ໂຄງການ Samsung Love & Care ໄດ້ຮັບການຍົກຍ່ອງຈາກ Asia-Pacific SABRE Awards 2020.


ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ ຈຳກັດຜູ້ດຽວ ໄດ້ຮັບລາງວັນຊະນະເລີດ Gold SABRE ສາຂາ ການຕະຫຼາດທີ່ກ່ຽວຂ້ອງຄວາມຮັບຜິດຊອບຕໍ່ສັງຄົມຂອງທຸລະກິດ.

ໃນວັນທີ 25 ກັນຍາ 2020 ທີ່ຜ່ານມາ – ໂຄງການ Samsung Love & Care ໄດ້ຮັບລາງວັນດີເດັ່ນ Gold SABRE ສາຂາ ການຕະຫຼາດທີ່ກ່ຽວຂ້ອງການປະກອບສ່ວນຊ່ວຍເຫຼືອສັງຄົມ(Cause-Related Marketing) ໃນງານປະກາດລາງວັນ SABRE ລະດັບພາກພື້ນ ອາຊີອາຄະເນ ປະຈຳປີ 2020 ທີ່ຈັດຂຶ້ນໃນວັນທີ 24 ກັນຍາ 2020 ໂດຍ PRovoke Media, ເຊິ່ງໄດ້ຈັດຂຶ້ນແຕ່ລະປີ ເພື່ອເປັນການຍົກຍ້ອງແຄມເປນການສື່ສານທີ່ດີເດັ່ນທົ່ວອາຊີອາຄະເນ.

ໂຄງການ Samsung’s Love and Care ແມ່ນ ລິເລີ່ມ ແລະ ຈັດຕັ້ງປະຕິບັດໂດຍບໍລິສັດ Samsung ໃນພາກພື້ນຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອາຊີອາຄະເນ, ເຊິ່ງລວມມີປະເທດລາວນຳ. ໂຄງການດັ່ງກ່າວແມ່ນຖືກຈັດຕັ້ງປະຕິບັດເປັນໄລຍະຍາວ ແລະ ເປັນໂຄງການຊ່ວຍເຫຼືອສັງຄົມແບບຍຶນຍົງ. Samsung Love & Care ແມ່ນອີງໃສ່ວິໄສທັດ CSR ຂອງບໍລິສັດແມ່ເປັນຫຼັກໃນການສ້າງໂອກາດ ແລະ ຄວາມສາມາດໃຫ້ກັບຄົນທົ່ວໂລກແລະ ນອກຈາກນັ້ນ, ໂຄງການນີ້ແມ່ນມີຮູບແບບລັກສະນະພິເສດ ເຊິ່ງບໍ່ໄດ້ເປັນການບໍລິຈາກເງິນ ຫຼື ການບໍລິຈາກສິ່ງຂອງທີ່ເປັນລັກສະນະຄັ້ງດຽວ, ແຕ່ເປັນການນຳໃຊ້ຊັບພະຍາກອນ ແລະ ເຕັກໂນໂລຊີ ຂອງ ຊໍາຊຸງທີ່ມີຢູ່ ເພື່ອຮັບມື ແລະ ແກ້ໄຂບັນຫານເລື່ອງການສຶກສາໃນຂົງເຂດທີ່ຂາດແຄນໃນພາກພື້ນ ອາຊີ.

ໂຄງການນີ້ແມ່ນໄດ້ມີການເຕີບໂຕຂຶ້ນເລື້ອຍໆຕັ້ງແຕ່ປີ 2016 ເຊິ່ງເປັນປີທຳອິດທີ່ໄດ້ຈັດຕັ້ງປະຕິບັດ ແລະ ໄດ້ຊ່ວຍເຫຼືອ, ສ້າງການປ່ຽນແປງ, ປັບປຸງຄຸນະພາບຊີວິດຂອງປະຊາຊົນທີ່ຂາດແຄນເປັນຈຳນວນຫຼາຍໃນຂົງເຂດ ອາຊີອາຄະເນ. ປີ 2019 ເຊິ່ງເປັນປີທີ່ສ້າງຄວາມປ່ຽນແປງຄັ້ງຍິ່ງໃຫ່ຍຂອງ ບໍລິສັດ ຊໍາຊຸງ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນໂອເຊອານີ ເພາະວ່າ ຈຳນວນຕົວເລກຂອງພະນັກງານຊໍາຊຸງທີ່ໄດ້ປະກອບສ່ວນເຂົ້າຮ່ວມງານຊ່ວຍເຫຼືອສັງຄົມເພີ່ມຂຶ້ນ 260% ທຽບກັບປີ 2018 ແລະ ຍັງສາມາດເພີ່ມຈຳນວນຜູ້ທີ່ໄດ້ຮັບຜົນປະໂຫຍດຈຳນວນ 12 ເທົ່າໂຕ.

ໃນປີ 2019 ທີ່ຜ່ານມາ, ບໍລິສັດ ລາວຊຳຊຸງອີເລັກໂທຣນິກຈຳກັດຜູ້ດຽວ ຮ່ວມກັບອົງ ການອາຫານໂລກປະຈຳລາວ ຈັດກິດຈະກຳ ສົ່ງເສີມການຮຽນຮູ້ຜ່ານເຕັກໂນໂລຊີໃຫ້ແກ່ຄົນພິການຫູ ແລະ ປາກ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ. ກິດຈະກຳຄັ້ງນີ້ໄດ້ມອບອຸປະະກອນການຮຽນ ການສອນສຳລັບຄົນພິການຫູ ແລະ ປາກ ການສອນພາສາມືໂດຍນຳໃຊ້ແອັບພລິເຄຊັັນໃນ Samsung Tablet ຈັດປຶ້ມເຂົ້າຫ້ອງສະໝຸດ ແລະ ການແຂ່ງຂັນປຸງແຕ່ງອາຫານ. ໂອກາດນີ້ ບໍລິສັດລາວຊໍາຊຸງອີ ເລັກໂທຣນິກຈຳກັດຜູ້ດຽວ ກໍໄດ້ມອບ Samsung Tablet ຈຳນວນ 6 ໝ່ວຍ ໃຫ້ໂຮງຮຽນເປັນເຄື່ອງມືຊ່ວຍໃນການຮຽນ ການສອນພາສາມືໃຫ້ກັບອາຈານ ແລະ ນັກຮຽນ ໂດຍໃຊ້ Samsung Tablet ແລະ ແອັບ HANDME ເຊິ່ງເປັນແອັບພາສາມືສ້າງໂດຍຄົນລາວ ແລະ ໄດ້ຖືກນຳມາພັດທະນາຕໍ່ໂດຍບໍລິສັດ Bizgital.

ທົ່ວພາກພື້ນ, ມີພະນັກງານ ຊໍາຊຸງ ຈຳນວນ 275 ຄົນໄດ້ປະກອບສ່ວນເຂົ້າໃນໂຄງການອາສາສະໝັກຊ່ວຍເຫຼືອສັງຄົມ ແລະ ໃຊ້ເວລາເຮັດວຽກອາສາສະໝັກເກືອບ 2,500 ຊົ່ວໂມງ ຈາກເວລາສ່ວນໂຕ ແລະ ເຫື່ອແຮງ ຊັບພະຍາກອນທີ່ເຂົາມີຢູ່ ເພື່ອແບ່ງປັນກັບພື້ນທີ່ຂອງເຂົາເຈົ້າໃນປະເທດ ລາວ, ກຳປູເຈຍ, ພະມ້າ, ໄທ, ອິນໂດເນເຊຍ ແລະ ນິວຊີແລນ ແລະ ໄດ້ຊ່ວຍເພີ່ມຄຸນຄ່າ ແລະ ພັດທະນານັກຮຽນທີ່ອາໄສຢູ່ພື້ນທີ່ຊົນນະບົດຜ່ານໜຶ່ງໃນສາມເສົາຄໍ້າເຊັ່ນ: ການແບ່ງປັນຄວາມສາມາດ, ການພັດທະນາຊຸມຊົນ ແລະ ການຫັນຊົມຊົນສູ່ຍຸກດີຈີຕອລ.

ລາຍຊື່ເຕັມຂອງຜູ້ຊະນະໃນງານ Asia-Pacific SABRE Awards ປະຈຳປີນີ້.

https://www.provokemedia.com/events-awards/sabre-awards/sabre-awards-asiapacific/2020-sabre-asia-pacific-winners