ວຽກແປກຍຸກ AI! ບໍລິສັດອາເມຣິກາຈ້າງຄົນພາໝາຫຸ່ນຍົນຍ່າງ ຊົ່ວໂມງລະ 20 ໂດລາ
ບໍລິສັດເຕັກໂນໂລຊີໃນສະຫະລັດ ເປີດຮັບຈ້າງຄົນພາໝາຫຸ່ນຍົນຍ່າງຕາມຖະໜົນ ເພື່ອຊ່ວຍຝຶກລະບົບປັນຍາປະດິດ
ສຳນັກຂ່າວ United Press International (UPI) ລາຍງານໃນວັນທີ 28 ຕຸລາ 2026 ວ່າ ບໍລິສັດ Dimensional ຊຶ່ງເປັນບໍລິສັດເຕັກໂນໂລຊີຫຸ່ນຍົນໃນນະຄອນ San Francisco ລັດ California ຂອງສະຫະລັດ ໄດ້ປະກາດຮັບສະໝັກພະນັກງານພາໝາຫຸ່ນຍົນສີ່ຂາຍ່າງຕາມເສັ້ນທາງທີ່ກຳນົດໄວ້ໃນຕົວເມືອງ.
ວຽກດັ່ງກ່າວມີຄວາມຄ້າຍຄືກັບການຮັບຈ້າງພາໝາທົ່ວໄປຍ່າງຫຼິ້ນ, ແຕ່ແທນທີ່ຈະເປັນໝາມີຊີວິດ ພະນັກງານຈະຕ້ອງຄວບຄຸມຫຸ່ນຍົນສີ່ຂາຜ່ານໂທລະສັບ ຫຼື ອຸປະກອນຄວບຄຸມ ໃຫ້ເຄື່ອນທີ່ໄປຕາມຖະໜົນ ແລະ ທາງຍ່າງສາທາລະນະ.
ຕາມປະກາດຮັບສະໝັກງານ ແຕ່ລະກະຈະໃຊ້ເວລາປະມານ 4-6 ຊົ່ວໂມງ. ຜູ້ສະໝັກບໍ່ຈຳເປັນຕ້ອງມີປະສົບການດ້ານຫຸ່ນຍົນມາກ່ອນ, ເພາະບໍລິສັດຈະຈັດການຝຶກອົບຮົມການໃຊ້ງານ ແລະ ຂັ້ນຕອນຄວາມປອດໄພໃຫ້ ໂດຍຈ່າຍຄ່າຈ້າງໃນຊ່ວງຝຶກອົບຮົມດ້ວຍ.
ແມ່ນວ່າວຽກນີ້ຈະບໍ່ຕ້ອງໃຫ້ອາຫານ ຫຼື ທຳຄວາມສະອາດຂອງເສຍຄືກັບການລ້ຽງໝາທົ່ວໄປ, ແຕ່ພະນັກງານຕ້ອງກຽມພ້ອມຮັບມືກັບບັນຫາທາງເຕັກນິກ. ຫາກຫຸ່ນຍົນຢຸດເຮັດວຽກ ຫຼື ຂັດຂ້ອງລະຫວ່າງທາງ, ຜູ້ຄວບຄຸມອາດຕ້ອງອູ້ມຫຸ່ນຍົນທີ່ມີນ້ຳໜັກປະມານ 15 ກິໂລກຣາມ ກັບຄືນຫ້ອງການດ້ວຍຕົນເອງ.
ເປັນຫຍັງຫຸ່ນຍົນຈຶ່ງຍັງຕ້ອງມີຄົນພາຍ່າງ?
ເບື້ອງຫຼັງວຽກທີ່ເບິ່ງຄືແປກປະຫຼາດນີ້ ແມ່ນຄວາມພະຍາຍາມຂອງບໍລິສັດໃນການພັດທະນາຫຸ່ນຍົນໃຫ້ສາມາດເຄື່ອນໄຫວ ແລະ ເຮັດວຽກໄດ້ດ້ວຍຕົນເອງໃນສະພາບແວດລ້ອມຈິງ.
ໃນລະຫວ່າງການຍ່າງ ກ້ອງ ແລະ ເຊັນເຊີຂອງຫຸ່ນຍົນຈະເກັບຂໍ້ມູນກ່ຽວກັບສະພາບຖະໜົນ, ສິ່ງກີດຂວາງ ແລະ ການເຄື່ອນທີ່ຂອງມະນຸດ. ຂໍ້ມູນເຫຼົ່ານີ້ຈະຊ່ວຍໃຫ້ບໍລິສັດປັບປຸງລະບົບ AI ເພື່ອໃຫ້ຫຸ່ນຍົນສາມາດຕັດສິນໃຈ ແລະ ຫຼີກລ່ຽງສິ່ງກີດຂວາງໄດ້ດີຂຶ້ນໃນອະນາຄົດ.
ທ່ານ Stash Pomichter ຜູ້ກໍ່ຕັ້ງບໍລິສັດ Dimensional ໃຫ້ສຳພາດກັບ The New York Times ວ່າ ຜົນການທົດລອງພົບວ່າ ລະບົບ AI ຍັງມີຂໍ້ຈຳກັດຫຼາຍໃນການຄວບຄຸມຫຸ່ນຍົນ ແລະ ຍັງຕ້ອງອາໄສມະນຸດເຂົ້າມາຊ່ວຍ.
ບໍລິສັດດັ່ງກ່າວໃຊ້ໝາຫຸ່ນຍົນທີ່ຜະລິດໂດຍ Unitree ບໍລິສັດເຕັກໂນໂລຊີຫຸ່ນຍົນຂອງຈີນ, ໂດຍຫຸ່ນຍົນທີ່ນຳມາທົດລອງມີລາຄາປະມານ 2,000 ໂດລາສະຫະລັດຕໍ່ເຄື່ອງ.
ເປົ້າໝາຍໄລຍະຍາວຂອງ Dimensional ແມ່ນການພັດທະນາລະບົບຄວບຄຸມຫຸ່ນຍົນ ເພື່ອນຳໄປໃຊ້ໃນໂຮງງານ, ສູນຂໍ້ມູນ, ສະຖານທີ່ກໍ່ສ້າງ ແລະ ວຽກງານຮັກສາຄວາມປອດໄພ.
ການຮັບຈ້າງພາໝາຫຸ່ນຍົນຍ່າງຄັ້ງນີ້ ຈຶ່ງເປັນອີກຕົວຢ່າງໜຶ່ງຂອງວຽກງານຮູບແບບໃໝ່ໃນຍຸກ AI, ເມື່ອມະນຸດບໍ່ພຽງແຕ່ໃຊ້ຫຸ່ນຍົນເຮັດວຽກ ແຕ່ຍັງມີບົດບາດສຳຄັນໃນການສອນໃຫ້ຫຸ່ນຍົນຮຽນຮູ້ການເຮັດວຽກໃນໂລກຄວາມເປັນຈິງ.
#LaoX #ຂ່າວໂລກ #ຂ່າວແປກ #ໝາຫຸ່ນຍົນ #ປັນຍາປະດິດ #ເຕັກໂນໂລຊີ #ວຽກຍຸກໃໝ່ #RobotDog #ArtificialIntelligence #TechnologyNews


