ປົກເວັບ 2026 10 15T090612 985

ແຮັກເກີເຈາະລະບົບຕູ້ເຢັນສູນກາງຄ້າໃນຝຣັ່ງ ເພີ່ມອຸນຫະພູມ  ອາຫານສົດເໜົ່າ ເສຍຫາຍຫຼາຍລ້ານຢູໂຣ

ກຸ່ມແຮັກເກີໄດ້ກໍ່ເຫດໂຈມຕີທາງໄຊເບີຄັ້ງໃຫຍ່ໃສ່ສູນກາງຄ້າ ຫຼື ຮ້ານຊັບພະສິນຄ້າຫຼາຍຮ້ອຍແຫ່ງໃນປະເທດຝຣັ່ງ ໂດຍແຮັກລະບົບຕູ້ເຢັນໃຫ້ມີອຸນຫະພູມສູງເຖິງ 50 ອົງສາເຊເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງເຮັດໃຫ້ອາຫານສົດເນົ່າເສຍ, ເຄື່ອງຈັກຮ້ອນເກີນໄປຈົນມີຄວັນໄຟ ແລະ ສ້າງຄວາມເສຍຫາຍຫຼາຍລ້ານເອີໂຣ.

ຕາມການລາຍງານຂອງ CNBC ເຫດການດັ່ງກ່າວເກີດຂຶ້ນໃນຊ່ວງຂ້າມຄືນ ໂດຍແນໃສ່ສູນກາງຄ້າຊື່ດັງຫຼາຍແຫ່ງ ເຊັ່ນ: Carrefour, Monoprix, Intermarché ແລະ Coopérative U. 

ທ່ານ ໂດມິນິກ ເຊລເຊີ ຜູ້ບໍລິຫານຂອງ Coopérative U ໄດ້ອອກມາຍືນຍັນວ່າ ການໂຈມຕີລະບົບທຳຄວາມເຢັນທີ່ຈຳເປັນຕໍ່ການເກັບຮັກສາອາຫານສົດນີ້ ແມ່ນເລື່ອງທີ່ຮ້າຍແຮງທີ່ສຸດ ແລະ ບໍ່ເຄີຍມີມາກ່ອນ. 

ຕາມລາຍງານ, ຍັງບໍ່ມີກຸ່ມກໍ່ການຮ້າຍກຸ່ມໃດອອກມາຍອມຮັບ ແລະ ສະແດງຄວາມຕ້ອງການໃນການກະທຳຄັ້ງນີ້.

ພ້ອມດຽວກັນນີ້, ກຸ່ມ Les Mousquetaires ເຊິ່ງເປັນເຈົ້າຂອງ Intermarché ລະບຸວ່າ ມີຮ້ານຄ້າປະມານ 180 ແຫ່ງໄດ້ຮັບຜົນກະທົບຈາກການທີ່ຜູ້ໃຫ້ບໍລິການຈັດການລະບົບຄວາມເຢັນຖືກແຮັກ ເຊິ່ງເຮັດໃຫ້ເກີດຄວາມຮ້ອນສູງຈົນມີຄວັນໄຟອອກມາ ແຕ່ຍັງບໍ່ມີລາຍງານການເກີດອັກຄີໄພ. 

ປັດຈຸບັນ ທາງຮ້ານກຳລັງເລັ່ງກຳຈັດສິນຄ້າທີ່ໄດ້ຮັບຜົນກະທົບເພື່ອຄວາມປອດໄພຂອງຜູ້ບໍລິໂພກ ໂດຍຄາດການວ່າຄວາມເສຍຫາຍຈະສູງເຖິງຫຼາຍລ້ານເອີໂຣ ແລະ ກຳລັງລໍຖ້າການປະເມີນຕົວເລກທີ່ຊັດເຈນຈາກຊ່ຽວຊານປະກັນໄພ.

ຜົນກະທົບຈາກການໂຈມຕີບໍ່ໄດ້ຢຸດຢູ່ພຽງແຕ່ໃນປະເທດຝຣັ່ງເທົ່ານັ້ນ ແຕ່ຍັງລາມໄປເຖິງຫຼາຍປະເທດໃນເອີຣົບ ທັງສະເປນ,ໂປຕຸເກດ, ໂປແລນ, ເຢຍລະມັນ ແລະ ແບນຊິກ.

ທ່ານ ຄຣິສຕັອບ ຮານເຊັນ ກຳມາທິການດ້ານກະສິກຳ ແລະ ອາຫານຂອງສະຫະພາບເອີຣົບ ໄດ້ອອກມາປະນາມການກະທຳດັ່ງກ່າວຢ່າງຮຸນແຮງ ພ້ອມທັງເຕືອນວ່າ ຄວາມໝັ້ນຄົງທາງອາຫານຕ້ອງການຄວາມເອົາໃຈໃສ່ຫຼາຍຂຶ້ນ ເນື່ອງຈາກການໃຊ້ອາຫານເປັນເຄື່ອງມືໃນການໂຈມຕີໄດ້ກາຍເປັນຄວາມຈິງແລ້ວ.

ເຫດການນີ້ເກີດຂຶ້ນທ່າມກາງການເພີ່ມຂຶ້ນຂອງອາດຊະຍາກຳທາງໄຊເບີ ທີ່ຜູ້ຊ່ຽວຊານເຕືອນວ່າກຳລັງຖືກພັດທະນາໃຫ້ມີປະສິດທິພາບສູງຂຶ້ນດ້ວຍເຕັກໂນໂລຊີປັນຍາປະດິດ (AI). 

#LaoX #CyberAttack #FoodSecurity #France #AI #CyberSecurity #ແຮັກເກີ #ຄວາມປອດໄພທາງໄຊເບີ #ຂ່າວຕ່າງປະເທດ

Comments are disabled