ປົກເວັບ 18

ຫ້າມນຳເງິນກີບປະດິດເປັນຊໍ່ດອກໄມ້ ແລະ ຂາຍເກັງກຳໄລຢ່າງເດັດຂາດ

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການຢ່າງເປັນທາງການໃນວັນທີ 22 ຕຸລາ 2026 ສັ່ງຫ້າມທຸກພາກສ່ວນນຳໃຊ້ໃບເງິນກີບໄປປະດິດເປັນສິນຄ້າ, ຊໍ່ດອກໄມ້ ຫຼື ວາງຂາຍເກັງກຳໄລ ເພື່ອປົກປ້ອງກຽດສັກສີ ແລະ ຄຸນຄ່າຂອງເງິນຕາແຫ່ງຊາດ.

ແຈ້ງການສະບັບເລກທີ 2084/ຫອຄ ໄດ້ລະບຸຢ່າງຊັດເຈນວ່າ ໃນໄລຍະຜ່ານມາໄດ້ມີການນຳເອົາໃບເງິນກີບໃໝ່ໄປປະດິດເປັນ ຕົ້ນກະລະພຶກ, ພວງມະໄລ, ຊໍ່ດອກໄມ້ ແລະ ສິ່ງປະດິດອື່ນໆ ແລ້ວນຳໄປວາງຂາຍເກີນມູນຄ່າ ຫຼື ໂຄສະນາຕາມສື່ສັງຄົມອອນລາຍຕ່າງໆ. ພຶດຕິກຳດັ່ງກ່າວເຮັດໃຫ້ເກີດພາບພົດທີ່ບໍ່ເໝາະສົມ, ເຮັດໃຫ້ທະນະບັດເສື່ອມຄຸນນະພາບ ແລະ ກະທົບຕໍ່ກຽດສັກສີຂອງເງິນກີບເຊິ່ງເປັນຕົວແທນຂອງເງິນຕາແຫ່ງຊາດ.

ດັ່ງນັ້ນ, ທາງການຈຶ່ງຫ້າມເດັດຂາດບໍ່ໃຫ້ມີການຜະລິດ, ວາງຂາຍ ຫຼື ໂຄສະນາສິນຄ້າທີ່ເຮັດດ້ວຍເງິນກີບ ພ້ອມທັງຫ້າມນຳເອົາໃບເງິນກີບໃໝ່ໄປແລກປ່ຽນເພື່ອເກັງກຳໄລເກີນມູນຄ່າທະນະບັດໃນທຸກຮູບແບບ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມອບໝາຍໃຫ້ພະແນກອຸດສາຫະກຳ ແລະ ການຄ້າທຸກຂັ້ນ ລົງສຶກສາອົບຮົມ, ຕິດຕາມ ແລະ ກວດກາບັນດາຜູ້ປະກອບການທຸລະກິດ ແລະ ຫ້າງຮ້ານຢ່າງໃກ້ຊິດ ເພື່ອໃຫ້ເຂົ້າໃຈລະບຽບການຢ່າງເຂັ້ມງວດ. ສຳລັບມາດຕະການຕໍ່ຜູ້ລະເມີດ ແມ່ນຈະມີການສຶກສາອົບຮົມ, ກ່າວເຕືອນ ຫຼື ປະສານສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອນຳໃຊ້ມາດຕະການປັບໃໝ ແລະ ມາດຕະການອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍການຄຸ້ມຄອງທະນະບັດ ສະບັບເລກທີ 854/ລບ ຢ່າງເດັດຂາດ.

ການຈັດຕັ້ງປະຕິບັດຄັ້ງນີ້ແມ່ນເພື່ອຮັບປະກັນການຈັດຕັ້ງປະຕິບັດລະບຽບກົດໝາຍໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

#LaoXperts #ຂ່າວເສດຖະກິດ #ປົກປ້ອງເງິນກີບ #ກະຊວງອຸດສາຫະກຳແລະການຄ້າ #ທະນະບັດລາວ

Comments are disabled