Cute Aggression ອາການຄັນແຂ້ວ ຢາກໃຊ້ຄວາມຮຸນແຮງຍ້ອນຄວາມໜ້າຮັກ


ເຄີຍເປັນບໍ່ ເວລາເຫັນສິ່ງໃດໜ້າຮັກ ບໍ່ວ່າຈະເປັນລູກຫຼານ ໝາ ແມວ ຮູ້ສຶກຄັນແຂ້ວ ຢາກເຂົ້າໄປຄັ້ນ ໄປຫອມແຮງໆ, ສິ່ງນີ້ເອີ້ນວ່າ Cute Aggression ເປັນອາການຢາກໃຊ້ຄວາມຮຸນແຮງຕໍ່ຄວາມໜ້າຮັກນັ້ນ ແຕ່ບໍ່ໄດ້ຕັ້ງໃຈຈະເຮັດໃຫ້ອີກຝ່າຍໄດ້ຮັບບາດເຈັບ.

ອາການນີ້ ໄດ້ຮັບການວິໄຈຄັ້ງທຳອິດໃນປີ 2012 ໂດຍ ໂອຣິອານາ ອາຣາກອນ (Oriana Aragón) ນັກສຶກສາປະລິນຍາເອກທີ່ມະຫາວິທະຍາໄລເຍລ ແລະ ໄດ້ຕີພິມລົງໃນວາລະສານ Psychological Science ໃນປີ 2015. ລາວໃຫ້ອາສາສະໝັກອອນໄລນ໌ໃຫ້ຄະແນນຮູບພາບໜ້າຮັກໆ ເຊິ່ງສຽງສ່ວນໃຫຍ່ໃຫ້ຄຳເຫັນວ່າ “ໜ້າຮັກຈົນທົນບໍ່ໄຫວ” ແລະ “ຢາກຈະເຂົ້າໄປຢິກ”

ອາການຄັນແຂ້ວ ເປັນອາການ ‘Dimorphous expression’ ເປັນພຶດຕິກຳການສະແດງອອກທີ່ບໍ່ກົງກັບຄວາມຮູ້ສຶກພາຍໃນ ເຊັ່ນດຽວກັບຄົນທີ່ຮ້ອງໄຫ້ຍ້ອນດີໃຈ ຫຼືຄົນທີ່ຫຼຸດຫົວອອກມາຕອນກຳລັງໃຈຮ້າຍ, ແທນທີ່ຈະສະແດງຄວາມອ່ອນໂຍນອອກມາ ອາການນີ້ຈະສະແດງຄວາມຮຸນແຮງອອກມາແທນ ແລະ ມັນບໍ່ແມ່ນອາການຜິດປົກກະຕິແຕ່ຢ່າງໃດ.

ສ່ວນຄົນທີ່ຮູ້ສຶກແພງເດັກນ້ອຍ ແລະ ສັດໂຕນ້ອຍ ແຕ່ບໍ່ສະແດງອອກແບບຮຸນແຮງນັ້ນ ດຣ. ອາຣາກອນ ບອກວ່າ ເປັນຍ້ອນຄົນກຸ່ມນີ້ມີວິທີສະແດງທາງອາລົມທີ່ຊັບຊ້ອນແຕກຕ່າງອອກໄປ ເຊັ່ນ: ພວກເຂົາຈະສະແດງອາລົມໂສກເສົ້າອອກມາແທນ ຫຼືເອີ້ນວ່າ Cute Sadness ໂດຍມີອາການຫໍ່ປາກ ໜ້າຫຍຸ້ງ ເຮັດຕາເທີບ ແລະ ປັບໂທນສຽງເລັກນ້ອຍ ຫຼື ເຮົາມັກເອີ້ນກັນວ່າສຽງສອງ ສຽງສາມນັ້ນເອງ.

ທີ່ມາ:

https://www.bbc.com/thai/articles/cp693ry64rxo

https://www.brandthink.me/content/cute-aggression

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/