ປົກເວັບ 26 1

ລັດຖະບານລາວ ໄດ້ນຳໃຊ້ເວທີງານວາງສະແດງ ຈີນ-ອາຊີໃຕ້ ຄັ້ງທີ 10 ທີ່ນະຄອນຄຸນໝິງ ເພື່ອປະກາດຈຸດຢືນໃໝ່ໃນການດຶງດູດການລົງທຶນ ໂດຍເນັ້ນໃສ່ທ່າແຮງດ້ານອຸດສາຫະກຳ, ພະລັງງານສະອາດ ແລະ ການເຊື່ອມໂຍງພາກພື້ນຜ່ານທາງລົດໄຟລາວ-ຈີນ. ກະຕຸ້ນເສດຖະກິດ ແລະ ຫັນປ່ຽນປະເທດໃຫ້ກາຍເປັນສູນກາງການເຊື່ອມໂຍງຂອງອາຊີ ທີ່ພ້ອມອຳນວຍຄວາມສະດວກໃຫ້ນັກລົງທຶນຢ່າງເຕັມຮູບແບບ.

ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ CGTN ໃນງານດັ່ງກ່າວທີ່ຈັດຂຶ້ນໃນລະຫວ່າງວັນທີ 10-12 ມິຖຸນາ ຜ່ານມາວ່າ: ປີນີ້ ສປປ ລາວ ໄດ້ນຳສະເໜີພາບລວມຂອງເສດຖະກິດທີ່ກວ້າງຂຶ້ນກວ່າເກົ່າ ໂດຍບໍ່ໄດ້ຈຳກັດພຽງແຕ່ການສົ່ງອອກສິນຄ້າກະສິກຳ ແລະ ຜະລິດຕະພັນປຸງແຕ່ງແບບດັ້ງເດີມ ແຕ່ຍັງໄດ້ຍົກໃຫ້ເຫັນເຖິງທ່າແຮງການພັດທະນາ ແລະ ຄວາມເຂັ້ມແຂງທາງດ້ານອຸດສາຫະກຳຂອງປະເທດ. 

ດ້ວຍທີ່ຕັ້ງຍຸດທະສາດຢູ່ໃຈກາງອາຊີຕາເວັນອອກສ່ຽງໃຕ້ ແລະ ມີຊາຍແດນຕິດຈອດກັບແຂວງຢູນນານ ຂອງຈີນ, ລາວຈຶ່ງມີທ່າແຮງອັນແຂງແກ່ນໃນການຊຸກຍູ້ການຄ້າ, ການລົງທຶນ ແລະ ການເຊື່ອມໂຍງພາກພື້ນ ເຊິ່ງເປັນຮາກຖານອັນໜັກແໜ້ນໃນການຂະຫຍາຍການຮ່ວມມືໃຫ້ເຕີບໂຕໄປອີກຂັ້ນ.

ຄຽງຄູ່ກັນນັ້ນ, ສປປ ລາວ ຍັງພວມຕັ້ງໜ້າຊຸກຍູ້ການພັດທະນາໃນຂະແໜງການສຳຄັນ ເຊັ່ນ: ກະສິກຳ, ພະລັງງານສະອາດ ແລະ ອຸດສາຫະກຳປຸງແຕ່ງ. ເພື່ອເປັນການສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ, ລັດຖະບານໄດ້ປັບປຸງນະໂຍບາຍ ແລະ ຫຼຸດຜ່ອນຂັ້ນຕອນການອະນຸມັດໃຫ້ມີຄວາມກະທັດຮັດຂຶ້ນ ເພື່ອເຮັດໃຫ້ການດຳເນີນທຸລະກິດງ່າຍ ແລະ ສະດວກສະບາຍກວ່າເກົ່າ. 

ໃນງານວາງສະແດງຄັ້ງນີ້ ເຊິ່ງລາວໄດ້ເຂົ້າຮ່ວມໃນຖານະ “ປະເທດຄູ່ຮ່ວມມືພິເສດ” ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການປະສານສົມທົບກັນ ເພື່ອການພັດທະນາຮ່ວມກັນ”, ທ່ານຮອງນາຍົກລັດຖະມົນຕີ ໄດ້ເປີດຫ້ອງວາງສະແດງແຫ່ງຊາດ ຂອງ ສປປ ລາວ (Lao Pavilion) ຢ່າງເປັນທາງການ ຮ່ວມກັບບັນດາການນໍາຂັ້ນສູງຂອງແຂວງຢຸນນານ ໂດຍມີຮ້ານວາງສະແດງຂອງລາວຫຼາຍກວ່າ 50 ຮ້ານ ທີ່ນຳສະເໜີຜະລິດຕະພັນ ແລະ ບໍລິການດ້ານການເງິນ, ການທະນາຄານ ແລະ ໂລຈິສຕິກ ໃຫ້ນັກລົງທຶນໄດ້ສຳຜັດຕົວຈິງ.

ປັດໄຈສຳຄັນທີ່ຂາດບໍ່ໄດ້ໃນການດຶງດູດການລົງທຶນຄື ໂຄງການທາງລົດໄຟລາວ-ຈີນ ທີ່ໄດ້ນຳເອົາຜົນປະໂຫຍດຢ່າງເປັນຮູບປະທຳມາສູ່ທັງສອງຊາດ. ປັດຈຸບັນ ລັດຖະບານພວມເລັ່ງປັບປຸງຂັ້ນຕອນພາສີ ແລະ ມາດຕະການອຳນວຍຄວາມສະດວກອື່ນໆ ເພື່ອໃຫ້ເກີດປະໂຫຍດສູງສຸດ ພ້ອມທັງຊຸກຍູ້ການພັດທະນາອຸດສາຫະກຳລຽບຕາມແລວທາງລົດໄຟ ເຊິ່ງນອນຢູ່ໃນແຜນປະຕິບັດງານການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ ສະບັບປັບປຸງ. ມາຮອດທ້າຍເດືອນມີນາ 2026, ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟສາຍນີ້ບັນລຸເຖິງ 80 ລ້ານໂຕນ ເຊິ່ງໃນນັ້ນມີສິນຄ້າຂ້າມແດນຫຼາຍກວ່າ 18 ລ້ານໂຕນ. 

ສິ່ງເຫຼົ່ານີ້ລ້ວນແຕ່ເປັນການຢ້ຳເຕືອນເຖິງຄວາມສຳເລັດຂອງວິໄສທັດ ສປປ ລາວ ໃນການຫັນປະເທດຈາກດິນແດນທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນສູນກາງການເຊື່ອມໂຍງທາງບົກ ທີ່ເຊື່ອມຕໍ່ບັນດາປະເທດທີ່ມີການເຕີບໂຕທາງເສດຖະກິດໄວທີ່ສຸດໃນອາຊີ.

#LaoXperts #LaosInvestment #ເສດຖະກິດລາວ #ChinaSouthAsiaExpo #ທາງລົດໄຟລາວຈີນ #ການລົງທຶນ #ສູນກາງໂລຈິສຕິກ

Comments are disabled