Neymar Jr ຖືກຟ້ອງຮ້ອງໃຫ້ຕິດຄຸກ 5 ປີ ຈາກກໍລະນີບັນຫາເລື່ອງສໍ້ໂກງໃນການຍ້າຍທີມ ຈາກ ຊານໂຕສ ໄປ ບາເຊໂລນາ ເມື່ອປີ 2013

Neymar Jr

Neymar Jr ປີກລີລາດີ ຊຸບເປີ້ສະຕາ ຊາວ ບຣາຊິວ ຈາກສະໂມສອນ ປາຣີສ ເຊັນເຈີແມນ ຈະເຂົ້າຮັບການພິຈາລະນາຄະດີ ໃນຂໍ້ຫາ ສໍ້ໂກງຈາກເຫດການທີ່ລາວໄດ້ຍ້າຍຈາກ ຊານໂຕສ ບ້ານເກີດ ໄປຢູ່ກັບ ສະໂມສອນດັງຈາກສະເປນ ຢ່າງ ບາເຊໂລນາ ເມື່ອປີ 2013 ໂດຍມີໂຈດເປັນ DIS ບໍລິສັດ ການລົງທຶນ ໃນບຣາຊິວ ຟ້ອງຮ້ອງໃຫ້ສົ່ງຊຸບເປີ້ສະຕາ ຄົນນີ້ເຂົ້າຄຸກເປັນເວລາ 5 ປີ.

ໂດຍ ນອກຈາກ Neymar Jr ທີ່ຕ້ອງເຂົ້າຮັບການພິຈາລະນາຄະດີດັ່ງກ່າວແລ້ວ ຍັງມີຜູ້ທີ່ມີສ່ວນກ່ຽວຂ້ອງອື່ນໆທັງຕົວແທນຈາກ 2 ສະໂມສອນ, ບໍ່ວ່າຈະເປັນ ພໍ່ ແລະ ແມ່ ຂອງ ເນມາ, ໂຈເຊັບ ມາເຣຍ ບາໂຕເມວ, ຊານໂດ ໂຣເຊວ ອະດີດປະທານສະໂມສອນ ບາເຊໂລນາ ແລະ ໂອຄິລິໂອ ໂຣດິເກສ ອະດີດປະທານສະໂມສອນ ຊານໂຕສ.

Neymar Jr

ຄະດີດັ່ງກ່າວມີທີ່ມາຈາກບໍລິສັດ DIS ໃນບຣາຊິວ ໄດ້ອ້າງສິດເຖິງການຖືຄອງສ່ວນແບ່ງ 40% ໃນຕົວເນມາ ໃນຕອນທີ່ ເນມາ ນັ້ນຍັງຢູ່ກັບ ຊານໂຕສ ໂດຍບໍລິສັດດັ່ງກ່າວຊີ້ວ່າພວກເຂົາບໍ່ໄດ້ເງິນສ່ວນແບ່ງຫຼາຍຢ່າງທີ່ຄວນຈະໄດ້ ເນື່ອງຈາກມູນຄ່າການຊື້ຂາຍທີ່ໄດ້ແຈ້ງອອກມາຂອງທັງ 2 ສະໂມສອນນັ້ນຕໍ່າກວ່າຄວາມເປັນຈິງຫຼາຍເທົ່າ.

ໂດຍໃນລາຍງານຂອງທາງບໍລິສັດ ຍັງໄດ້ມີການຮຽກຮ້ອງໃຫ້ສານຕັດສິນໂທດຈຳຄຸກກັບທັງ ໂຈເຊັບ ມາເຣຍ ບາໂຕເມວ ແລະ ຊານໂດ ໂຣເຊວ ພ້ອມທັງຮຽກຮ້ອງຄ່າເສຍຫາຍມູນຄ່າສູງເຖິງ 149 ຢູໂຣ.

Neymar Jr

ສຳລັບຄ່າຕົວຂອງເນມາ ໃນການຍ້າຍທີມເມື່ອປີ 2013 ນັ້ນ ທາງ ບາເຊໂລນາ ແລະ ຊານໂຕສ ແຈ້ງວ່າ ມູນຄ່າການຍ້າຍຕົວຄັ້ງນີ້ແມ່ນມີພຽງ 57,1 ລ້ານຢູໂຣ ເທົ່ານັ້ນ ເຊິ່ງຕໍ່າກວ່າລາຄາທີ່ຕະຫຼາດໄດ້ປະເມີນໄວ້. ນອກຈາກນີ້ ບາເຊໂຣນາ ຍັງໄດ້ມີການຈ່າຍກິນລ້າໃຫ້ກັບຄອບຄົວຂອງເນມາ ເພື່ອເປັນແຮງຈູງໃຈອີກ 40 ລ້ານຢູໂຣ ໃນການມັດໃຈເດັກໜຸ່ມຈາກບຣາຊິວຄົນນີ້.

Neymar Jr

ສ່ວນຜົນງານປັດຈຸບັນຂອງ ເນມາ ໃນລະດູການນີ້ກັບ ປາຣີສ ເຊນເຈີແມນ ນັ້ນຖືວ່າກຳລັງໄປໄດ້ດີ ຈາກຜົນງານລົງສະໜາມໄປທັງໝົດ 10 ນັດ ຍິງປະຕູໄປ 15 ປະຕູ ແລະ ຊ່ວຍເຮັດປະຕູໄປອີກ 11 ຄັ້ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ