຳຄັນຫຼາຍຂຶ້ນຕໍ່ການນຳໃຊ້ໄຟຟ້າສະອາດ.
ປະການທີສາມ: ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ ແລະ ການເງິນ.
ລັດຖະບານ, ຜູ້ດຳເນີນກິດຈະການໄຟຟ້າ, ບໍລິສັດເຕັກໂນໂລຊີ, ສະຖາບັນການເງິນ ແລະ ທະນາຄານພັດທະນາຫຼາຍຝ່າຍ ສາມາດນຳຄວາມຮູ້ ແລະ ຄວາມຊຳນານຂອງແຕ່ລະຝ່າຍມາເສີມກັນ ເພື່ອຊຸກຍູ້ການພັດທະນາຕາຂ່າຍໄຟຟ້າ, ລະບົບກັກເກັບພະລັງງານ, ປະສິດທິພາບດ້ານພະລັງງານ ແລະ ການຊື້ຂາຍໄຟຟ້າຂ້າມຊາຍແດນ.
ການຮ່ວມມືໃນການພັດທະນາໂຄງການ ແລະ ການລະດົມທຶນ ຈະເປັນປັດໄຈສຳຄັນທີ່ເຮັດໃຫ້ໂຄງລ່າງພື້ນຖານໄຟຟ້າລະດັບພາກພື້ນມີຄວາມຄຸ້ມຄ່າທາງທຸລະກິດ ແລະ ສາມາດດຳເນີນໄປໄດ້ຢ່າງຍືນຍົງໃນໄລຍະຍາວ.
ການພັດທະນາໂຄງລ່າງພື້ນຖານທາງກາຍະພາບ ແລະ ກົນໄກຕະຫຼາດຈຶ່ງຈຳເປັນຕ້ອງດຳເນີນໄປຄຽງຄູ່ກັນ.
ການປະສານມາດຕະຖານທາງເຕັກນິກ, ຂໍ້ກຳນົດດ້ານກົດລະບຽບ ແລະ ຊັບພະຍາກອນທາງການເງິນໃຫ້ສອດຄ່ອງກັນ ຈະຊ່ວຍໃຫ້ການຮ່ວມມືດ້ານພະລັງງານລະດັບພາກພື້ນສາມາດສ້າງຜົນປະໂຫຍດດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມໄດ້ຫຼາຍຂຶ້ນ.
ຈີນ-ລາວ ກັບການເຊື່ອມໂຍງໄຟຟ້າ ແລະ ໂອກາດໃໝ່ຂອງພາກພື້ນ
ໜຶ່ງໃນຕົວຢ່າງສຳຄັນທີ່ CSG-LMI ຍົກຂຶ້ນມາແມ່ນໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ (kV) ລະຫວ່າງ ຈີນ ແລະ ລາວ.
ຕາມຂໍ້ມູນຂອງບໍລິສັດ, ໂຄງການດັ່ງກ່າວໄດ້ເປີດດຳເນີນງານໃນເດືອນເມສາ 2026 ໂດຍເປັນໂຄງລ່າງພື້ນຖານໃໝ່ທີ່ຊ່ວຍຮອງຮັບການຊື້ຂາຍໄຟຟ້າສະອາດໃນຂະໜາດທີ່ໃຫຍ່ຂຶ້ນ ແລະ ການສົ່ງໄຟຟ້າສອງທິດທາງລະຫວ່າງສອງປະເທດ.
ໂຄງການນີ້ຖືເປັນຕົວຢ່າງຂອງການຮ່ວມມືດ້ານໄຟຟ້າຂ້າມຊາຍແດນ ທີ່ສາມາດຊ່ວຍໃຫ້ການຈັດສັນ ແລະ ການນຳໃຊ້ຊັບພະຍາກອນພະລັງງານມີປະສິດທິພາບຫຼາຍຂຶ້ນ, ພ້ອມທັງສະໜອງບົດຮຽນສຳລັບການຂະຫຍາຍການຮ່ວມມືລະດັບພາກພື້ນໃນອະນາຄົດ.
ນັບແຕ່ໂຄງຂ່າຍໄຟຟ້າອາຊຽນ ໄປຈົນເຖິງການຮ່ວມມືດ້ານໄຟຟ້າໃນພາກພື້ນລ້ານຊ້າງ-ແມ່ຂອງ ແລະ ການປຶກສາຫາລືພາຍໃຕ້ກອບການຮ່ວມມື APEC ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, ການພັດທະນາດິຈິຕອນ ແລະ ຄວາມຍືນຍົງ, ການເຊື່ອມໂຍງລະບົບພະລັງງານກຳລັງກາຍເປັນຂໍ້ຕໍ່ສຳຄັນລະຫວ່າງການຫັນປ່ຽນສູ່ເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ.
AI ບໍ່ພຽງແຕ່ກຳລັງປ່ຽນແປງໂລກເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງກຳລັງປ່ຽນວິທີການຜະລິດ, ການສົ່ງຈ່າຍ ແລະ ການຊົມໃຊ້ໄຟຟ້າອີກດ້ວຍ.
ສຳລັບບັນດາປະເທດໃນອາຊີ-ປາຊີຟິກ, ຄວາມທ້າທາຍສຳຄັນຈຶ່ງບໍ່ໄດ້ມີພຽງແຕ່ການຜະລິດໄຟຟ້າໃຫ້ພຽງພໍເທົ່ານັ້ນ, ແຕ່ຍັງຕ້ອງຮັບປະກັນວ່າ ຄວາມແຕກຕ່າງດ້ານຊັບພະຍາກອນພະລັງງານ ແລະ ລະດັບການພັດທະນາ ຈະບໍ່ກາຍເປັນອຸປະສັກຕໍ່ການເຂົ້າມາມີສ່ວນຮ່ວມໃນເສດຖະກິດດິຈິຕອນ.
ເຊັ່ນດຽວກັບເຄືອຂ່າຍດິຈິຕອນທີ່ເຊື່ອມຕໍ່ຜູ້ຄົນ, ທຸລະກິດ ແລະ ຕະຫຼາດຂ້າມຊາຍແດນ, ລະບົບໄຟຟ້າທີ່ເຊື່ອມໂຍງກັນກໍສາມາດເຊື່ອມຕໍ່ແຫຼ່ງຊັບພະຍາກອນພະລັງງານ ເຂົ້າກັບສູນກາງຄວາມຕ້ອງການໄຟຟ້າແຫ່ງໃໝ່ໄດ້.
ການປະສານການພັດທະນາໂຄງລ່າງພື້ນຖານດ້ານດິຈິຕອນ ແລະ ພະລັງງານໃຫ້ສອດຄ່ອງກັນ, ຄຽງຄູ່ກັບການຊຸກຍູ້ຄວາມຮ່ວມມືທີ່ເປີດກວ້າງ, ສາມາດນຳໄປປະຕິບັດໄດ້ຈິງ ແລະ ສ້າງຜົນປະໂຫຍດຮ່ວມກັນ ຈະຊ່ວຍໃຫ້ບັນດາເສດຖະກິດໃນອາຊີ-ປາຊີຟິກ ສາມາດປ່ຽນຄວາມທ້າທາຍດ້ານໄຟຟ້າໃນຍຸກ AI ໃຫ້ກາຍເປັນໂອກາດສຳລັບການສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການເຕີບໂຕຢ່າງຍືນຍົງ.
ໝາຍເຫດ: ບົດບັນນາທິການ
#LaoXperts #Laos #AI #EnergySecurity #ASEANPowerGrid #ChinaLaosThailand #RenewableEnergy #DigitalEconomy #PowerConnectivity #DataCentres #EnergyTransition #AsiaPacific #ເສດຖະກິດລາວ #ພະລັງງານ #ລາວຈີນໄທ


