ສິນຄ້າກະສິກຳ ຍັງເປັນທ່າແຮງສຳຄັນຂອງສິນຄ້າລາວໃນການແຂ່ງຂັນຢູ່ຕະຫຼາດຕ່າງປະເທດ


ທ່ານ ສີຫັດຖະ ຣາຊະພົນ, ຜູ້ຮ່ວມກໍ່ຕັ້ງໂຮງງານຜະລິດເຫຼົ້າລາວດີ ເຜີຍ ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີດ້ານຊັບພະຍາກອນທຳມະຊາດ ມີຈຸດເດັ່ນດ້ານກະສິກຳ ແລະ ສິນຄ້າກະສິກຳຂອງລາວ ຍັງເປັນທ່າແຮງ ແລະ ຂໍ້ໄດ້ປຽບສຳຄັນຂອງສິນຄ້າລາວໃນການແຂ່ງຂັນຢູ່ຕະຫຼາດຕ່າງປະເທດ.

ສປປ ລາວ ເປັນໜຶ່ງຊາດນ້ອຍໆ ທີ່ຕັ້ງຢູ່ ອາຊີຕາເວັນອອກສຽງໃຕ້ ເປັນປະເທດທີ່ມີພູມສັນຖານຄ້ອຍລົງມີແມ່ນໍ້າໄຫຼຜ່ານຕະຫຼອດເນື້ອຮອດໃຕ້ ອຸດົມສົມບູນໄປດ້ວຍທຳມະຊາດສັດສາວາສິ່ງ ເປັນປະເທດທີ່ບໍ່ມີແຜ່ນດິນຕິດຈອດກັບທະເລ (ປະເທດທີ່ບໍ່ມີທາງອອກສູ່ທະເລ)

ໂດຍ ເຈົ້າໂຮງງານຜະລິດເຫຼົ້າລາວດີ ໃຫ້ສຳພາດກັບທີມງານ Lao Xperts ເມື່ອບໍ່ດົນມານີ້ວ່າ ປັດຈຸບັນ ຕະຫຼາດຕ່າງປະເທດ ເປັນໂອກາດທີ່ດີຂອງ ຜູ້ຜະລິດລາວ ເພາະເປັນຕະຫຼາດທີ່ໃຫຍ່ ໜ້າສົນໃຈ ມີມູນຄ່າສູງ ແຕ່ໃນຂະນະດຽວກັນ ກໍມີການແຂ່ງຂັນທີ່ສູງກວ່າຕະຫຼາດພາຍໃນຫຼາຍເທົ່າ ມີຄ່າໃຊ້ຈ່າຍທີ່ສູງ ເຊິ່ງເປັນສິ່ງທ້າທາຍອັນດັບ ໜຶ່ງຂອງຜູ້ຜະລິດລາວ.

ໂດຍ ທ່ານ ສີຫັດຖະ ໄດ້ແນະນຳໃຫ້ຜູ້ປະກອບການລາວ ໝູນໃຊ້ທ່າແຮງທີ່ໄດ້ປຽບຂອງປະເທດຕົນເອງໃນການແຂ່ງຂັນກັບພາຍນອກ ນັ້ນກໍຄື ຂະແໜງການກະສິກຳ ທີ່ ສປປ ລາວ ມີຄວາມໄດ້ປຽບເລື່ອງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ຄວາມບໍລິສັດຂອງວັດຖຸດີບ ທີ່ພວກເຮົາສາມານຳມາປຸງແຕ່ງ ແລ້ວສົ່ງອອກເປັນສິນຄ້າເກຣດດີ ຫຼື Premium ເພື່ອສົ່ງອອກໄປສູ້ກັບຕ່າງປະເທດໄດ້.

ໂດຍ ທ່ານ ສີຫັດຖະກ່າວວ່າ: ການຊິໃຫ້ສິນຄ້າລາວເຮົາໂຕໃດໂຕໜຶ່ງ ຕິດຕະຫຼາດຢູ່ຕ່າງປະເທດ ບໍ່ແມ່ນເລື່ອງງ່າຍ ຕ້ອງໃຊ້ທັງຄວາມພະຍາຍາມໃນການເຮັດຕະຫຼາດ ສິນຄ້າຂອງເຮົາຕ້ອງໝັ້ນໃຈວ່າໄດ້ຄຸນະພາບແທ້, ການປຸງແຕ່ງຕ້ອງໄດ້ຮັບປະກັນ, ການຫຸ້ມຫໍ່ ກໍໄດ້ໜ້າສົນໃຈ ແລະ ໄດ້ມາດຕະຖານ ຈຶ່ງຈະມີໂອກາດເຂົ້າໄປໃນຕະຫຼາດຕ່າງປະເທດໄດ້.

“ປັດຈຸບັນ ທີ່ຜູ້ຜະລິດລາວເຮົາຍັງຂາດ ຂັ້ນຕອນຂອງການປຸງແຕ່ງ ເພາະລາວເຮົາມີວັດຖຸດິບທີ່ດີຢູ່ແລ້ວ ບໍ່ວ່າຈະເປັນການປູກພືດ ການລ້ຽງສັດ”

ການທີ່ເຮົານຳວັດຖຸດິບທີ່ດີຂອງເຮົາມາປຸງແຕ່ງ ມັນໝາຍເຖິງການເພີ່ມມູນຄ່າໃຫ້ກັບສິນຄ້ານັ້ນໆ. ໂດຍທ່ານ ສີຫັດຖະກ່າວວ່າ: “ແທນທີ່ເຮົາຈະຜະລິດນໍ້າຕານ ໂລລະ 3 ພັນກີບ ເປັນຫຍັງເຮົາບໍ່ເອົານໍ້າຕານ ແລະ ວັດຖຸດິບຫຼາຍໆອັນມາປຸງແຕ່ງໃສ່ກັນ ຄືກັບເຫົ້າຂ້າພະເຈົ້າ ທີ່ຂາຍໄດ້ແກ້ວໜຶ່ງ ໄດ້ກວ່າ 5 ແສນກີບ”.

ເຈົ້າຂອງໂຮງງານເຫຼົ້າລາວດີ ຢໍ້າຄືນວ່າ ການຈະເຮັດສິນຄ້າລະດັບ Premium ຂອງລາວເປັນເລື່ອງທີ່ສາມາດເຮັດໄດ້ ແລະ ຄວນຈະເຮັດ ເພາະ ສປປ ລາວເຮົາຍັງມີຂອງດີອີກຫຼາຍອັນທີ່ທົ່ວໂລກຍັງບໍ່ຮູ້.

“ປະເທດລາວເຮົາຕ່າງຈາກປະເທດໃນຕາເວັນຕົກ ບ່ອນວ່າ ປະເທດເຂົາເຈົ້າມີທຸກຢ່າງແຕ່ເປັນສິ່ງທີ່ຄົນສ້າງຂຶ້ນ ແຕ່ປະເທດເຮົາ ບໍ່ມີຫຍັງແຕ່ມີທຸກຢ່າງທີ່ທຳມະຊາດສ້າງຂຶ້ນຕັ້ງແຕ່ໂລກເກີດ ແລະ ຍັງຢູ່ຮອດປັດຈຸບັນ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ສະພາບອາກາດ, ມີສັດສາວາສິ່ງ ຊີວະນານາພັນທີ່ຫາຍາກທີ່ທົ່ວໂລກບໍ່ມີ ແຕ່ລາວຍັງມີ ສິ່ງເຫຼົ່ານີ້ ຈຶ່ງເປັນທ່າແຮງໃນການໝູນໃຊ້ເປັນທຸລະກິດຂອງຜູ້ປະກອບການລາວ ເພື່ອຕໍ່ສູ້ແຂ່ງຂັນກັບຕ່າງປະເທດ” ທ່ານ ສີຫັດຖະ ກ່າວ.

ທ່ານ ສີຫັດຖະ ຮຽກຮ້ອງໃຫ້ຜູ້ປະກອບການລາວ ຮຽນຮູ້ຫຼາຍໆ ສຶກສາເບິ່ງຕ່າງປະເທດວ່າເຂົາເຮັດແນວໃດ ປະເທດເຂົາມີຫຍັງແນ່ບໍ່ມີຫຍັງແນ່ ແລະ ຕະຫຼາດເຂົາຕ້ອງການຫຍັງແນ່ ແລ້ວຫັນມາເບິ່ງວ່າ ລາວເຮົາມີຫຍັງແນ່ເຮັດຫຍັງໄດ້ແນ່ ເພື່ອນຳໄປປັບໃຊ້ ໃນຜະລິດຕະພັນລາວ ແລ້ວສົ່ງອອກໄປຂາຍຢູ່ຕ່າງປະເທດ.

ທ່ານ ສີຫັດຖະ ກ່າວວ່າ: ສປປ ລາວ ເຮົາ ຊິໄປຜະລິດລົດແຂ່ງປະເທດ ອື່ນໆ ຫຼື ເຮັດອຸດສາຫະກຳໃຫຍ່ໆທັນສະໄໝ ສູ້ກັບປະເທດອື່ນໆ ນີ້ຄືຊິບໍ່ທັນເຂົາແລ້ວ. ແຕ່ສິ່ງທີ່ເຮົາສູ້ໄດ້ກໍຄືຜະລິດຕະພັນ ເລື່ອງກະສິກຳ ເລື່ອງອາຫານທີ່ບໍລິສຸດ ອາຫານທີ່ສະອາດ ພືດຜັກ ໝາກໄມ້ ຊີ້ນສັດ ທີ່ຕ້ອງເນັ້ນໄປໃນທາງທີ່ບໍລິສຸດ ປອດສານເຄມີ ເພື່ອສ້າງຄວາມແຕກຕ່າງ ໃຫ້ສາມາດແຂ່ງຂັນ ແລະ ສູ້ກັບສິນຄ້າຈາກປະເທດອື່ນໆໄດ້.

ການກະສິກຳ ຖືເປັນໂຄງລ່າງພື້ນຖານສຳຄັນໃນລະບົບເສດຖະກິດຂອງຫຼາຍປະເທດໃນທົ່ວໂລກ ເຊັ່ນດຽວກັບ ສປປ ລາວ ເຮົາທີ່ມີທ່າແຮງ ແລະ ເປັນອີກ 1 ບູລິມະສິດທີ່ລັດຖະບານຂອງ ສປປ ລາວ ເຮົາສົ່ງເສີມໃຫ້ປະຊາຊົນມີການເຮັດກະສິກຳ ແປຮູບເຮັດເປັນສິນຄ້າເພື່ອສົ່ງອອກ.

ປັດຈຸບັນ ເຫຼົ້າ LAODI ມີຂາຍທັງພາຍໃນ ປະເທດ ແລະ ສົ່ງອອກປີ ລະ 10,000 – 15,000 ແກ້ວໄປຂາຍຢູ່ຫຼາຍກວ່າ 5 ປະເທດບໍ່ວ່າຈະເປັນ ຍີ່ປຸ່ນ, ຝຣັ່ງ, ເຂດປົກຄອງພິເສດ ໄຕ້ຫວັນ ແລະ ອື່ນໆ ໂດຍປະເທດທີ່ໄດ້ຮັບກະແສຕອບຮັບດີທີ່ສຸດແມ່ນ ຕະຫຼາດຍີ່ປຸ່ນ ແລະ ໄຕ້ຫວັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/