ລາວ-ອາເມຣິກາ ສືບຕໍ່ການຮ່ວມມື ສ້າງສາຍພົວພັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ

ລາວ-ອາເມຣິກາ

ໃນວັນທີ 14 ຕຸລາ 2022 ຜ່ານມາ, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X ຫຼື CBD-X), ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີຕ່າງປະເທດ ແລະ ທ່ານ Daniel J. Kristenbrink, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ຮັບຜິດຊອບວຽກງານອາຊີຕາເວັນອອກ ແລະ ປາຊີຟິກ.

ກອງປະຊຸມ CBD ຄັ້ງນີ້, ຈຸດປະສົງເພື່ອສັງເກດຕີລາຄາ ແລະ ທົບທວນຄືນສະພາບການພົວພັນຮ່ວມຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ອາເມຣິກາ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ນັບແຕ່ກອງປະຊຸມ CBD ຄັ້ງທີ 9 ຈັດຂຶ້ນ ທີ່ ວໍຊິງຕັນ ດີຊີ ໃນປີ 2019 ທີ່ຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ລວມທັງການແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນຕ່າງໆ. ສໍາລັບການພົວພັນຮ່ວມມືໃນຂອບສອງຝ່າຍ, ຄະນະຜູ້ແທນຝ່າຍລາວ ແລະ ອາເມຣິກາ ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ. ເປັນຕົ້ນການຮ່ວມມືດ້ານການສຶກສາ, ສາທາລະນະສຸກ-ໂພຊະນາການ, ການຄ້າ, ການລົງທຶນ, ການປະຕິບັດກົດໝາຍ, ດ້ານພະລັງງານ, ການຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອື່ນໆ.

ລາວ-ອາເມຣິກາ

ອັນພົ້ນເດັ່ນ ແມ່ນການຮ່ວມມືໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ແລະ ປະຊາຊົນອາເມຣິກາໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ, ອຸປະກອນການແພດ, ວັກຊີນ ແລະ ຢາ ແກ່ ສປປ ລາວ. ສ່ວນໃນຂອບການຮ່ວມມືຫຼາຍຝ່າຍ ໄດ້ມີການແລກປ່ຽນ ແລະ ປຶກສາຫາລືໃນບັນຫາຕ່າງໆ ເປັນຕົ້ນການຮ່ວມມືອາຊຽນ ໂດຍສະເພາະການກະກຽມເປັນປະທານໝູນວຽນ ອາຊຽນ ຂອງ ສປປ ລາວ ໃນປີ 2024, ການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ອາເມຣິກາ (Mekong-US Partnership-MUSP) ໃນປີ 2022 ທີ່ ສປປ ລາວ ແລະ ສ.ອາເມຣິກາ ເປັນປະທານຮ່ວມ. ເຊິ່ງທັງໝົດທີ່ກ່າວມານັ້ນ ໄດ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລາວ-ອາເມຣິກາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ລາວ-ອາເມຣິກາ

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆຂອງ ອາເມຣິກາ ຕໍ່ ສປປ ລາວ ແລະ ສະແດງຄວາມຫວັງວ່າ ລັດຖະບານ ແລະ ປະຊາຊົນ ອາເມຣິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນອະນາຄົດ; ພ້ອມດຽວກັນນັ້ນ, ທ່ານ Kritenbrink ກໍໄດ້ສະແດງຄວາມພ້ອມທີ່ຈະສືບຕໍ່ການພົວພັນຮ່ວມມື ກັບ ສປປ ລາວ ໃນຂະແໜງການຕ່າງໆຄືໄລຍະຜ່ານມາ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນອະນາຄົດ.

ກອງປະຊຸມ CBD ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນດີ, ມີການແລກປ່ຽນ ແລະ ປຶກສາຫາລືຮ່ວມກັນຢ່າງສ້າງສັນ ແລະ ກົງໄປກົງມາ ບົນພື້ນຖານແຫ່ງການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມຣິກາ ທີ່ຜູ້ນໍາຂອງສອງປະເທດ ໄດ້ມີຖະແຫຼງການຮ່ວມກັນໃນປີ 2016 ເປັນຕົ້ນມາ.

ຂໍ້ມູນຈາກ: https://cutt.ly/4BOYsrj

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ