ສະຫະລັດ ກຽມຖ່າຍທອດສົດການປະຫານຊີວິດນັກໂທດ ດ້ວຍການຍິງເປົ້າ, ທ່າມກາງການໂຕ້ຖຽງຢ່າງດຸເດືອດເລື່ອງສິດທິມະນຸດ
ກະຊວງສົງຄາມ ຫຼື ກະຊວງປ້ອງການປະເທດ ຂອງສະຫະລັດ ປະກາດກຽມຖ່າຍທອດສົດການປະຫານຊີວິດອະດີດນາຍທະຫານ Nidal Hasan ດ້ວຍການຍິງເປົ້າ ຈາກເຫດຍິງກຣາດ 13 ສົບໃນປີ 2009. BBC ລາຍງານ.
ຕາມລາຍງານລະບຸວ່າ ມາດຕະການນີ້ມີເປົ້າໝາຍເພື່ອສະແດງຄວາມເດັດຂາດຂອງກົດໝາຍ ແຕ່ພວມສ້າງແຮງກະເພື່ອນຢ່າງໜັກໃນສັງຄົມ ເນື່ອງຈາກອາດເປັນການປະຫານຊີວິດສາທາລະນະຄັ້ງທຳອິດຂອງອາເມຣິກາໃນຮອບ 100 ປີ ທີ່ຈຸດຊະນວນການໂຕ້ຖຽງດ້ານສິດທິມະນຸດຢ່າງດຸເດືອດ.
ການປະຫານຊີວິດຄັ້ງປະຫວັດສາດນີ້ ຖືກກຳນົດຂຶ້ນໃນວັນທີ 3 ທັນວາ ທີ່ຖານທັບ Fort Hood ລັດເທັກຊັດ ເຊິ່ງເປັນສະຖານທີ່ດຽວກັນກັບທີ່ Hasan ອະດີດຈິດຕະແພດທະຫານບົກ ໄດ້ກໍ່ເຫດຍິງທະຫານທີ່ບໍ່ມີອາວຸດເສຍຊີວິດເຖິງ 13 ຄົນ.
ການຕັດສິນໃຈດັ່ງກ່າວຖືເປັນການປະຫານຊີວິດທາງທະຫານຄັ້ງທຳອິດໃນຮອບກວ່າ 60 ປີ ແລະ ເປັນການໃຊ້ໜ່ວຍຍິງເປົ້າຄັ້ງທຳອິດນັບຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີສອງ.
ທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມສະຫະລັດ ໄດ້ກ່າວເນັ້ນໜັກເຖິງຈຸດຢືນອັນເດັດດ່ຽວຂອງລັດຖະບານວ່າ: “ຜູ້ຄົນຈຳເປັນຕ້ອງເຂົ້າໃຈວ່າມັນມີຜົນສະທ້ອນທີ່ຮ້າຍແຮງຕາມມາສຳລັບການກະທຳປະເພດນີ້.”
ພ້ອມທັງຢືນຢັນວ່າ ນັກໂທດຈະຕ້ອງປະເຊີນໜ້າກັບໜ່ວຍຍິງເປົ້າເຊິ່ງເປັນສິ່ງທີ່ສົມຄວນແລ້ວ ແລະ ເມື່ອຖືກຖາມເຖິງຄຳຂໍສຸດທ້າຍຂອງນັກໂທດ, ທ່ານຕອບພຽງສັ້ນໆວ່າບໍ່ສົນໃຈ ແລະ ລໍຖ້າເບິ່ງຜົນໃນວັນທີ 3 ທັນວານີ້.
ປະທານາທິບໍດີ ໂດນັລ ທຣຳ ເປັນຜູ້ອະນຸມັດຂໍ້ສະເໜີການຍິງເປົ້າດັ່ງກ່າວ ໂດຍເຊື່ອວ່າມັນເປັນໂທດທີ່ສົມຄວນ, ແຕ່ຍັງບໍ່ໄດ້ກ່າວເຖິງປະເດັນການຖ່າຍທອດສົດ.
ຂະນະທີ່ຮອງປະທານາທິບໍດີ JD Vance ສະແດງຄວາມລັງເລຕໍ່ແຜນການນີ້ ໂດຍລະບຸວ່າທ່ານຈະບໍ່ເບິ່ງການຖ່າຍທອດສົດດັ່ງກ່າວແນ່ນອນ.
ສຳລັບມຸມມອງຂອງຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ, ທ່ານ Alonzo Lunsford ອະດີດນາຍສິບທະຫານບົກທີ່ລອດຊີວິດຈາກການຖືກຍິງເຖິງ 7 ນັດ ສະໜັບສະໜູນການຍິງເປົ້າ ແລະ ວາງແຜນຈະໄປຮ່ວມເປັນສັກຂີພິຍານເພື່ອຈ້ອງຕາ Hasan ເປັນຄັ້ງສຸດທ້າຍເພື່ອສະແດງໃຫ້ເຫັນວ່າລາວຍັງມີຊີວິດຢູ່, ແຕ່ທ່ານກໍສະແດງຄວາມກັງວົນຕໍ່ການຖ່າຍທອດສົດແບບສາທາລະນະທີ່ອາດສົ່ງຜົນກະທົບຕໍ່ເຍົາວະຊົນ ໂດຍສະເໜີວ່າຄວນໃຫ້ສິດສະເພາະຄອບຄົວຜູ້ເສຍຊີວິດ ແລະ ຜູ້ລອດຊີວິດໄດ້ຮັບຊົມແບບບໍ່ເຊັນເຊີຈະດີກວ່າ.
ແຜນການຖ່າຍທອດສົດນີ້ ໄດ້ປະເຊີນກັບສຽງວິພາກວິຈານຢ່າງໜັກຈາກຫຼາຍພາກສ່ວນ. ອົງການສະຫະປະຊາຊາດ, ກຸ່ມຜູ້ນຳຊາວຄາທໍລິກ ແລະ ນັກການເມືອງພັກເດໂມແຄຣັດ ເບິ່ງວ່າການກະທຳນີ້ປ່າເຖື່ອນ ແລະ ບໍ່ຕ່າງຫຍັງກັບການປະຫານຊີວິດສາທາລະນະທີ່ມັກພົບເຫັນໃນປະເທດທີ່ມີການລົງໂທດຮຸນແຮງ ເຊິ່ງຂັດຕໍ່ຫຼັກການສິດທິມະນຸດຂັ້ນພື້ນຖານ.
ທາງດ້ານນັກກົດໝາຍປະເມີນວ່າ ການຕັດສິນໃຈນີ້ເປັນເລື່ອງທີ່ບໍ່ເຄີຍມີມາກ່ອນໃນຍຸກປັດຈຸບັນ ແລະ ຍັງຄຸມເຄືອທາງກົດໝາຍ ເຊິ່ງອາດຖືກຂັດຂວາງໂດຍຂະບວນການອຸທອນໃນສານລັດຖະບານກາງ.
ແນວໃດກໍຕາມ, ນັກວິຊາການຊີ້ໃຫ້ເຫັນວ່າ ຫາກການຖ່າຍທອດສົດເກີດຂຶ້ນຈິງ ມັນຈະເປັນການສ້າງມາດຕະຖານໃໝ່ຂອງຄວາມໂປ່ງໃສ ທີ່ບັງຄັບໃຫ້ສັງຄົມອາເມຣິກາຕ້ອງຫັນມາປະເຊີນໜ້າກັບຄວາມເປັນຈິງຂອງລະບົບການລົງໂທດປະຫານຊີວິດແບບບໍ່ສາມາດຫຼີກລ່ຽງໄດ້.
#LaoX #USNews #DeathPenalty #FortHood #USMilitary #WorldNews #ຂ່າວຕ່າງປະເທດ #ຂ່າວອາເມຣິກາ

