ປົກເວັບ 2026 10 14T121343 482

ບໍ່ຕ້ອງຖ້າເມົາ! ດື່ມໜ້ອຍດຽວກໍຜິດ ຕາມກົດໝາຍໃໝ່ “ທາດເຫຼົ້າເປັນສູນ”

ສປປ ລາວ ພວມສະເໜີມາດຕະການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ເຂັ້ມງວດກວ່າເກົ່າ, ລວມທັງກົດລະບຽບປະລິມານທາດເຫຼົ້າເປັນສູນສຳລັບຜູ້ຂັບຂີ່, ການຈຳກັດເວລາຂາຍ, ການຫ້າມໂຄສະນາແອບແຝງ ແລະ ມາດຕະການທາງອາຍາໃໝ່ສຳລັບຜູ້ລະເມີດ.

ມາດຕະການດັ່ງກ່າວແມ່ນໄດ້ລວມຢູ່ໃນຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າສະບັບປັບປຸງ ທີ່ໄດ້ສະເໜີໂດຍ ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ ຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 14 ຕຸລາ ລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X. 

ຮ່າງກົດໝາຍນີ້ແນໃສ່ແກ້ໄຂຊ່ອງຫວ່າງໃນກົດໝາຍສະບັບປະຈຸບັນ ທີ່ຖືກຮັບຮອງເອົາໃນປີ 2014.

ພາຍໃຕ້ຮ່າງກົດໝາຍສະບັບນີ້, ຜູ້ຂັບຂີ່ ແລະ ຜູ້ຄວບຄຸມເຄື່ອງຈັກໜັກ ຕ້ອງມີປະລິມານທາດເຫຼົ້າເປັນສູນ (0) ໃນລົມຫາຍໃຈ, ເລືອດ ຫຼື ປັດສະວະ.

ເຊິ່ງໃນໄລຍະຜ່ານມາ, ເວລາມີການກວດກາຂອງເຈົ້າໜ້າທີ່ມັກຈະມີການຖົກຖຽງກັນລະຫວ່າງຜູ້ຂັບຂີ່ ແລະ ເຈົ້າໜ້າທີ່ວ່າ “ເມົາ ຫຼື ບໍ່ເມົາ” ເຊິ່ງຕ້ອງໄດ້ອາໄສການເປົ່າເຄື່ອງວັດແທກລະດັບແອວກໍຮໍເພື່ອໃຫ້ເຖິງເກນທີ່ກຳນົດໄວ້ຈຶ່ງຈະຖືວ່າຜິດກົດໝາຍ. 

ແຕ່ສຳລັບຮ່າງກົດໝາຍສະບັບປັບປຸງນີ້ ແມ່ນບໍ່ຈຳເປັນຕ້ອງຖ້າໃຫ້ຮອດເກນອີກຕໍ່ໄປ, ພຽງແຕ່ທ່ານດື່ມໜ້ອຍດຽວ ແລ້ວກວດພົບປະລິມານທາດເຫຼົ້າໃນເລືອດ, ລົມຫາຍໃຈ ຫຼື ປັດສະວະ ແມ່ນຖືວ່າຜິດກົດໝາຍທັນທີ.

ສຳລັບການຂາຍຍ່ອຍເຄື່ອງດື່ມທີ່ມີທາດເຫຼົ້າຈະອະນຸຍາດໃຫ້ຂາຍແຕ່ເວລາ 16:00 ໂມງ ຫາ 23:00 ໂມງ ເທົ່ານັ້ນ, ໃນຂະນະທີ່ການໂຄສະນາຜ່ານສື່ເອເລັກໂຕຣນິກຈະຖືກຈຳກັດໃຫ້ອອກອາກາດໄດ້ແຕ່ເວລາ 22:00 ໂມງ ຫາ 02:00 ໂມງ ແລະ ຫ້າມໂຄສະນາທຸກຮູບແບບໂດຍບໍ່ໄດ້ຮັບອະນຸຍາດ.   

ນອກຈາກນີ້, ຮ່າງກົດໝາຍຍັງໄດ້ອັດຊ່ອງຫວ່າງການໂຄສະນາແອບແຝງ ໂດຍກຳນົດວ່າ ການອຸປະຖຳບໍ່ວ່າທາງກົງ ຫຼື ທາງອ້ອມ ຕ້ອງບໍ່ຢູ່ໃນຮູບການໂຄສະນາສົ່ງເສີມການຈຳໜ່າຍ ແລະ ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ. 

ພ້ອມທັງຫ້າມສະແດງເຄື່ອງໝາຍການຄ້າຂອງບໍລິສັດ, ຫ້າມອອກໂຄສະນາການອຸປະຖຳ ແລະ ບໍ່ໃຫ້ບັນທຶກພາບການອຸປະຖຳເພື່ອອອກຂ່າວ ຫຼື ຮູບການອື່ນໆ ທີ່ເປັນການສົ່ງເສີມການບໍລິໂພກໂດຍເດັດຂາດ.   

ໃນດ້ານການປົກປ້ອງສັງຄົມ, ຮ່າງກົດໝາຍນີ້ຫ້າມບໍ່ໃຫ້ຜູ້ມີອາຍຸຕໍ່າກວ່າ 18 ປີ ບໍລິໂພກ, ຊື້ ຫຼື ຂາຍ ໃນສະຖານທີ່ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ.

ຫົວໜ່ວຍທຸລະກິດຈະປະເຊີນກັບການປັບໃໝ ຖ້າຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ເດັກນ້ອຍ, ຄົນທີ່ເມົາເຫຼົ້າ, ຜູ້ທີ່ໃສ່ເຄື່ອງແບບ ແລະ ຜູ້ຂັບຂີ່. 

ພ້ອມດຽວກັນນັ້ນ, ຍັງມີຂໍ້ຫ້າມຢ່າງຈະແຈ້ງ ບໍ່ໃຫ້ຊັກຊວນ ຫຼື ໃຫ້ແມ່ຍິງຖືພາ ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ.  

 ເພື່ອຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ມາດຕາປັບປຸງໃໝ່ຍັງຫ້າມຈຳໜ່າຍ ແລະ ບໍລິໂພກ ເຄື່ອງດື່ມທີ່ມີທາດເຫຼົ້າໃນສະຖານທີ່ບໍລິການສາທາລະນະສຸກ, ສະຖານການສຶກສາ, ສຳນັກງານ, ອົງການຂອງລັດ, ສາສະໜາສະຖານ, ສວນສາທາລະນະ, ໂຮງມະໂຫລະສົບ, ສະໜາມກິລາ ແລະ ໂຮງຈັກໂຮງງານ. 

ທີ່ສຳຄັນ, ຍັງຫ້າມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ໃນເວລາເດີນທາງດ້ວຍຍານພາຫະນະທາງບົກອີກດ້ວຍ.   ການສະເໜີປ່ຽນແປງດັ່ງກ່າວມີຂຶ້ນທ່າມກາງຄວາມກັງວົນກ່ຽວກັບຄວາມປອດໄພເທິງທ້ອງຖະໜົນ ແລະ ຄວາມສ່ຽງດ້ານສຸຂະພາບ. 

ຕົວເລກທີ່ສະເໜີຕໍ່ສະພາແຫ່ງຊາດສະແດງໃຫ້ເຫັນວ່າ ອຸບັດຕິເຫດທາງຖະໜົນຮ້າຍແຮງ 1.440 ກໍລະນີ ຈາກທັງໝົດ 6.779 ກໍລະນີທີ່ບັນທຶກໄວ້ໃນປີ 2025 ແມ່ນມີສາເຫດມາຈາກການດື່ມເຫຼົ້າ. 

ຈາກອຸບັດຕິເຫດທັງໝົດທີ່ມີການລາຍງານ, ມີຜູ້ເສຍຊີວິດ 917 ຄົນ ແລະ ບາດເຈັບ 10.464 ຄົນ. 

ອຸບັດຕິເຫດທາງຖະໜົນໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 900 ຫາ 1.000 ຄົນຕໍ່ປີໃນໄລຍະ 5 ປີທີ່ຜ່ານມາ, ເຊິ່ງຊາວໜຸ່ມກວມເອົາປະມານ 80 ສ່ວນຮ້ອຍ, ສ້າງຄວາມເສຍຫາຍທາງດ້ານເສດຖະກິດຕໍ່ປີຄາດຄະເນສູງເຖິງ 175 ລ້ານໂດລາສະຫະລັດ.

ກະຊວງສາທາລະນະສຸກຍັງໄດ້ຍົກເອົາກໍລະນີການເສຍຊີວິດຂອງນັກທ່ອງທ່ຽວຕ່າງປະເທດຢູ່ເມືອງວັງວຽງໃນປີ 2024 ທີ່ສະແດງໃຫ້ເຫັນເຖິງຈຸດອ່ອນຂອງກົດລະບຽບໃນປະຈຸບັນ. ດ້ວຍເຫດນີ້, ຮ່າງກົດໝາຍສະບັບປັບປຸງຈຶ່ງໄດ້ເພີ່ມ 32 ມາດຕາໃໝ່, ປັບປຸງ 64 ມາດຕາ ແລະ ຮັກສາໄວ້ 3 ມາດຕາ ໂດຍປະກອບມີ 12 ພາກ, 9 ໝວດ ແລະ 99 ມາດຕາ.

ມາດຕາ 86 ຫາ 96 ໄດ້ກຳນົດມາດຕະການທາງອາຍາ ເຊິ່ງກວມເອົາ 10 ປະເພດການກະທຳຜິດ ເຊັ່ນ: ການຜະລິດ, ການນຳເຂົ້າ ຫຼື ຂາຍ ໂດຍບໍ່ໄດ້ຮັບອະນຸຍາດ, ການໂຄສະນາທີ່ບໍ່ໄດ້ຮັບອະນຸຍາດ, ການນຳໃຊ້ສານອັນຕະລາຍໃນເຄື່ອງດື່ມ, ການເມົາແລ້ວຂັບ ແລະ ການກໍ່ຄວາມວຸ້ນວາຍ ຫຼື ໃຊ້ຄວາມຮຸນແຮງໃນຂະນະມຶນເມົາ.

ຮ່າງກົດໝາຍນີ້ຍັງສະເໜີໃຫ້ສ້າງຕັ້ງກອງທຶນຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກລາຍຮັບ 2 ສ່ວນຮ້ອຍຂອງອາກອນກຳໄລ ແລະ ອາກອນຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອສະໜັບສະໜູນວຽກງານຄວບຄຸມຂອງພາກລັດ ພ້ອມທັງຂະຫຍາຍຄວາມຮັບຜິດຊອບຂອງໜ່ວຍງານທີ່ກ່ຽວຂ້ອງ ເພື່ອເພີ່ມທະວີການບັງຄັບໃຊ້ກົດໝາຍ.

ອີກໜຶ່ງຂໍ້ກຳນົດໃໝ່ແມ່ນການກຳນົດເອົາວັນທີ 19 ທັນວາ ຂອງທຸກໆປີ ເປັນວັນແຫ່ງຊາດງົດດື່ມ ແລະ ງົດຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອປູກຈິດສຳນຶກໃຫ້ສັງຄົມຮັບຮູ້ເຖິງຜົນຮ້າຍຂອງມັນ, ເຊິ່ງໃນວັນດັ່ງກ່າວ ແມ່ນຫ້າມບໍລິໂພກ ແລະ ຈຳໜ່າຍ ເຄື່ອງດື່ມທີ່ມີທາດເຫຼົ້າຢ່າງເດັດຂາດ.  

ກະຊວງສາທາລະນະສຸກກ່າວວ່າ ການປັບປຸງແມ່ນມີຄວາມຈຳເປັນເນື່ອງຈາກກົດໝາຍສະບັບປະຈຸບັນ ຍັງບໍ່ທັນສາມາດຄຸ້ມຄອງການຜະລິດໃນຄົວເຮືອນ, ການໂຄສະນາ ແລະ ການຂາຍຍ່ອຍໄດ້ຢ່າງພຽງພໍ. 

ອີງຕາມການສຳຫຼວດໃນປີ 2019 ພົບວ່າ 58,8 ສ່ວນຮ້ອຍ ຂອງປະຊາກອນອາຍຸ 15 ປີຂຶ້ນໄປ ແມ່ນດື່ມເຄື່ອງດື່ມທີ່ມີທາດເຫຼົ້າ, ໂດຍມີການບໍລິໂພກສະເລ່ຍເຖິງ 11,5 ລິດ ຕໍ່ຄົນຕໍ່ປີ.ຮ່າງກົດໝາຍດັ່ງກ່າວຍັງຢູ່ໃນຂັ້ນຕອນການພິຈາລະນາຂອງສະພາແຫ່ງຊາດ ແລະ ມາດຕະການທີ່ສະເໜີມານີ້ ແມ່ນຍັງບໍ່ທັນມີຜົນບັງຄັບໃຊ້ເທື່ອ.

#LaoX #ປະເທດລາວ #ຂ່າວລາວ #ເມົາບໍ່ຂັບ #ດື່ມບໍ່ຂັບ #ກົດໝາຍໃໝ່ #ຄວາມປອດໄພທາງຖະໜົນ #ຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ #Laos #LaosNews #ZeroAlcohol #RoadSafety #NationalAssembly

Comments are disabled