Inktober ມະຫະກຳແຕ້ມຮູບດ້ວຍໝຶກ ໃນເດືອນຕຸລາ


ເຄີຍບໍ່ ຕອນທີ່ເຮົາເລື່ອນຜ່ານໜ້າຫຼັກ ໃນ Instagram ຫຼື Facebook ຈະເຫັນຮູບແຕ້ມທີ່ນັກແຕ້ມຫຼາຍໆຄົນອັບລົງແລ້ວຕິດ #Inktober ກັນເປັນຈຳນວນຫຼາຍ.

ເຊື່ອວ່າມີຫຼາຍຄົນສົງໄສວ່າ #Inktober ມັນແມ່ນຫຍັງ?

ມື້ນີ້ເຮົາຈະພາທຸກຄົນມາຮູ້ຈັກກັບ #Inktober ມະຫະກໍາຄັ້ງໃຫຍ່ທີ່ຊາວ Artist ທົ່ວໂລກຮ່ວມໃຈກັນແຕ້ມຮູບດ້ວຍໝຶກ ແລະ ອັບລົງໂຊຊຽວມີເດຍ ພ້ອມຕິດ #Inktober ໃນເດືອນຕຸລາ.

Inktober ເປັນ Challenge ທີ່ Jake Parker ຄິດຂຶ້ນມາໃນເດືອນຕຸລາ ເພື່ອໃຫ້ບັນດາສິລະປິນ ຫຼື ຜູ້ທີ່ມັກຮັກໃນການແຕ້ມຮູບ ແຕ້ມຮູບດ້ວຍເທັກນິກການລົງໝຶກ Inking ຕາມຫົວຂໍ້ທີ່ກຳນົດມາໃຫ້ໃນແຕ່ລະມື້ຂອງເດືອນ ຈຸດປະສົງຫຼັກໆແມ່ນການຝຶກໃນການລົງໝຶກນັ້ນເອງ, ສະນັ້ນ ຄຳວ່າ Inktober ແມ່ນມາຈາກຄຳວ່າ Ink+October ນັ້ນເອງ.

Challenge ນີ້ຈັດມາຕໍ່ເນື່ອງກັນຫຼາຍປີແລ້ວ ໃນເວບໄຊ Inktober.com ມີຕົວຢ່າງງານມາຕັ້ງແຕ່ປີ 2009 ເຊິ່ງຖືວ່າເປັນການທ້າທາຍທີ່ໄດ້ຮັບຄວາມສົນໃຈມາຢ່າງສູງໄດ້ 10 ກວ່າປີແລ້ວ.

ທຸກຄົນສາມາດເຂົ້າຮ່ວມ Challenge ນີ້ໄດ້ງ່າຍໆ ພຽງແຕ່ແຕ້ມຮູບຕາມໂຈດໃນແຕ່ລະມື້ທີ່ກຳນົດໃຫ້ (ເຊິ່ງແຕ່ລະປີໂຈດຈະບໍ່ຄືກັນ) ແລ້ວອັບລົງເທິງໂຊຊຽວມີເດຍ ຊ່ອງທາງໃດກໍໄດ້ ພ້ອມຕິດ #Inktober ຕາມດ້ວຍປີນັ້ນໆ ເຊັ່ນ #Inktober2021 ເຊິ່ງໂຈດປີນີ້ໄດ້ແກ່:

ແຕ່ກໍຈະມີບາງຄົນທີ່ບໍ່ໄດ້ແຕ້ມຕາມໂຈດ ແຕ່ກໍສາມາດໃສ່ #Inktober ກໍໄດ້ຄືກັນ ແລ້ວແຕ່ຄວາມມັກ ແລະ ຄວາມສະດວກ.

ທີ່ມາ: https://minimore.com/b/qmST4/inktober.com