30 ແລ້ວ ບໍ່ມີແຟນ ບໍ່ມີລົດ ບໍ່ມີເຮືອນ ຊີວິດນີ້ ຈໍາເປັນຕ້ອງສົມບູນແບບກ່ອນ 30 ປີ ແທ້ບໍ່?


ເຄີຍກົດດັນຕົນເອງ ຫຼື ຖືກກົດດັນຈາກສັງຄົມອ້ອມຂ້າງວ່າຕ້ອງມີແຟນ, ຕ້ອງຮຽນຈົບຕ່າງປະເທດ, ຕ້ອງມີເຮືອນຫຼັງໃຫຍ່, ມີລົດໃຫຍ່ຂີ່, ມີທີ່ດິນ, ມີເງິນເກັບກ້ອນໃຫຍ່ໆ ກ່ອນອາຍຸ 30 ປີ ຫຼືບໍ່? ຫຼາຍຄົນອາດເກີດອາການຄິດທໍ້ໃນໃຈ ຫຼຽວໄປໃສກໍເຫັນແຕ່ຄົນປະສົບຄວາມສໍາເລັດເຕັມໄປໝົດ ແລ້ວເປັນຫຍັງຈຶ່ງແມ່ນເຮົາຄົນດຽວທີ່ຍັງບໍ່ທັນມີຊີວິດທີ່ສົມບູນແບບຄືແນວນັ້ນ.

ໃນຄວາມເປັນຈິງຂອງສັງຄົມ ບໍ່ແມ່ນທຸກຄົນທີ່ຈະໄດ້ທຸກຢ່າງຕາມທີ່ໃຈຫວັງ ດ້ວຍເງື່ອນໄຂໃນຊີວິດຂອງແຕ່ລະຄົນທີ່ແຕກຕ່າງກັນອອກໄປ. ດັ່ງນັ້ນ, ຈຶ່ງຊວນໃຫ້ກັບມາຄິດທົບທວນວ່າມັນຈຳເປັນບໍ່ ທີ່ເຮົາຕ້ອງເຮັດໃຫ້ໄດ້ຕາມກົດເກນສັງຄົມຕັ້ງໄວ້ທຸກຢ່າງ (Social Clock) ແລະ ຖ້າຫາກຍັງເຮັດບໍ່ທັນໄດ້ ຈະຖືວ່າເຮົາເປັນຄົນທີ່ບໍ່ປະສົບຄວາມສໍາເລັດ ຫຼືບໍ່?

  1. ທຸກຄົນມີແຜນທີ່ສະເພາະຂອງຕົນເອງ ບໍ່ຈໍາເປັນຕ້ອງຍ່າງຕາມແຜນຂອງຄົນອື່ນ

ເນື່ອງຈາກເງື່ອນໄຂໃນຊີວິດທີ່ຕ່າງກັນ ເຊັ່ນ: ຂໍ້ຈໍາກັດທາງດ້ານການເງິນ, ການງານ ແລະ ສະພາບແວດລ້ອມສັງຄົມອ້ອມຂ້າງຕ່າງໆ ກໍເປັນປັດໄຈໜຶ່ງທີ່ເຮັດໃຫ້ຄວາມສໍາເລັດແຕ່ລະຄົນຊ້າ ຫຼື ໄວ ແຕກຕ່າງກັນອອກໄປ. ການຕັ້ງເປົ້າໝາຍຄວາມສໍາເລັດໃນຊີວິດຂອງແຕ່ລະຄົນກໍເຊັ່ນດຽວກັນ. ສະນັ້ນ, ຈົ່ງອອກແບບແຜນທີ່ ຫຼື ເປົ້າໝາຍຄວາມສໍາເລັດທີ່ເປັນຂອງຕົນເອງ, ສິ່ງໃດທີ່ເຮັດແລ້ວມີຄວາມສຸກ, ສິ່ງໃດທີ່ສອດຄ່ອງກັບເງື່ອນໄຂໃນຊີວິດຂອງແຕ່ລະຄົນ, ສິ່ງນີ້ລວມທັງເວລາທີ່ເຮົາຢາກຊື້ ຫຼື ຄອບຄອງສິ່ງຂອງໃດໜຶ່ງ ອາດພິຈາລະນາກ່ອນວ່າມັນມີຄວາມຈໍາເປັນສຳລັບຕົນເອງແທ້ໆບໍ່? ຫຼືພຽງຢາກໄດ້ເພື່ອໃຫ້ເປັນທີ່ຍອມຮັບໃນສາຍຕາຂອງສັງຄົມ.  

  1. ໄປຮອດເສັ້ນໄຊຊ້າກວ່າໝູ່ ບໍ່ໄດ້ຫມາຍຄວາມວ່າ ບໍ່ສຳເລັດ

ເມື່ອປຽບທຽບໃສ່ນິທານເລື່ອງກະຕ່າຍກັບເຕົ່າ, ເຕົ່າອາດຍ່າງຊ້າ ແຕ່ຖ້າບໍ່ລົ້ມເລີກຄວາມພະຍາຍາມ ຍັງສືບຕໍ່ບຸກບືນໄປຕາມເສັ້ນທາງເປົ້າໝາຍຂອງຕົນ ເຖິງແມ່ນວ່າຈະໃຊ້ເວລາດົນກວ່າໝູ່ ແຕ່ກໍສາມາດໄປຮອດເສັ້ນໄຊໄດ້ຕາມແບບສະບັບຂອງຕົນເອງ. ຢູ່ໃນກະແສສັງຄົມອາດບອກວ່າ ຕ້ອງຮີບຮ້ອນຂົນຂວາຍຊອກຫາຄວາມສຳເລັດທຸກຢ່າງກ່ອນອາຍຸ 30 ປີ ເຊິ່ງຖ້າເບິ່ງໃນອີກແງ່ມຸມໜຶ່ງ ມັນກໍເປັນສິ່ງທີ່ດີໃນແງ່ຂອງການເລັ່ງສ້າງພື້ນຖານທີ່ເຂັ້ມແຂງກ່ອນກ້າວເຂົ້າສູ່ໄວກາງຄົນ. ແຕ່ກໍບໍ່ແມ່ນທຸກຄົນທີ່ມີເປົ້າໝາຍຄືກັນ, ບໍ່ແມ່ນທຸກຄົນທີ່ມີຂໍ້ຈຳກັດຄືກັນ, ບາງຄວາມສຳເລັດອາດເບິ່ງເປັນເລື່ອງງ່າຍດາຍສໍາລັບບາງຄົນ, ແຕ່ສໍາລັບອີກຄົນ ອາດເປັນເລື່ອງທີ່ຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຫຼາຍເທົ່າຕົວ. ທັງນີ້, ການທີ່ເຮົາຄ່ອຍໆເຕີບໃຫຍ່ດ້ວຍຈັງຫວະເວລາທີ່ເໝາະສົມ ມັນອາດຈະດີໄປກວ່າການທີ່ເຮົາຮີບຮ້ອນຈົນເກີນໄປ ຈົນສູນເສຍຄວາມສົມດຸນໃນຊີວິດ.

  1. ຄົນອື່ນກໍກຳລັງສູ້ຊີວິດຕາມແບບວິຖີຂອງຕົນເອງຄືກັນ

ໃນຂະນະທີ່ເຮົາອາດຄິດວ່າ ເປັນຫຍັງຈຶ່ງແມ່ນເຮົາຜູ້ດຽວທີ່ຍັງບໍ່ປະສົບຄວາມສຳເລັດ. ແຕ່ຄວາມເປັນຈິງແລ້ວ ຍັງມີຄົນອີກຫຼາຍຄົນທີ່ກຳລັງຕໍ່ສູ້ຕາມແບບວິຖີຊີວິດຂອງຕົນເອງ. ສະນັ້ນ, ຖ້າຫາກຕອນນີ້ຮູ້ສຶກວ່າຕົນເອງຍັງບໍ່ທັນສຳເລັດຕາມເປົ້າໝາຍ ລອງເບິ່ງພາບລວມກວ້າງໆ ຈະຮູ້ວ່າຍັງມີຫຼາຍຄົນຕ່າງກໍກໍາລັງປະສົບພົບພໍ້ບັນຫາເຊັ່ນດຽວກັນກັບເຮົາ.

  1. ພູມໃຈກັບຄວາມສໍາເລັດເລັກໆນ້ອຍໆທີ່ເຮົາມີ

ອາດມີຫຼາຍຄົນທີ່ມັກປຽບທຽບຄວາມສຳເລັດຂອງຕົນເອງກັບຄວາມສໍາເລັດຂອງຄົນອື່ນທີ່ມີຂະໜາດໃຫຍ່ກວ່າ ຈຶ່ງພາໃຫ້ລືມເຫັນຄວາມພາກພູມໃຈຕໍ່ຜົນສຳເລັດທີ່ເປັນບາດກ້າວນ້ອຍໆຂອງຕົນເອງ ແຖມຍັງເລັ່ງກົດດັນຕົນເອງຂຶ້ນໄປຕື່ມອີກ. ຄວາມຈິງແລ້ວ, ເລື່ອງເລັກນ້ອຍທີ່ເຮົາປະສົບຄວາມສຳເລັດໃນແຕ່ລະມື້ ຄືການປູພື້ນຖານທີ່ເຂັ້ມແຂງ ໄປສູ່ເລື່ອງທີ່ໃຫຍ່ຂຶ້ນໄດ້ໃນອະນາຄົດ. ສະນັ້ນ, ຢ່າລືມບອກກ່າວໃຫ້ກຳລັງໃຈຕົນເອງກັບເລື່ອງເລັກໆນ້ອຍໆທີ່ເຮົາສາມາດເອົາຊະນະມາໄດ້ໃນແຕ່ລະວັນ.  

 ແຫຼ່ງຂໍ້ມູນອ້າງອີງ:

https://t.ly/VecWt

https://rb.gy/8ju9ki

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/