ເຈົ້າໜ້າທີ່ສະຫະລັດ ເປີດເຜີຍວ່າ Myung Jin Kim ຊາຍສັນຊາດເກົາຫຼີໃຕ້ ອາຍຸ 31 ປີ ເຊິ່ງເປັນຜູ້ຕ້ອງຫາຄະດີຄາດຕະກຳ 2 ຄະດີໃນລັດ California ຖືກຈັບກຸມໃນປະເທດລາວ ຫຼັງຫຼົບໜີການດຳເນີນຄະດີມາຫຼາຍປີ ກ່ອນຖືກສົ່ງໂຕກັບໄປສະຫະລັດອາເມຣິກາເພື່ອເຂົ້າສູ່ຂະບວນການຍຸດຕິທຳ.
ຕາມລາຍງານຂອງເຈົ້າທີ່ Kim ຖືກທາງການ ສປປ ລາວ ຄວບຄຸມໂຕເມື່ອຊ່ວງປາຍເດືອນ ພຶດສະພາ 2026 ໃນຂໍ້ຫາກ່ຽວກັບການລະເມີດກົດໝາຍຄົນເຂົ້າເມືອງ ຫຼັງພົບວ່າລາວໃຊ້ເອກະສານເດີນທາງປອມ ຕໍ່ມາລາວຖືກສົ່ງໂຕກັບໄປສະໜາມບິນນານາຊາດ Los Angeles ເມື່ອວັນທີ 9 ມິຖຸນາ 2026 ແລະ ຖືກນຳໂຕໄປເຂົ້າຄຸກຂອງກົມຕຳຫຼວດເມືອງ Anaheim ກ່ອນຈະຖືກສົ່ງຕໍ່ໃຫ້ຕຳຫຼວດເມືອງ San Jose ເພື່ອດຳເນີນຄະດີໃນເຂດ Santa Clara County.
Kim ຖືກກ່າວຫາວ່າກ່ຽວຂ້ອງກັບຄະດີຄາດຕະກຳ 2 ຄະດີໃນລັດ California ໂດຍຄະດີທຳອິດເກີດຂຶ້ນເມື່ອປີ 2016 ໃນເມືອງ San Jose ເຈົ້າໜ້າທີ່ລະບຸວ່າລາວຖືກກ່າວຫາວ່າເປັນຜູ້ວາງແຜນຈ້າງຄາດຕະກຳ ແຕ່ແຜນດັ່ງກ່າວຜິດພາດ ແລະ ເຮັດໃຫ້ຜູ້ບໍລິສຸດທີ່ບໍ່ແມ່ນເປົ້າໝາຍເສຍຊີວິດ.
ອີກຄະດີໜຶ່ງເກີດຂຶ້ນເມື່ອປີ 2018 ໃນເມືອງ Westminster ເຂດ Orange County ໂດຍ Kim ຖືກກ່າວຫາວ່າໄດ້ຍິງໝູ່ຂອງຕົນເອງ ຄື Christopher Kim ອາຍຸ 26 ປີ ຈຳນວນ 6 ນັດບໍລິເວນບ່ອນຈອດລົດຂອງຮ້ານ CVS ຫຼັງທັງສອງມີປາກສຽງກັນເລື່ອງເງິນ ຂະນະນັ້ນ Kim ຢູ່ລະຫວ່າງການປະກັນໂຕໃນຄະດີອື່ນທີ່ກ່ຽວຂ້ອງກັບຢາເສບຕິດ ແລະ ອາວຸດປືນ.
ເຈົ້າໜ້າທີ່ສະຫະລັດ ລະບຸວ່າ ການສົ່ງໂຕ Kim ກັບມາຈາກສປປລາວ ຖືເປັນເຫດການສຳຄັນ ເພາະເປັນຄັ້ງທຳອິດທີ່ຜູ້ຕ້ອງຫາທີ່ຫຼົບໜີ ແລະ ໄດ້ຖືກນຳໂຕສົ່ງກັບຈາກປະເທດລາວກັບໄປສະຫະລັດ ເພື່ອດຳເນີນຄະດີ. ນອກຈາກນີ້ ຍັງເປັນໜຶ່ງໃນຄວາມຮ່ວມມືລະຫວ່າງໜ່ວຍງານບັງຄັບໃຊ້ກົດໝາຍຂອງສະຫະລັດ ແລະ ທາງການລາວ. ຢ່າງໃດກໍຕາມ ທາງການລາວຍັງບໍ່ມີການຢືນຢັນເຖິງຂະບວນການດັ່ງກ່າວຢ່າງເປັນທາງການ.
ຫຼັງຈາກນີ້ Kim ຈະຖືກດຳເນີນຄະດີໃນ Santa Clara County ກ່ອນໃນຄະດີຄາດຕະກຳເມື່ອປີ 2016 ຈາກນັ້ນຈຶ່ງຈະຖືກສົ່ງກັບໄປ Orange County ເພື່ອດຳເນີນຄະດີຄະຕະກຳອີກຄະດີທີ່ເກີດຂຶ້ນໃນປີ 2018.
ເຈົ້າໜ້າທີ່ສະຫະລັດ ຍ້ຳວ່າ ແມ້ຜູ້ຕ້ອງຫາຈະຫຼົບໜີອອກນອກປະເທດເປັນເວລາຫຼາຍປີ ແຕ່ຄວາມຮ່ວມມືລະຫວ່າງປະເທດຍັງສາມາດນຳໂຕຜູ້ຕ້ອງຫາກັບເຂົ້າສູ່ຂະບວນການຍຸດຕິທຳໄດ້.
ແຫຼ່ງຂໍ້ມູນ: FOX 11 Los Angeles, NBC Los Angeles, Orange County District Attorney, cbsnews


