ທ່ານ ຄຽນ ສະຕາເມີ (Keir Starmer) ໄດ້ປະກາດລາອອກຈາກຕຳແໜ່ງ ນາຍົກລັດຖະມົນຕີແຫ່ງ ປະເທດອັງກິດ ໃນວັນຈັນທີ່ຜ່ານມາ ຫຼັງຕົນເອງສູນເສຍການສະໜັບສະໜູນ ແລະ ບໍ່ສາມາດນຳພາພັກແຮງງານສູ້ເສິກເລືອກຕັ້ງປີ 2029 ໄດ້ອີກຕໍ່ໄປ ຫຼັງຈາກປະຊາຊົນບໍ່ພໍໃຈຜົນງານການບໍລິຫານ.
Reuter ລາຍງານວ່າ ການຕັດສິນໃຈດັ່ງກ່າວສົ່ງຜົນໃຫ້ຄ່າເງິນປອນແຂງຄ່າຂຶ້ນທັນທີຮັບການປ່ຽນຖ່າຍອຳນາດໄປສູ່ ທ່ານ ແອນດີ ເບີນແຮມ (Andy Burnham), ແຕ່ພ້ອມດຽວກັນກໍໄດ້ສ້າງແຮງກະສະເທືອນທາງການເມືອງຢ່າງໜັກ ເມື່ອຜູ້ນຳພັກຝ່າຍຄ້ານສວຍໂອກາດຮຽກຮ້ອງໃຫ້ມີການເລືອກຕັ້ງທົ່ວໄປໃໝ່ທັນທີ ທ່າມກາງຄວາມບໍ່ແນ່ນອນຂອງທິດທາງນະໂຍບາຍ.
ການຕັດສິນໃຈຄັ້ງນີ້ມີຂຶ້ນຫຼັງຈາກທີ່ທ່ານ ສະຕາເມີ ໄດ້ຖະແຫຼງການຢ່າງມີອາລົມຮ່ວມຢູ່ຕໍ່ໜ້າທຳນຽບ ດາວນິງສະຕຣີດ ໂດຍຍອມຮັບວ່າຕົນເອງບໍ່ແມ່ນບຸກຄົນທີ່ເໝາະສົມທີ່ຈະນຳພາພັກແຮງງານເຂົ້າສູ່ການເລືອກຕັ້ງທົ່ວໄປໃນປີ 2029 ອີກຕໍ່ໄປ ຫຼັງຈາກທີ່ໄດ້ຮັບຟັງສຽງສະທ້ອນຈາກສະມາຊິກສະພາຂອງພັກ.
ທ່ານໄດ້ກ່າວເນັ້ນໃນຄຳປາໄສວ່າ: “ຄຳຖາມທີ່ພັກຂອງຂ້າພະເຈົ້າກຳລັງຖາມໃນເວລານີ້ຄື ຂ້າພະເຈົ້າແມ່ນຜູ້ທີ່ເໝາະສົມທີ່ສຸດທີ່ຈະນຳພາພວກເຮົາໄປສູ່ການເລືອກຕັ້ງທົ່ວໄປຄັ້ງຕໍ່ໄປຫຼືບໍ່. ຂ້າພະເຈົ້າໄດ້ຍິນຄຳຕອບນັ້ນຈາກສະມາຊິກສະພາຂອງພັກແລ້ວ ແລະ ຂ້າພະເຈົ້າຂໍຍອມຮັບຄຳຕອບນັ້ນດ້ວຍຄວາມເຕັມໃຈ.” ນອກຈາກນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ຄອບຄົວທີ່ເປັນກຳລັງໃຈສຳຄັນຕະຫຼອດໄລຍະເວລາສອງປີໃນການດຳລົງຕຳແໜ່ງ ພ້ອມທັງລະບຸວ່າຈະໃຊ້ເວລາຫຼັງຈາກນີ້ກັບບົດບາດການເປັນສາມີ ແລະ ພໍ່ທີ່ດີ.
ການກ້າວລົງຈາກຕຳແໜ່ງຂອງທ່ານ ສະຕາເມີ ອາດຈະນຳໄປສູ່ການແຂ່ງຂັນພາຍໃນພັກທີ່ດຸເດືອດ, ແຕ່ສະມາຊິກພັກແຮງງານຫຼາຍທ່ານຄາດການວ່າ ນີ້ຈະເປັນການສົ່ງມອບຕຳແໜ່ງຢ່າງລາບລື່ນໃຫ້ແກ່ທ່ານ ແອນດີ ເບີນແຮມ ອະດີດເຈົ້າຄອງນະຄອນອາຍຸ 56 ປີ ເຍິ່ງຫາກໍ່ຊະນະການເລືອກຕັ້ງຢູ່ເຂດ ເມເກີຟິລ ທາງຕາເວັນຕົກສ່ຽງເໜືອຂອງອັງກິດ ແລະ ໄດ້ຮັບການສະໜັບສະໜູນຢ່າງວ່ອງໄວຈາກພັນທະມິດທາງການເມືອງ.
ເຖິງຢ່າງໃດກໍຕາມ, ການປ່ຽນແປງຄັ້ງນີ້ຍັງຄົງມີຄວາມສ່ຽງ ຫຼັງຈາກທີ່ລັດຖະບານພັກແຮງງານຕ້ອງຜະເຊີນກັບຄວາມບໍ່ພໍໃຈຂອງຜູ້ມີສິດເລືອກຕັ້ງຕໍ່ກັບຄວາມລົ້ມເຫຼວໃນການເຮັດຕາມສັນຍາປ່ຽນແປງປະເທດ ຕະຫຼອດໄລຍະ 10 ປີຫຼັງການຖອນຕົວອອກຈາກສະຫະພາບເອີຣົບ.
ໃນຂະນະດຽວກັນ, ທ່ານ ໄນເຈລ ຟາຣາດ ຜູ້ນຳພັກປະຕິຮູບ (Reform UK) ກໍໄດ້ອອກມາຮຽກຮ້ອງໃຫ້ມີການເລືອກຕັ້ງທົ່ວໄປທັນທີ ໂດຍກ່າວວ່າປະເທດອັງກິດຕ້ອງການການປ່ຽນແປງທີ່ແທ້ຈິງ ບໍ່ແມ່ນການປ່ຽນຕົວຜູ້ນຳພາຍໃນ.
#LaoX #ຂ່າວຕ່າງປະເທດ #ການເມືອງອັງກິດ #ຄຽນສະຕາເມີ #ແອນດີເບີນແຮມ #ພັກແຮງງານອັງກິດ


