ສັດລ້ຽງ 5000 ໂຕ ຕາຍຢ່າງໜ້າຫົດຫູ່ຫຼັງຈາກຖືກຂັງໄວ້ກ່ອງໄປສະນີ ກຽມສົ່ງ


ເມື່ອວັນທີ 1 ຕຸລາ ທີ່ຜ່ານມາ ເວບໄຊເດລີເມລ ໄດ້ເປີດເຜີຍລາຍງານ ພ້ອມກັບພາບທີ່ສະເທືອນໃຈ ພົບສັດລ້ຽງຈຳນວນຫຼາຍກາຍເປັນຊາກສົບທີ່ບໍ່ມີລົມຫາຍໃຈຢູ່ໃນກ່ອງພັດສະດຸ ແລະ ກ່ອງເຫຼັກທີ່ກຽມສົ່ງເປັນສິນຄ້າ ທີ່ສະຖານີຂົນສົ່ງຕົງຊິ່ງ ໃນເມືອງຫຼົວເຫີ ມົນທົນເຫີໜານປະເທດຈີນ.

ຊາກສັດລ້ຽງດັ່ງກ່າວມີທັງໝາ, ແມວ, ກະຕ່າຍ ແລະ ໜູແຮມເຕີ້ ລວມແລ້ວມີຈຳນວນຫຼາຍກວ່າ 5000 ໂຕ ໂດຍທີ່ພວກມັນຖືກປ່ອຍໃຫ້ຢູ່ແບບບໍ່ມີທັງນ້ຳ ແລະ ອາຫານດົນເປັນອາທິດ ຈົນພວກມັນຕາຍຢ່າງໜ້າໂສກເສົ້າ.