Rassss web

ກາຍເປັນປະເດັນຮ້ອນເທິງໂລກອອນໄລ ຫຼັງມີຄິບວີດີໂອເຜີຍໃຫ້ເຫັນອິນລູເອນເຊີສາວເກົາຫຼີໃຕ້ Yoon Su-jin ຫຼື ທີ່ຮູ້ຈັກກັນໃນຊື່ Ino Cat ຖືກຊາຍຜູ້ໜຶ່ງເຮັດທ່າທາງລໍ້ລຽນຮູບລັກສະນະຂອງກຸ່ມຄົນເອເຊຍ ຂະນະທີ່ລາວເດີນທາງໄປຮັບຊົມການແຂ່ງຂັນບານໂລກ 2026 ທີ່ປະເທດ Mexico.

ເຫດການດັ່ງກ່າວເກີດຂຶ້ນລະຫວ່າງການແຂ່ງຂັນໃນນັດທີ່ທີມຊາດເກົາຫຼີໃຕ້ພົບກັບທີມຊາດ Czechia ທີ່ສະໜາມໃນລັດ Jalisco ປະເທດ Mexico ເມື່ອວັນທີ 12 ມິຖຸນາ. ໂດຍ Yoon ກຳລັງຖ່າຍຄິບບັນຍາກາດເທິງສະໜາມກິລາ ຫຼັງຈາກທີ່ທີມຊາດເກົາຫຼີໃຕ້ໄດ້ຮັບໄຊຊະນະດ້ວຍຄະແນນ 2-1 ແຕ່ມີຊາຍຜູ້ໜຶ່ງທີ່ນັ່ງຢູ່ດ້ານຫຼັງໄດ້ເຮັດທ່າທາງດຶງຫາງຕາທັງສອງເບື້ອງ ພ້ອມຫົວເຍາະເຍີ້ຍ ເຊິ່ງຫຼາຍຝ່າຍເບິ່ງວ່າເປັນການຫຍຽດເຊື້ອຊາດ ແລະ ລໍ້ລຽນຊາວເອເຊຍ.

ຫຼັງຄິບໄດ້ຖືກເຜີຍແຜ່ເທິງ Social Media ຊາວເນັດຈຳນວນຫຼາຍອອກມາວິຈານພຶດຕິກຳດັ່ງກ່າວ ພ້ອມສົ່ງກຳລັງໃຈໃຫ້ Yoon. ໂດຍຫຼາຍຄົນລະບຸວ່າ ການແຂ່ງຂັນກິລາລະດັບໂລກຄວນເປັນພື້ນທີ່ແຫ່ງຄວາມເຄົາລົບ, ເທົ່າທຽມ ແລະ ການຢູ່ຮ່ວມກັນຂອງແຟນບານຈາກຫຼາກຫຼາຍຊາດ ບໍ່ແມ່ນພື້ນທີ່ສຳລັບການສະແດງພຶດຕິກຳຫຍຽດເຊື້ອຊາດ.

ຕໍ່ມາມີລາຍງານວ່າຊາຍທີ່ປາກົດໃນຄິບແມ່ນ Ulises Bernal ເຊິ່ງດຳລົງຕຳແໜ່ງໃນອົງກອນວິຊາຊີບດ້ານວິສະວະກຳທ້ອງຖິ່ນຂອງລັດ Jalisco ໂດຍຫຼັງເກີດກະແສວິພາກວິຈານຢ່າງໜັກ ອົງກອນຕົ້ນສັງກັດໄດ້ມີການລົງຄະແນນສຽງໃຫ້ປົດລາວອອກຈາກຕຳແໜ່ງ ເພື່ອສະແດງຈຸດຢືນບໍ່ສະໜັບສະໜູນຕໍ່ພຶດຕິກຳທີ່ເຂົ້າຂ່າຍຫຍຽດເຊື້ອຊາດ.

ເຫດການນີ້ກາຍເປັນອີກໜຶ່ງບົດຮຽນສຳຄັນຂອງວົງການກິລາໂລກ ວ່າແມ້ແຕ່ບານເຕະຈະເປັນກິລາທີ່ເຊື່ອມໂຍງຜູ້ຄົນຈາກທົ່ວໂລກ ແຕ່ການເຄົາລົບຄວາມແຕກຕ່າງທາງເຊື້ອຊາດ, ວັດທະນະທຳ ແລະ ຮູບລັກຂອງຜູ້ອື່ນຍັງຄົງເປັນສິ່ງທີ່ທຸກຄົນຕ້ອງໃຫ້ຄວາມສຳຄັນ.

ແຫຼ່ງຂໍ້ມູນ: New York Post, timesofindia, the sun, tapinto

Comments are disabled