ດຣາມາຊຸດສຸພາບທ່ຽວຜັບ, ເມື່ອມາດຕະຖານການແຕ່ງກາຍ ເປີດກວ້າງໃຫ້ຕີຄວາມໝາຍ
ທາງການນະຄອນຫຼວງວຽງຈັນອອກກົດລະບຽບໃໝ່ເພື່ອຈັດລະບຽບຮ້ານອາຫານແລະສະຖານບັນເທີງໃຫ້ມີຄວາມປອດໄພ ແຕ່ຂໍ້ກຳນົດບັງຄັບເລື່ອງການແຕ່ງກາຍທີ່ຂາດຄວາມຊັດເຈນໄດ້ສ້າງຜົນກະທົບຕໍ່ຄວາມຮູ້ສຶກຂອງປະຊາຊົນ ຈົນເກີດກະແສຮຽກຮ້ອງໃຫ້ລັດກຳນົດມາດຕະຖານທີ່ປະຕິບັດໄດ້ຈິງແທນການປ່ອຍໃຫ້ຕີຄວາມໝາຍເອົາເອງ.
ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 1464/ວທ.ນວ ເພື່ອຮັດກຸມການຄຸ້ມຄອງສະຖານບັນເທີງ ແລະ ຮ້ານອາຫານ ໂດຍມີມາດຕະການທີ່ສຳຄັນເຊັ່ນ ການຫ້າມຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ເດັກນ້ອຍຕ່ຳກວ່າ 18 ປີ, ການຫ້າມພົກພາອາວຸດ, ຢາເສບຕິດ ແລະ ກຳນົດເວລາປິດບໍລິການຢ່າງຊັດເຈນ ພ້ອມທັງມີມາດຕະການລົງໂທດຢ່າງເດັດຂາດຕໍ່ຜູ້ລະເມີດ ເຊິ່ງມາດຕະການເຫຼົ່ານີ້ລ້ວນແຕ່ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມອັນດີໃນການຮັກສາຄວາມປອດໄພ ແລະ ຄວາມສະຫງົບຂອງຊຸມຊົນ.
ເຖິງຢ່າງໃດກໍຕາມ ປະເດັນທີ່ຖືກຈັບຕາເບິ່ງເປັນພິເສດ ແລະ ກາຍເປັນທີ່ວິພາກວິຈານຫຼາຍທີ່ສຸດແມ່ນຂໍ້ກຳນົດທີ່ຮຽກຮ້ອງໃຫ້ລູກຄ້າຕ້ອງແຕ່ງກາຍ “ສຸພາບຮຽບຮ້ອຍ” ເນື່ອງຈາກຄຳດັ່ງກ່າວຍັງຂາດຄວາມຊັດເຈນ ແລະ ເປີດກວ້າງຕໍ່ການຕີຄວາມໝາຍ.
ຄວາມບໍ່ຊັດເຈນນີ້ສ້າງຄວາມສັບສົນໃຫ້ທັງຜູ້ປະກອບການ ແລະ ລູກຄ້າ ທີ່ມາຈາກຫຼາກຫຼາຍອາຊີບ ແລະ ຖານະ ເຊິ່ງການບັງຄັບເລື່ອງການແຕ່ງກາຍອາດກາຍເປັນການແບ່ງແຍກທາງສັງຄົມໂດຍບໍ່ຕັ້ງໃຈ ເພາະໃນຄວາມເປັນຈິງແລ້ວ ເຄື່ອງນຸ່ງທີ່ລາຄາແພງ ຫຼື ຊຸດທີ່ເປັນທາງການບໍ່ໄດ້ເປັນເຄື່ອງຮັບປະກັນເຖິງພຶດຕິກຳທີ່ເໝາະສົມສະເໝີໄປ ບຸກຄົນທີ່ນຸ່ງຊຸດທຳມະດາກໍສາມາດປະຕິບັດຕາມກົດລະບຽບໄດ້ເປັນຢ່າງດີ ຄວາມປອດໄພທີ່ແທ້ຈິງຈຶ່ງຂຶ້ນກັບການປະຕິບັດຕົວ ແລະ ການຄຸ້ມຄອງທີ່ເຂັ້ມງວດຫຼາຍກວ່າ.
ເພື່ອເປັນການສະທ້ອນມຸມມອງຕໍ່ກົດລະບຽບດັ່ງກ່າວ ປະຊາຊົນບາງສ່ວນໄດ້ຫັນມາໃຊ້ສື່ສັງຄົມອອນລາຍສະແດງອອກຜ່ານພາບຕັດຕໍ່ AI ທີ່ເຕັມໄປດ້ວຍຄວາມຕະຫຼົກ ໂດຍຈຳລອງພາບການນຸ່ງຊຸດສູດເຕັມຍົດ ແລະ ຊຸດຜ້າໄໝພື້ນເມືອງລາວເຂົ້າສະຖານບັນເທີງ. ເຊິ່ງໂດຍປົກກະຕິແລ້ວ ບໍ່ມີໃຜນຸ່ງແບບນັ້ນໄປຮ້ານບັນເທີງ.
ຫຼື ໃນຄວາມເປັນຈິງແລ້ວ ຄຳວ່າສຸພາບຮຽບຮ້ອຍໃນບໍລິບົດຂອງການເຂົ້າສະຖານບັນເທີງ ຄວນໝາຍເຖິງການແຕ່ງກາຍແບບລຳລອງທີ່ເໝາະສົມ ປົກປິດຮ່າງກາຍມິດຊິດ, ບໍ່ໂປ້ເປື່ອຍ ແລະ ບໍ່ຂັດຕໍ່ຮີດຄອງປະເພນີອັນດີງາມ ຫຼາຍກວ່າການຕ້ອງນຸ່ງສູດຜູກໄທ ຫຼື ໃສ່ຊຸດຜ້າໄໝລາວເຕັມຍົດ ຫຼືບໍ່.
ສິ່ງທ້າທາຍທີ່ສຳຄັນໃນປັດຈຸບັນສຳລັບພາກສ່ວນທີ່ກ່ຽວຂ້ອງແມ່ນການອອກມາອະທິບາຍ ແລະ ສ້າງມາດຕະຖານທີ່ຊັດເຈນວ່າ ການແຕ່ງກາຍແບບໃດຈຶ່ງຈະຖືວ່າເໝາະສົມໃນທາງປະຕິບັດ ເພື່ອໃຫ້ຜູ້ປະກອບການສາມາດບັງຄັບໃຊ້ໄດ້ຢ່າງເປັນທຳ ແລະ ບໍ່ເກີດຂໍ້ຂັດແຍ່ງກັບລູກຄ້າ.
ການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຂອງນະຄອນຫຼວງວຽງຈັນ ຄວນດຳເນີນໄປພ້ອມກັບການສົ່ງເສີມທຸລະກິດການທ່ອງທ່ຽວ ໂດຍອາໄສກົດລະບຽບທີ່ສົມເຫດສົມຜົນ, ເຂົ້າໃຈງ່າຍ ແລະ ເຄົາລົບສິດທິຂອງທຸກຝ່າຍ ເພາະທ້າຍທີ່ສຸດແລ້ວ ຄວາມປອດໄພ ແລະ ພຶດຕິກຳທີ່ໃຫ້ກຽດເຊິ່ງກັນແລະກັນ ຄືຫົວໃຈສຳຄັນທີ່ແທ້ຈິງຂອງການໃຊ້ບໍລິການສະຖານບັນເທີງ ບໍ່ແມ່ນພຽງແຕ່ຮູບລັກສະນະພາຍນອກເທົ່ານັ້ນ.
#LaoX #VientianeCapital #LaosNews #ສະຖານບັນເທີງ #ກົດລະບຽບໃໝ່ #ສິດທິສ່ວນບຸກຄົນ


