Disney ປົດພະນັກງານສວນສະຫນຸກໃນສະຫະລັດອາເມຣິກາອອກ 2.8 ໝື່ນຄົນຍ້ອນພິດໂຄວິດ-19


ບໍລິສັດ Walt Disney ໄດ້ອອກມາຖະແຫຼງການວ່າ ບໍລິສັດກຽມປົດພະນັກງານ 28.000 ຄົນ ເຊິ່ງສ່ວນໃຫຍ່ເປັນພະນັກງານໃນສວນສະຫນຸກທີ່ສະຫະລັດອາເມລິກາ ຫຼັງການແຜ່ລະບາດຂອງໂຣກໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການເປິດຮັບນັກທ່ອງທ່ຽວໂດຍສະເພາະທີ່ສວນສະຫນຸກ Disneyland ໃນ California ເຊິ່ງຍັງຄົງປິດໃຫ້ບໍລິການ.

Josh Damaro ປະທານຝ່າຍທຸລະກິດສວນສະຫນຸກເປິດເຜີຍໃນການຖະແຫຼງການວ່າ “ ເຮົາໄດ້ຕັດສິນໃຈໃນເລື່ອງທີ່ຍາກລຳບາກຫຼາຍສຳຫຼັບການປັບລົດຈຳນວນພະນັກງານທຸກລະດັບໃນກຸ່ມທຸລະກິດ Parks, Experiences and Products “.

ແຕ່ເຖິງຢ່າງໃດກໍຕາມສຳຫຼັບພະນັັກງານທີ່ຖືກຢຸດຈ້າງ 2 ໃນ 3 ຈະໄດ້ຮັບການວ່າຈ້າງເປັນພະນັກງານຊົ່ວຄາວ. ກ່ອນໜ້ານີ້ Disney ໄດ້ສັ່ງປິດສວນສະຫນຸກທົ່ວໂລກໃນຊ່ວງທີ່ໂຣກໂຄວິດ-19 ເລິ່ມລະບາດກ່ອນຈະກັບມາທະຍອຍເປິດໃຫ້ບໍລິການອີກຄັ້ງໃນບາງແຫ່ງ ໂດຍຈຳກັດຈຳນວນນັກທ່ອງທ່ຽວເພື່ອໃຫ້ເປັນໄປຕາມມາດຕະການເວັ້ນໄລຍະຫ່າງທາງສັງຄົມ.

ທີ່ມາ: https://www.ryt9.com/s/iq38/3163164