ຈີນ ພົບຮອຍຕີນໄດໂນເສົາ “ໄດໂນນີຄັສ” ທີ່ໃຫຍ່ທີ່ສຸດໃນໂລກ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ທີມນັກວິທະຍາສາດໄດ້ເປີດເຜີຍການຄົ້ນພົບຮອຍຕີນຂອງໄດໂນເສົາຂະໜາດໃຫຍ່ໃນເຂດບ້ານ ຫຼິນເຊິງ ໃນມົນທົນຝູຈ້ຽນທາງຕາເວັນອອກຂອງຈີນ ຢ່າງໜ້ອຍ 8 ຊະນິດ  ເຊິ່ງມີ 12 ຮອຍເປັນຂອງໄດໂນເສົາ ພັນໄດໂນນີຄັສ ຫຼື deinonychosaurs.

ໃນບັນດາ 12 ຮອຍ ພົບຮອຍຕີນຂະໜາດໃຫຍ່ 5 ຮອຍ ຄວາມກວ້າງປະມານ 16,9 ຊັງຕີແມັດ ແລະ ຄວາມຍາວ 36,4 ຊັງຕີແມັດ ເຊິ່ງເຮັດໃຫ້ນັກວິໄຈສາມາດຈຳແນກປະເພດໄດ້ໂນເສົາເພີ່ມໃນຊື່ວ່າ Fujianipus yingliangi ໂດຍຫາກພິຈາລະນາສັດສ່ວນນິ້ວຕີນແລ້ວ ຄາດວ່າຈະຢູ່ໃນວົງຕະກູນ troodontid.

ທາງຮອງສາສະດາຈານ ສິງລີຕາ ໄດ້ກ່າວວ່າ ຮອຍຕີນເຫຼົ່ານີ້ຖືວ່າເປັນຮອຍຕີນທີ່ໃຫຍ່ທີ່ສຸດທີ່ເຄີຍຄົ້ນພົບມາ ທັງໃນຈີນ ແລະ ບ່ອນອື່ນໆ ຫາກພິຈາລະນາຈາກຮອຍຂະໜາດຂອງຕີນແລ້ວຄາດວ່າ ຮອຍຕີນຂອງ Fujianipus yingliangi ອາດຈະມີຄວາມຍາວຢ່າງໜ້ອຍ 5 ແມັດ ແລະ ມີຄວາມສູງຊ່ວງກະໂພກເກືອບ 2 ແມັດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/