ກະຊວງປ້ອງກັນປະເທດສະຫະລັດ ເປີດເຜີຍເອກະສານລັບກວ່າ 160 ສະບັບ ກ່ຽວກັບປະກົດການທາງອາກາດທີ່ບໍ່ສາມາດລະບຸໄດ້ (UAP) ຕາມຄຳສັ່ງຂອງປະທານາທິບໍດີ ເພື່ອສ້າງຄວາມໂປ່ງໃສ ແລະ ຕອບສະໜອງຕໍ່ຄວາມຢາກຮູ້ຂອງມວນຊົນ ເຊິ່ງຖືເປັນບາດກ້າວສຳຄັນໃນການຖອດລະຫັດຄວາມລັບນອກໂລກທີ່ສົ່ງຜົນຕໍ່ຄວາມໝັ້ນຄົງ ແລະ ວິທະຍາສາດມະນຸດ.
ການເຜີຍແຜ່ຂໍ້ມູນຄັ້ງປະຫວັດສາດນີ້ ລວມມີເອກະສານ ແລະ ບົດບັນທຶກລັບທີ່ຄອບຄຸມໄລຍະເວລາຫຼາຍທົດສະວັດ ເຊິ່ງໄດ້ຮັບການຖອດຊັ້ນຄວາມລັບ ແລະ ນຳມາວາງສະແດງເທິງເວັບໄຊທາງການຂອງກະຊວງປ້ອງກັນປະເທດ ຕາມການຊີ້ນຳຂອງປະທານາທິບໍດີ ໂດນັລ ທຣຳ ທີ່ຕ້ອງການຕອບສະໜອງຕໍ່ຄວາມສົນໃຈຢ່າງມະຫາສານຂອງສາທາລະນະຊົນ.
ພາຍໃນເອກະສານເຫຼົ່ານີ້ ປະກົດມີບົດບັນທຶກການສົນທະນາທີ່ໜ້າຕື່ນເຕັ້ນຂອງນັກບິນອະວະກາດຈາກໂຄງການ Apollo ທີ່ລົງຈອດເທິງດວງຈັນໃນຊ່ວງປີ 1960 ແລະ 1970 ໂດຍສະເພາະ ບັສ ໂອລດຣິນ ຈາກຍານ Apollo 11 ທີ່ໄດ້ລາຍງານການພົບເຫັນແຫຼ່ງກຳເນີດແສງສະຫວ່າງປະຫຼາດທີ່ບໍ່ສາມາດອະທິບາຍໄດ້ ໃນຂະນະທີ່ນັກບິນຈາກ Apollo 12 ແລະ 17 ກໍໄດ້ບັນຍາຍເຖິງວັດຖຸທີ່ຄ້າຍຄືກັບອະນຸພາກແສງທີ່ພຸ່ງອອກຈາກຜິວດວງຈັນຢ່າງໜ້າອັດສະຈັນ.
ນອກຈາກຂໍ້ມູນປະຫວັດສາດແລ້ວ ຍັງມີການເປີດເຜີຍຫຼັກຖານໃໝ່ເປັນຄລິບວິດີໂອຈາກກອງທັບສະຫະລັດ ໃນເຂດຕາເວັນອອກກາງ ເຊັ່ນ ອີຣັກ, ຊີຣີ ແລະ ສະຫະລັດ ອາຣັບ ເອມີເຣດ ໃນປີ 2022 ທີ່ບັນທຶກພາບວັດຖຸຮູບຊົງວົງມົນເຄື່ອນທີ່ດ້ວຍຄວາມໄວສູງ ເຊິ່ງທາງເພນຕາກອນຈັດໃຫ້ເປັນປະກົດການທີ່ຍັງບໍ່ສາມາດຫາຂໍ້ສະຫຼຸບໄດ້.
ເຖິງແມ່ນວ່າສະມາຊິກສະພາຄອງເກຣດຫຼາຍທ່ານຈະຂານຮັບວ່າ ນີ້ຄືບາດກ້າວສຳຄັນສູ່ຄວາມໂປ່ງໃສຂອງລັດຖະບານ ແຕ່ກໍມີບາງຝ່າຍເບິ່ງວ່າການເປີດເຜີຍຂໍ້ມູນ UFO ໃນຊ່ວງນີ້ ອາດເປັນພຽງຍຸດທະສາດການສ້າງກະແສເພື່ອປ່ຽນຄວາມສົນໃຈຈາກບັນຫາເສດຖະກິດ ແລະ ຄວາມຂັດແຍ້ງໃນຕາເວັນອອກກາງທີ່ກຳລັງເຄັ່ງຮ້ອນ.
ຂໍ້ມູນເວັບໄຊຂອງສະຫະລັດ: https://www.war.gov/ufo/
#UFO #UAP #Pentagon #SpaceNews #Aliens #NASA #ຄວາມລັບຈັກກະວານ #ຂ່າວຕ່າງປະເທດ


