ນາຊາ ສົ່ງຫ້ອງນ້ຳອະວາກາດຮຸ່ນໃໝ່ມູນຄ່າ 23 ລ້ານໂດລາ ທົດລອງເທິງສະຖານີອະວາກາດ


ອົງການບໍລິຫານທາງການບິນ ແລະ ອະວາກາດແຫ່ງຊາດສະຫະລັດອາເມຣິກາ ຫຼື ນາຊາ ສົ່ງຫ້ອງນ້ຳອະວາກາດຮຸ່ນໃໝ່ ທົດລອງເທິງສະຖານີອະວາກາດນານາຊາດ ກ່ອນຈະນຳໄປໃຊ້ໃນພາລະກິດສົ່ງມະນຸດໄປດວງຈັນໃນອະນາຄົດ.

ຫ້ອງນ້ຳອະວາກາດ ເຮັດວຽກໂດຍໃຊ້ລະບົບສູນຍາກາດ ດູດສິ່ງເສດເຫລືອອອກຈາກມະນຸດ ໃນສະພາວະທີ່ໄຮ້ນ້ຳໜັກ. ຮຸ່ນໃໝ່ນີ້ ມີຂະໜາດນ້ອຍກວ່າຮຸ່ນເກົ່າ 65% ແລະ ນ້ຳໜັກເບົາກວ່າ 40% ແລະ ອອກແບບໂດຍຄຳນຶງເຖິງຄວາມສະດວກສະບາຍໃນການຂັບຖ່າຍຂອງນັກບິນອະວາກາດຍິງ.

ນາຊາລະບຸວ່າ ຫ້ອງນ້ຳອະວາກາດນີ້ ເປັນສ່ວນໜຶ່ງໃນສິ່ງທີ່ອຳນວຍຄວາມສະດວກໃນປັດຈຸບັນເທິງສະຖານີອະວາກາດນານາຊາດຂອງສະຫະລັດ ໃນອະນາຄົດ ຫ້ອງນ້ຳອະວາກາດຮຸ່ນໃໝ່ນີ້ ຈະນຳໄປຕິດຕັ້ງຕັ້ງໃນຍານແຄປຊູນ “ໂອໄລອ້ອນ” ໃນພາລະກິດສົ່ງມະນຸດໄປຍັງດວງຈັນອີກດ້ວຍ.

ນາຊາມີກຳນົດສົ່ງຫ້ອງນ້ຳອະວວວາກາດຮຸ່ນໃໝ່ໄປພ້ອມກັບຍານຂົນສົ່ງຈາກຖານປ່ອຍທີ່ ວອລລັອບ ໄອສແລນ ລັດເວີຈິເນຍ ເມື່ອວັນທີ 1 ຕຸລາ 2020 ທີ່ຜ່ານມາ ແຕ່ຕ້ອງຢຸດສະຫງັກໄປ ເພາະເກີດເຫດຂັດຂ້ອງທາງເຕັກນິກບໍ່ເທົ່າໃດນາທີກ່ອນຈະປ່ອຍຈະຫຼວດ ກ່ອນຈະຖືກແກ້ໄຂ ແລະ ສົ່ງຂຶ້ນໄປອະວາກາດໃນຕອນເຊົ້າຂອງວັນທີ 3 ຕຸລາ 2020 ຕາມເວລາປະເທດລາວ.

ທີ່ມາ: https://www.pptvhd36.com/news/%E0%B8%9B%E0%B8%A3%E0%B8%B0%E0%B9%80%E0%B8%94%E0%B9%87%E0%B8%99%E0%B8%A3%E0%B9%89%E0%B8%AD%E0%B8%99/134284