Samsung ກຽມນຳໃຊ້ລະບົບຮັກສາຄວາມປອດໄພ Private Blockchain ໃນອຸປະກອນອີເລັກໂທຣນິກທຸກຊະນິດ

Samsung

Samsung ບໍລິສັດຍັກໃຫຍ່ດ້ານ ອີເລັກໂທຣນິກ ແລະ ຊອບແວ ສັນຊາດເກົາຫຼີໃຕ້ ປະກາດເມື່ອວັນທີ 13 ຕຸລາ ທີ່ຜ່ານມາວ່າ ກຳລັງກະກຽມທີ່ຈະນຳລະບົບຮັກສາຄວາມປອດໄພແບບ Private Blockchain ຫຼື ບັອກເຊນແບບສ່ວນຕົວ ມາໃຊ້ໃນອຸປະກອນອີເລັກໂທຣນິກທຸກຊະນິດ ເພື່ອເພີ່ມຄວາມປອດໄພໃຫ້ຫຼາຍຍິ່ງຂຶ້ນ.

Samsung

ໂດຍ Private Blockchain ກໍເປັນລະບົບ Blockchain ປະເພດໜຶ່ງທີ່ມີການຈຳກັດຈຳນວນ ແລະ ຜູ້ເຂົ້າເຖິງ ເຊິ່ງມັກຈະນຳໃຊ້ໃນອົງກອນ ບໍ່ໄດ້ເປີດສາທາລະນະ ແຕ່ມີຂໍ້ດີກໍຄື ສາມາດຄວບຄຸມເຄືອຂ່າຍໄດ້ ກຳນົດຜູ້ໃຊ້ງານໄດ້ ແລະ ເຮັດທຸລະກຳໄດ້ວ່ອງໄວ.

ໂດຍທາງ Samsung ໄດ້ຕັ້ງຊື່ລະບົບນີ້ວ່າ Knox Matrix ເຊິ່ງຈຸດປະສົງກໍຄືເພີ່ມຄວາມປອດໄພໃຫ້ກັບສະພາບແວດລ້ອມທີ່ມີອຸປະກອນຫຼາຍຢ່າງ ໂດຍໃຫ້ດິຈິຕອລແຕ່ລະຕົວກວດສອບກິດຈະກຳຂອງຜູ້ອື່ນ ແລະ ແບ່ງປັນຂໍ້ມູນການເຂົ້າເຖິງເພື່ອດຳເນີນການບັນທຶກຜ່ານການກວດສອບຮ່ວມກັນແບບຫຼາຍຊັ້ນ (multi-layered mutual monitoring)

Samsung

ເທັກໂນໂລຢີດັ່ງກ່າວຖືກນຳມາໃຊ້ເປັນການປັບປຸງກົນລະຍຸດໃນການຮັກສາຄວາມປອດໄພທີ່ມີຢູ່ຂອງບໍລິສັດໃນການປະຊຸມ Samsung Developer Conference ຄັ້ງຫຼ້າສຸດຂອງ Samsung. ເຖິງແມ່ນວ່າທາງບໍລິສັດຍັງບໍ່ໄດ້ໃຫ້ລາຍລະອຽດຢ່າງຊັດເຈນກ່ຽວກັບການເຮັດວຽກພາຍໃນລະບົບຫຍັງຫຼາຍເທື່ອ ແຕ່ທາງ Samsung ຢືນຢັນວ່າການນຳໃຊ້ໂທລະສັບເຊື່ອມໂຍງກັບອຸປະກອນອີເລັກໂທຣນິກອື່ນ ເຊັ່ນ: ໂທລະພາບ ຫຼື ເຄື່ອງປັບອາກາດ ຈະເຮັດໃຫ້ອຸປະກອນເຫຼົ່ານີ້ທົນທານຕໍ່ການຖືກຄຸກຄາມໄດ້ຫຼາຍຍິ່ງຂຶ້ນ.

Samsung

ຕາມຂໍ້ມູນຂອງ Samsung ລະບົບ Knox Matrix ຈະເຮັດໃຫ້ຂັ້ນຕອນການເຂົ້າສູ່ລະບົບແບບທົ່ວເຮືອນງ່າຍຂຶ້ນ ເນື່ອງຈາກສະຖານະ ການເຂົ້າສູ່ລະບົບຖືກໂອນຍ້າຍໂດຍອັດຕະໂນມັດໄປຫາອີກອຸປະກອນໜຶ່ງພາຍໃນເຮືອນທີ່ຕ້ອງການເພື່ອເຂົ້າຮ່ວມເຄືອຂ່າຍ. ທັງນີ້ກໍເພື່ອບໍ່ໃຫ້ອຸປະກອນອື່ນທີ່ເຊື່ອມຕໍ່ກັບເຄືອຂ່າຍເຂົ້າເຖິງຂໍ້ມູນສຳຄັນໄດ້.

ໂດຍການຖະແຫຼງການກ່ຽວກັບລະບົບນີ້ມີຢູ່ວ່າ: “ບໍ່ວ່າອຸປະກອນ Samsung ຂອງທ່ານຈະໃຊ້ ລະບົບ android, Tizen ຫຼື ລະບົບປະຕິບັດການອື່ນໆ Samsung Knox Matrix ກໍຈະສາມາດຈັດຫາຄວາມປອດໄພໃຫ້ກັບທ່ານໄດ້ຢ່າງແນ່ນອນ”

ແຕ່ຢ່າງໃດກໍຕາມ ກ່ຽວກັບມື້ເປີດຕົວລະບົບນີ້ຢ່າງເປັນທາງການ ແລະ ຂໍ້ຈຳກັດທາງເທັກນິກອື່ນໆ ທາງ Samsung ຍັງບໍ່ທັນໄດ້ຖະແຫຼງການ ຫຼື ກຳນົດຢ່າງຊັດເຈນເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ