ໃຊ້ AI ຊ່ວຍເເຕ່ງປະໂຫຍກພາສາອັງກິດໃຫ້ຖືກຫຼັກດ້ວຍ QuillBot


ຖ້າຫາກທ່ານຕ້ອງການຂຽນພາສາອັງກິດເເຕ່ບໍ່ຮູ້ວ່າສິ່ງທີ່ຂຽນໄປຖືກຕາມຫຼັກໄວຍາກອນ ເເລະ ມ່ວນຫຼືບໍ່ ຫຼືວ່າມັນເປັນຄຳທີ່ເຂົາມັກນິຍົມໃຊ້ກັນຫຼືບໍ່ ມື້ນີ້ເຮົາມີຕົວຊ່ວຍຕົວໜຶ່ງມາເເນະນຳຊື່ວ່າ QuillBot ເປັນຟັງຊັ່ນທີ່ຈະຊ່ວຍໃຫ້ທ່ານແຊັດພາສາອັງກິດລວມໄປເຖິງປັບປ່ຽນຮູບປະໂຫຍກໃຫ້ມ່ວນຂຶ້ນ, ມີລູກຫຼິ້ນຫຼາຍຂຶ້ນ ແລະເຮັດໃຫ້ຄຳທີ່ເຮົາຂຽນເບິ່ງຄືມືອາຊີບຫຼາຍຂຶ້ນ, ໂດຍ QuillBot ຈະມີຟັງຊັ່ນດັ່ງຕໍ່ໄປນີ້:

  • ຟັງຊັ່ນທຳອິດ Grammar Checker

ພຽງເເຕ່ທ່ານພິມປະໂຫຍກລົງໄປ ຟັງຊັ່ນນີ້ນອກຈາກຈະຊ່ວຍເເກ້ໄຂໄວຍາກອນທີ່ຜິດເເລ້ວ ບາງຄຳອາດຈະຍັງເເປບໍ່ກົງກັບຄວາມໝາຍເຮົາ ເຊິ່ງກໍຕ້ອງມີພື້ນຖານມາກ່ອນຈຶ່ງຈະໃຊ້ໄດ້ລ່ຽນໄຫຼຂຶ້ນ, Grammar Checker ຍັງຊ່ວຍຈັດວາງຕຳເເໜ່ງຂອງຄຳພ້ອມທັງຫຍໍ້ໜ້າໃຫ້ອີກດ້ວຍ. ດ້ວຍວິທີນີ້ທ່ານສາມາດສົ່ງໄຟລ໌ດ້ວຍ Word ທຸກຢ່າງຈະຖືກຈັດລຽງຢ່າງສວຍງາມ ເເລະ ພ້ອມທີ່ຈະເເຊຣ໌ທັນທີ.

  • ຟັງຊັ່ນຖັດມາ Paraphraser

Paraphraser ຈະຊ່ວຍປັບເເກ້ຮູບເເບບປະໂຫຍກໃຫ້ມ່ວນ ເເລະ ຄ້ອງຈອງຫຼາຍຂຶ້ນ ເຊິ່ງມີຫຼາຍໂໝດໃຫ້ເລືອກໃຊ້ບໍ່ວ່າຈະເປັນ Standard (ພື້ນຖານ), Fluency (ຄ່ອງຂຶ້ນຄືເຈົ້າຂອງພາສາ) , Creative (ສ້າງສັນ) , Formal (ເປັນທາງການ) , Simple (ລຽບງ່າຍ) , Expand (ເຮັດໃຫ້ຍາວຂຶ້ນ) ເເລະ Shorten (ເຮັດໃຫ້ສັ້ນລົງ).

ຫຼັງຈາກທີ່ເຮົາປັບເເກ້ໂຄງສ້າງປະໂຫຍກໃຫ້ເເລ້ວ ເຊິ່ງບ່ອນທີ່ມີ Highlight ສີສົ້ມເເມ່ນບ່ອນທີ່ເຂົາປັບເເກ້ໃຫ້ ເຮົາສາມາດເລືອກໄດ້ວ່າຢາກໃຫ້ມັນເປັນຮູບປະໂຫຍກເກົ່າ ຫຼື ຮູບເເບບເກົ່າໄດ້ຫຼາຍໜ້ອຍສ່ຳໃດ ໃຫ້ກົດໄປທີ່ຄຳວ່າ Synonyms (ຕາມຮູບຢູ່ຂ້າງເທິງ) ມີຕັ້ງເເຕ່ປ່ຽນເເປງໜ້ອຍ (Less Change) ຈົນເຖິງປ່ຽນເເປງຫຼາຍ (More Change) ເເລ້ວເເຕ່ຄວາມຕ້ອງການຂອງເຮົາ.

ທາງ QuillBot ເພິ່ນໃຫ້ເຮົາສາມາດນຳໃຊ້ 3 ໂໝດທຳອິດຟຣີໄດ້ກໍຄື Standard ເເລະ Fluency,ສ່ວນ Creative ນັ້ນຕ້ອງໄດ້ Login ກ່ອນເຖິງຈະໃຊ້ໄດ້ ສ່ວນໂໝດອື່ນໆທີີ່ເຫຼືອ ຫາກເຮົາໃຊ້ເເລ້ວຕິດໃຈກໍສາມມາດເສຍເງິນເພື່ອຊື້ໄດ້

  • ຟັງຊັ່ນສຸດທ້າຍ Summarizer

ຟັງຊັ່ນນີ້ເໝາະສຳລັບການພິມເອກະສານຫຼືບົດຄວາມທີ່ມີເນື້ອໃນທີ່ຍາວ ໂດຍຈະຄັດກອງເອົາໃຈຄວາມສຳຄັນຂອງບົດຕົ້ນເເບບເເລ້ວຮຽບຮຽງສະຫຼຸບຂຶ້ນມາໃໝ່ໃຫ້ເຮົາ (ຊ່ອງຂວາຮູບຂ້າງເທິງ), ເປັນຟັງຊັ່ນທີ່ເໝາະກັບການຂຽນບົດຍາວໆເເລ້ວບໍ່ຮູ້ຈະຄັດເອົາອັນໃດທີ່ສຳຄັນອອກມາໄດ້ ຟັງຊັ່ນນີ້ຊ່ວຍຕອບໂຈດຂອງທ່ານໄດ້ດີເລີຍ.

ສ່ວນຕົວ Summary Length ຈະຊ່ວຍປັບເນື້ອຫາທີ່ຄັດກອງມາຈາກ Summarize ໃຫ້ສັ້ນ ຫຼື ຍາວ ເເລ້ວເເຕ່ລະດັບທີ່ເຮົາຈະປັບ ເເຕ່ກໍຕ້ອງຄຳນຶງເຖິງຄວາມເໝາະສົມຂອງເນື້ອຫານັ້ນ.,ບາງເທື່ອສັ້ນເກີນໄປ ກໍເຮັດໃຫ້ຂາດຄວາມສົມດຸນຂອງປະໂຫຍກນັ້ນໄດ້.

ຖັດມາຕົວສຸດທ້າຍໃນຟັງຊັ່ນ Summarizer ເເມ່ນ Key sentences, Key sentences ມີໜ້າທີ່ຈັດລຽງເນື້ອຫາທີ່ສຳຄັນຕາມລຳດັບໃຫ້ເຮົາ (ຮູບເບື້ອງຂວາ) ເຊິ່ງເຮົາສາມາດໃຊ້ຄວບຄູ່ນຳ Summary Length ໄດ້ ເເຕ່ກໍຕ້ອງຄຳນຶງເຖິງຄວາມເໝາະສົມຂອງເນື້ອຫານັ້ນ, ບາງເທື່ອສັ້ນໄປ ຈົນເຮັດໃຫ້ເນື້ອຫາຄວາມສຳຄັນບາງສ່ວນນັ້ນຫາຍໄປບໍ່ມີຄວາມສົມດຸນກັບປະໂຫຍກທີ່ເອົາມາເເກ້ໄຂ.

ນອກຈາກນີ້ QuillBot ຍັງສາມາດພິມໄດ້ທັງໝົດ700 ກວ່າຄຳ ເເລ້ວຍັງອັບໂຫຼດໄຟລ໌ເຂົ້າມາເເປໄດ້ອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ