NASA ປ່ອຍພາບອະວະກາດຕາມວັນເກີດ!


ມີໃຜຢາກເຫັນຮູບພາບອະວະກາດໃນວັນເກີດຕົນເອງແນ່! ມາມື້ນີ້ LaoX ຈະມາບອກວ່າທາງອົງການ NASA ໄດ້ເປີດໃຫ້ເຮົາດາວໂຫຼດຮູບພາບອະວະກາດໃນມື້ວັນເກີດຕົນເອງແບບງ່າຍໆ  ແຖມຍັງຟຣີອີກດ້ວຍ! ເຊິ່ງມີຄົບທັງ 366 ມື້ກັນເລີຍ.

ໂດຍບໍ່ຕ້ອງເຮັດຫຍັງຫຍຸ້ງຍາກ ພຽງໃສ່ ວັນທີ, ເດືອນເກີດເທົ່ານັ້ນ ເຮົາກໍຈະໄດ້ຮູບພາບຈັກກະວານໃນວັນເກີດຂອງຕົນເອງແບບງ່າຍໆ ທີ່ບອກໄດ້ວ່າເຕັມໄປດ້ວຍຄວາມລະຍິບລະຍັບແບບທີ່ທ່ານອາດບໍ່ເຄີຍເຫັນຢູ່ໃສມາກ່ອນ.

ເບິ່ງຮູບ ແລະ ດາວໂຫຼດຮູບພາບອະວະກາດໄດ້ທີ່ https://imagine.gsfc.nasa.gov/hst_bday/ ✨

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/