ເກີດຫຍັງຂຶ້ນ!!!! ຊາວບ້ານທີ່ແຂວງສະຫວັນນະເຂດຈຳນວນຫຼາຍ ພາກັນເອົາຕຸກນ້ຳມາລຽງກັນໄວ້ໜ້າບ້ານ


ໃນວັນທີ 5 ຕຸລາ 2020 ມີການລາຍງານເຂົ້າມາວ່າ ປະຊາຊົນແຂວງສະຫວັນນະເຂດ ຈຳນວນຫຼາຍ ພາກັນເອົາຕຸກນ້ຳທີ່ໃສ່ນ້ຳ ມາວາງໄວ້ທີ່ໜ້າບ້ານ ຫຼື ຕາມສະຖານທີ່ຕ່າງໆຢູ່ອ້ອມໆບ້ານ. ຕາມການສອບຖາມຈາກປະຊາຊົນໃນພື້ນທີ່ ປາກົດວ່າ ທີ່ເຮັດແບບນັ້ນເພື່ອຕ້ອງການໄລ່ໝາແມວ ບໍ່ໃຫ້ມາຍ່ຽວຢູ່ແຖວນັ້ນ. ຖືວ່າເປັນໄອເດຍທີ່ສ້າງສັນບໍ່ໜ້ອຍເລີຍ! ແຕ່ມັນຈະໄດ້ຜົນແທ້ບໍ່ ຫຼື ເປັນເລື່ອງທີ່ເປັນຄວາມເຊື່ອແບບອຸປະທານໝູ່ເທົ່ານັ້ນ?

ຊັ້ນເຮົາມາເບິ່ງກັນວ່າ ການເອົາກະຕຸກນ້ຳມາວາງແບບນີ້ ຈະສາມາດໄລ່ໝາແມວໄດ້ແທ້ ຫຼື ຈະເປັນພຽງເລື່ອງຂີ້ຕົວະເທົ່ານັ້ນ.

ຫຼາຍໆຄົນອາດຈະເຄີຍເຫັນການວາງຕຸກນ້ຳແບບນີ້ມາດົນ ແຕ່ບໍ່ຮູ້ວ່າເຂົາເຈົ້າເອົາມາວາງໄວ້ເຮັດຫຍັງ ບາງຄົນອາດຈະຄິດວ່າຕັ້ງໄວ້ໃຫ້ຄົນຈອນຈັດແຄມທາງດື່ມບໍ? ຂໍບອກໄວ້ກ່ອນວ່າບໍ່ແມ່ນເລີຍ! ແຕ່ເອົາວາງໄວ້ເພື່ອປ້ອງກັນບໍ່ໃຫ້ໝາຈອນຈັດ ຫຼື ໝາແຖວນັ້ນເຂົ້າບ້ານ ຫຼື ມາຖ່າຍໃສ່. ບາງທິດສະດີກໍບອກວ່າ ໝາແມວມັນຈະຢ້ານຕຸກນ້ຳພວກນີ້ ເພາະວ່າຕຸກນ້ຳຈະສະທ້ອນເງົາຂອງມັນເອງ ເມື່ອພວກມັນເຫັນຕົວເອງຫຼາຍໆ ມັນກໍຈະຢ້ານຈົນບໍ່ກ້າເຂົ້າໃກ້, ເຊິ່ງເລື່ອງນີ້ບໍ່ແມ່ນແຕ່ສະເພາະບ້ານເຮົາເທົ່ານັ້ນ ແຕ່ຢູ່ໄທ, ຍີ່ປຸ່ນ, ອາເມຣິກາ, ອົດສະຕາລີ… ກໍໃຊ້ວິທີນີ້ຢ່າງແຜ່ຫຼາຍ.

ແຕ່ວ່າແນວຄິດການວາງຕຸກນ້ຳພວກນີ້ ແມ່ນໃຜລະເປັນຜູ້ລິເລີ່ມ?

ມີທັງຂ່າວ ແລະ ບົດຄວາມ ລວມທັງລາຍການໂທລະພາບຂອງຍີ່ປຸ່ນ ທີ່ພະຍາຍາມເຜີຍແຜ່ກ່ຽວກັບການວາງຕຸກນ້ຳໄວ້ໜ້າບ້ານເພື່ອໄລ່ໝາແມວແບບຈິງຈັງ ສ່ວນໃຫຍ່ແລ້ວຄົນຍີ່ປຸ່ນຈະເອົາໄວ້ໄລ່ແມວ ເພາະ ບໍ່ມີໝາຈອນຈັດ (ຖືກຈັບໄປໝົດແລ້ວ) ສ່ວນບ້ານເຮົາຫຼັກໆກໍຈະແມ່ນໝາຫຼາຍກວ່າ.

ປັດຈຸບັນນີ້ ເຮົາກໍຍັງເຫັນຍີ່ປຸຸ່ນວາງຕຸກນ້ຳໄວ້ໜ້າບ້ານ ແລະ ຕາມລະບຽງບ້ານຢູ່ ໂດຍສະເພາະບ້ານທີ່ຢູ່ແຖວຊານເມືອງ ເພາະມີແມວຈອນຈັດຂ້ອນຂ້າງຫຼາຍ ເຊິ່ງມີລາຍການໂທລະພາບຂອງຍີ່ປຸ່ນພະຍາຍາມທົດລອງວ່າ ແມວເຫຼົ່ານັ້ນຢ້ານຕຸກນ້ຳແທ້ບໍ່ ຫຼື ເຮົາຄິດໄປເອງວ່າມັນຢ້ານ.

ການທົດລອງແມ່ນ ການນຳເອົາແມວໄປປ່ອຍໃຫ້ຍ່າງໄປທາງຕຸກນ້ຳທີ່ຕັ້ງໄວ້ ຜົນປາກົດວ່າ ແມວນອກຈາກຈະບໍ່ຢ້ານແລ້ວ ມັນຍັງໄປກິ້ງເກືອກລີເລືອກັບຕຸກນ້ຳຢ່າງສະບາຍໃຈ.

ເລື່ອງທີ່ໜ້າຕົກໃຈແມ່ນ ທີ່ເຂົາເຈົ້າບອກຕໍ່ໆກັນມາວ່າຕັ້ງຕຸກນ້ຳໄວ້ຢູ່ໜ້າບ້ານ ເພື່ອປ້ອງກັນໝາແມວ ແທ້ໆແລ້ວມັນເປັນພຽງເລື່ອງຂີ້ຕົວະກັນໃນ ວັນຂີ້ຕົວະ ຫຼື April Fool Day ເທົ່ານັ້ນ!! ແຕ່ມັນຊ້ຳພັດກາຍເປັນສິ່ງທີ່ເຜີຍແຜ່ອອກໄປທົ່ວໂລກ ເຊິ່ງຖືວ່າເປັນການຂີ້ຕົວະອີກເລື່ອງໜຶ່ງທີ່ໃຫຍ່ທີ່ສຸດໃນໂລກ ທີ່ຍັງມີຄົນເຊື່ອຢູ່ຮອດປັດຈຸບັນ.

ເມື່ອລອງລົງເລິກຫາຂໍ້ມູນທີ່ໄປທີ່ມາເບິ່ງ ໄດ້ຄຳຕອບວ່າເລື່ອງນີ້ມີທີ່ໄປທີ່ມາຈາກ Eion Scarrow ຊາວສວນ ແລະ ນັກຂຽນຄົນທີ່ມີຊື່ສຽງຂອງນິວຊີແລນ ທີ່ໄດ້ເວົ້າໃນລາຍການວິທະຍຸ ເຊິ່ງອອກອາກາດໃນວັນທີ 1 ເມສາ ປະມານຊ່ວງປີ 1980 ໂດຍລາວໄດ້ຫຼິ້ນມຸກວ່າ ຖ້າພວກເຈົ້າເອົາຕຸກນໍ້າໃສ່ນໍ້າເຕັມໆມາຕັ້ງໄວ້ໃນເດີ່ນຫຍ້າ ພວກໝາຈະບໍ່ມາຖ່າຍໃສ່ເດີ່ນຫຍ້າ ບໍ່ເຊື່ອກໍລອງເບິ່ງ!!”

ໃນຊ່ວງນັ້ນເປັນຊ່ວງທີ່ Eion Scarrow ມີຊື່ສຽງຫຼາຍໃນຖານະນັກຂຽນແນວການກະສິກຳ, ປາກົດວ່າ ພໍຊາວນິວຊີແລນໄດ້ຍິນລາວເວົ້າໄປແບບນັ້ນ ພວກເຂົາກໍຮີບອອກໄປເຮັດຕາມທັນທີ ກາຍເປັນປາກົດການທີ່ເກີດຂຶ້ນແຜ່ຫຼາຍຢູ່ໃນປະເທດນິວຊີແລນ.

ເຖິງວ່າ Eion Scarrow ຈະອອກມາຍອມຮັບຕາມຫຼັງແລ້ວວ່າ ທີ່ເວົ້າໄປໃນລາຍການນັ້ນເປັນພຽງເລື່ອງຕະຫຼົກໃນວັນຂີ້ຕົວະ ເພື່ອກວນຜູ້ຟັງເທົ່ານັ້ນ ແຕ່ກໍເບິ່ງຄືວ່າບໍ່ມີໃຜຈະສົນໃຈການອອກມາຍອມຮັບຂອງລາວ ເພາະປະຊາຊົນໄດ້ຕົກລົງປົງໃຈເຊື່ອໄປແລ້ວວ່າມັນໄດ້ຜົນ.

ໃນຕອນນັ້ນໄດ້ມີການທົດລອງໂຍນຕຸກນ້ຳໄປທີ່ເດີ່ນຫຍ້າພຽງຕຸກສອງຕຸກເທົ່ານັ້ນ ເຊິ່ງກໍບໍ່ຮູ້ວ່າມັນໄດ້ຜົນແທ້ ຫຼື ອຸປະທານໝູ່ໄປເອງ ແຕ່ມັນກໍຖືກເລົ່າຕໍ່ໆກັນໄປ ໃນຍຸກທີ່ບໍ່ມີອິນເຕີເນັດ ຈົນທຸກຄົນໃນນິວຊີແລນຮູ້ຈັກກັບທຣິກນີ້ ແຖມມັນຍັງຖືກຕີພິມລົງໃນໜັງສືພິມຂອງລັດຊານດິເອໂກ້ ປະເທດສະຫະລັດອາເມຣິກາ ໃນປີ 1986 ວ່າ “ຕຸກນໍ້າສາມາດປ້ອງກັນໝາ ບໍ່ໃຫ້ເຂົ້າມາເດີ່ນຫຍ້າໄດ້” ໄດ້ເຮັດໃຫ້ເລື່ອງນີ້ກາຍເປັນເລື່ອງທີ່ລະບາດໄປຍິ່ງກວ່າໄວຣັສ ທັງການາດາ ເອີຣົບ ລວມເຖິງປະເທດໃນອາຊີ ເຊັ່ນ: ອິນເດຍ ແລະ ຍີ່ປຸ່ນ.

ແຕ່ຫລັງຈາກນັ້ນເລື່ອງການວາງຕຸກນ້ຳໄວ້ປ້ອງກັນໝາໃນປະເທດນິວຊີແລນ ໄດ້ກາຍເປັນເລື່ອງທີ່ຖືກຫຼົງລືມໄປຕາມການເວລາ ອາດຍ້ອນວ່າເອົາໄປໃຊ້ແທ້ແລ້ວມັນບໍ່ໄດ້ຜົນ ຫຼື ຂ່າວທີ່ບອກວ່າເລື່ອງນີ້ເປັນເລື່ອງຂີ້ຕົວະໄດ້ກະຈາຍອອກໄປໃນປະເທດ ເຮັດໃຫ້ຊ່ວງປີ 1990 ນັ້ນພົບວ່າ ບໍ່ມີໃຜໃນນິວຊີແລນທີ່ວາງຕຸກນ້ຳໄວ້ຕາມເດີ່ນຫຍ້າແລ້ວ.

ຄົນໃນຍຸກນັ້ນຍັງບໍ່ມີອິນເຕີເນັດໃຫ້ໄດ້ຄົ້ນຄວ້າຂໍ້ມູນ ດັ່ງນັ້ນ ເລື່ອງຂອງການວາງຕຸກນ້ຳນີ້ຈຶ່ງເຂົ້າມາສູ່ປະເທດຍີ່ປຸ່ນໃນຖານະຂອງ “ພູມປັນຍາຊາວບ້ານ” ສືບຕໍ່ກັນມາຈົນເຖິງປັດຈຸບັນ ແລະ ຈາກແຕ່ກີ້ມີພຽງຕຸກສອງຕຸກ ກາຍມາເປັນການນຳຕຸກນ້ຳເປັນຈຳນວນຫຼາຍ ມາວາງໄວ້ໜ້າບ້ານແທນ ເຊິ່ງລາວເອງກໍໄດ້ນຳເອົາພູມປັນຍາຊາວບ້ານແບບນີ້ມາໃຊ້ແບບຍີ່ປຸ່ນຄືກັນ.

ຄວາມຈິງແລ້ວ ນັກວິຊາການຍີ່ປຸ່ນບອກວ່າ ວິທີນີ້ນອກຈາກຈະບໍ່ໄດ້ຜົນແລ້ວ ມັນຍັງເປັນອັນຕະລາຍອີກດ້ວຍ ທຳອິດເລີຍແມ່ນຕຸກນ້ຳສາມາດກິ້ງອອກໄປຫົນທາງແລະ ສາມາດກໍ່ໃຫ້ເກີດອັນຕະລາຍໄດ້ ແລະ ອີກເລື່ອງທີ່ເຮົາຄິດບໍ່ເຖິງແມ່ນ ການທີ່ຕຸກນ້ຳທີ່ໃສ່ນ້ຳຖືກວາງຮວມກັນໃນບ້ານຫຼາຍໆ ອາດຈະເກີດການລວມແສງ ເຮັດໃຫ້ເກີດຄວາມຮ້ອນ ແລະ ອາດລຸກລາມເຖິງໄຟໄໝ້ເຮືອນໄດ້ ແຕ່ກໍຍັງມີຄົນທີ່ຍັງຄົງເຊື່ອວ່າວິທີໄດ້ຜົນແລະ ນຳມາໃຊ້ຕໍ່ໄປ.

ບໍ່ໜ້າເຊື່ອເລີຍ ວ່າພຽງແຕ່ສິ່ງທີ່ເລີ່ມຕົ້ນຈາກຈຸດນ້ອຍໆ ເຊັ່ນການຂີ້ຕົວະຄັ້ງດຽວທີ່ມີເຈດຕະນາເພື່ອຄວາມມ່ວນຊື່ນ ຈະກາຍມາເປັນເລື່ອງທີ່ຍັງມີຄົນເຊື່ອໄປທົ່ວໂລກຈົນຮອດປັດຈຸບັນ ເຖິງວ່າ Eion Scarrow ຈະເສຍຊີວິດໄປແລ້ວໃນປີ 2013.

ຮຽບຮຽງໂດຍ: Alounny

ຂອບໃຈແຫຼ່ງຂໍ້ມູນ: https://today.line.me/th/v2/article/การวางขวดน้ำไว้หน้าบ้านเพื่อไล่หมาแมว+เป็นเรื่องโกหก+April+fool+เพจ+Eak+SummerSnow-L3nwxn