ລູກສາວນອກສົມຣົດ ຂອງອະດີດກະສັດເບວຢຽມ ຊະນະຄະດີສານໃຫ້ສິດໃຊ້ຄຳນຳໜ້າ “ເຈົ້າຍິງ”


ຫຼັງຈາກຕໍ່ສູ້ຄະດີມາຍາວນານເຖິງ 7 ປີ ໃນທີ່ສຸດສານອຸທອນ ນະຄອນບລັສເຊລ ປະເທດເບວຢຽມ ກໍມີຄຳພິພາກສາໃຫ້ ນາງ ເດລຟີນ ໂບແອລ  ລູກສາວນອກສົມຣົດຂອງ ສົມເດັດພະລາຊາທີບໍດີ ອັລແບ ທີ2 ອະດີດກະສັດຂອງເບວຢຽມ ມີສິດ ແລະ ສາມາດໃຊ້ຄຳນຳໜ້າໄດ້ທັດທຽມກັບໂອຣົດ ແລະ ທິດາຄົນອື່ນໆ ຂອງອະດີດກະສັດອົງນີ້.

ສຳນັກຂ່າວ ເອເອັບພີ ລາຍງານວ່າ ຫຼັງຈາກຕໍ່ສູ້ຄະດີມາ 7 ປີ ໃນທີ່ສຸດ ນາງເດລຟີນ ໂບເອລ ສິນລະປິນຍິງ ຊາວເບວຢຽມ ອາຍຸ 52 ປີ ກໍໄດ້ຮັບການຢືນຢັນວ່າເປັນທິດາຂອງ ສົມເດັດພະລາຊາທີບໍດີ ອັລແບ ທີ2 ຈາກການເປີດເຜີຍຂອງທະນາຍຄວາມເມື່ອວັນທີ 1 ຕຸລາ ທີ່ກ່າວດ້ວຍວ່າ ໂບເອລ ຈະໄດ້ຮັບການຮອງຮັບກຽດຕິຍົດ ມີສັກເປັນ “ເຈົ້າຍິງ” ເປັນທິດາຂອງອະດີດກະສັດ ຢ່າງເປັນທາງການ ແລະ ໄດ້ຮັບນາມມະຍົດວ່າ ເດລຟີນ ແຊກ-ໂກບຣູກ ແລະ ສານຍັງເຫັນສົມຄວນຕາມຄຳຮ້ອງຂໍຂອງຜູ້ກ່ຽວ ທີ່ຂໍໃຫ້ນາງໄດ້ຮັບການປະຕິບັດເຊັ່ນດຽວກັບເອື້ອຍອ້າຍນ້ອງທີ່ມີບິດາຄົນດຽວກັບນາງ.

ທັງນີ້ ນາງໂບເອລ ໄດ້ຮ້ອງຂໍຕໍ່ສານເມື່ອປີ 2010 ເພື່ອໃຫ້ອະດີດກະສັດເບວຢຽມທີ່ຈະເລີນພັນສາ 86 ພັນສາ ຍອມຮັບວ່າຕົນເປັນທິດາໃນພະອົງ ໂດຍອ້າງວ່າ ອະດີດກະສັດໄດ້ຄົບຊູ້ກັບແມ່ຂອງຕົນເອງ ເຊິ່ງກໍຄື ນາງຊີບີ ເດີ ເຊລີ ລົງຊອງ ຈົນເຮັດໃຫ້ມີນາງເກີດຂຶ້ນມາໃນປີ 1968.

ຢ່າງໃດກໍຕາມ ອະດີດກະສັດ ກໍໄດ້ສູ້ຄະດີມາຍາວນານ ແລະ ບໍ່ຍອມໃຫ້ກວດດີເອັນເອ ເຖິງແມ່ນວ່າຕໍ່ມາໃນເດືອນ ຕຸລາ 2018 ສານອຸທອນ ນະຄອນບລັສເຊລ ຈະມີຄຳສັ່ງໃຫ້ພະອົງເຂົ້າຮັບການກວດສອບດີເອັນເອ ກໍຍັງບໍ່ຍອມ ຈົນເຖິງເດືອນພຶດສະພາ 2019 ສານກໍໄດ້ມີຄຳສັ່ງໃຫ້ປັບເງິນພະອົງ 5000 ຢູໂຣ ຕໍ່ມື້ (185,000 ບາດ) ຈົນຍອມໃນເວລາຕໍ່ມາ.

ຕໍ່ມາເມື່ອເດືອນມັງກອນ 2020 ອະດີດກະສັດກໍໄດ້ຍອມຮັບວ່ານາງເປັນທິດາຂອງພະອົງດ້ວຍຕົວເອງ, ນອກຈາກນີ້ຄຳພິພາກສາຍັງເປີດໃຫ້ນາງສາມາດໃຊ້ນາມສະກຸນ “ແຊກ-ໂກເບີກ” ຂອງບິດາໄດ້ ສ່ວນລູກໆຂອງນາງໂບແອລ ກໍຈະໄດ້ກາຍເປັນ ເຈົ້າຍິງ ແລະ ເຈົ້າຊາຍແຫ່ງເບວຢຽມດ້ວຍ.

ທະນາຍ ອິບ-ອອງຣີ ເລີເລີ ທະນາຍຄວາມຂອງນາງໂບເແອລໄດ້ເຜີຍກັບສຳນັກຂ່າວ ຊີເອັນເອັນວ່າ ລູກຄວາມຂອງຕົນມີຄວາມດີໃຈຫຼາຍທີ່ສານມີຄຳພິພາກສາແບບນີ້ອອກມາ ຈະໄດ້ຈົບຄວາມທຸກໂສກທີ່ໂບເອລກັບຄອບຄົວນີ້ມາຍາວນານ ແລະ ເຖິງຄຳພິພາກສານີ້ຈະແທນຄວາມຮັກຂອງພໍ່ບໍ່ໄດ້ ແຕ່ຢ່າງໜ້ອຍກໍໄດ້ຮູ້ວ່າໂລກນີ້ຍັງມີຄວາມຍຸດຕິທຳ.

ຮຽບຮຽງໂດຍ: Alounny

ຂອບໃຈຂໍ້ມູນຈາກ:​ https://www.sanook.com/news/8265206/?utm_echo=echobox&utm_medium=Social&utm_source=Twitter#Echobox=1601624161

https://www.matichon.co.th/foreign/news_2376464