ໄປກັນບໍ່ໄດ້! SpaceX ຂອງ Elon Musk ອອກມາກ່າວວ່າບໍ່ສາມາດໃຫ້ບໍລິການອິນເຕີເນັດດາວທຽມ Starlink ໃນຢູເຄຣນໄດ້ອີກຕໍ່ໄປ

Elon Musk

ເມື່ອວັນທີ 14 ຕຸລາ ສຳນັກຂ່າວຕ່າງປະເທດຢ່າງ The Guardian ໄດ້ລາຍງານວ່າ SpaceX ບໍລິສັດເອກະຊົນທາງດ້ານທຸລະກິດຂົນສົ່ງທາງອະວະກາດ ທີ່ມີ Elon Musk ຊາຍທີ່ຮັ່ງມີທີ່ສຸດໃນໂລກເປັນເຈົ້າຂອງ ໄດ້ອອກມາລະບຸວ່າ ບໍ່ສາມາດໃຫ້ບໍລິການອິນເຕີເນັດດາວທຽມພາຍໃຕ້ໂຄງການ Starlink ໃຫ້ກັບຊາວຢູເຄຣນແບບຟຣີໆໄດ້ອີກຕໍ່ໄປແລ້ວ ແລະໄດ້ຍື່ນເລື່ອງເພື່ອຂໍໃຫ້ລັດຖະບານສະຫະລັດອາເມຣິກາຮັບໜ້າທີ່ຊໍາລະຄ່າໃຊ້ຈ່າຍໃນສ່ວນນີ້ແທນ.

Elon Musk

ໃນມື້ດຽວກັນ Elon Musk ກໍໄດ້ອອກມາເຄື່ອນໄຫວຜ່ານ Twitter ສ່ວນຕົວພ້ອມລະບຸວ່າ ນອກຈາກເທີມີນໍ (terminal) ແລ້ວ ບໍລິສັດຕ້ອງສ້າງເຄື່ອງຍິງ, ການບຳລຸງຮັກສາ, ການເສີມເຕີມແຕ່ງດາວທຽມ, ຄ່າໃຊ້ຈ່າຍດ້ານສະຖານີພາກພື້ນດິນ ຕະຫຼອດຈົນການເພີ່ມມາດຕະການປ້ອງກັນການໂຈມຕີທາງໄຊເບີ (Cyber) ສົ່ງຜົນໃຫ້ SpaceX ຕ້ອງສູນເສຍເງິນໃນການດູແລຮັກສາສິ່ງຂອງເຫຼົ່ານີ້ຫຼາຍກວ່າ 20 ລ້ານໂດລາຕໍ່ເດືອນ.

Elon Musk

ຢ່າງໃດກໍຕາມ ສາເຫດສຳຄັນທີ່ເຮັດໃຫ້ SpaceX ບໍ່ສາມາດໃຫ້ບໍລິການອິນເຕີເນັດດາວທຽມ Starlink ໃຫ້ແກ່ຢູເຄຣນໄດ້ອີກຕໍ່ໄປກໍເນື່ອງຈາກວ່າ ຄວາມສຳພັນຂອງ Elon Musk ແລະ ລັດຖະບານຢູເຄຣນຢູ່ໃນສະຖານະການທີ່ເອີ້ນໄດ້ວ່າບໍ່ກິນເສັ້ນກັນ ໂດຍສືບເນື່ອງມາຈາກກໍລະນີກ່ອນໜ້າທີ່ Elon Musk ອອກມາຕັ້ງໂພລຜົນສຳຫຼວດຜ່ານ Twitter ເພື່ອສະເໜີຄວາມເຫັນທາງອອກຂອງສົງຄາມລະຫວ່າງຢູເຄຣນ ແລະ ຣັດເຊຍ ຈົນເຮັດໃຫ້ເກີດເປັນວາທະອັນດຸເດືອດເທິງໂລກອອນລາຍ ໂດຍສະເພາະຂໍ້ຄວາມທີ່ມາຈາກເອກອັກຄະລັດຖະທູດຢູເຄຣນປະຈໍາເຢຍລະມັນທີ່ມີຕໍ່ Elon Musk.

Elon Musk

ກ່ອນທີ່ໃນເວລາຕໍ່ມາຈະມີຂ່າວລືວ່າ Elon Musk ໄດ້ຕໍ່ສາຍໂອ້ລົມໂດຍກົງກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍກ່ຽວກັບປະເດັນຂອງຢູເຄຣນ ແຕ່ທາງດ້ານ Elon Musk ກໍອອກມາປະຕິເສດເລື່ອງນີ້ວ່າບໍ່ເປັນຄວາມຈິງໃນວັນອັງຄານທີ 11 ຕຸລາ ທີ່ຜ່ານມາ.

ທັງນີ້ ກໍຕ້ອງມາຖ້າຕິດຕາມເບິ່ງວ່າ ທ່າທີຂອງລັດຖະບານສະຫະລັດອາເມຣິກາຈະສະແດງອອກມາເປັນຄືແນວໃດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ