Calamos Investments ເປີດຕົວກອງທຶນ ETF ຕົວໃໝ່ຫຼ້າສຸດຂອງຕົນພາຍໃຕ້ຊື່ “ການປ້ອງກັນເຊີງໂຄງສ້າງ” (Structured Protection), ເຊິ່ງຊີ້ໃຫ້ເຫັນເຖິງຈຸດເດັ່ນດ້ວຍກົນລະຍຸດການລົງທຶນທີ່ ກະລັນຕີເງິນຕົ້ນ 100% ໃຫ້ກັບນັກລົງທຶນ ແລະ ປ້ອງກັນຄວາມສ່ຽງຈາກການຂາດທຶນ.
ກອງທຶນຕົວທໍາອິດໃນຊຸດນີ້ແມ່ນ Calamos S&P 500 Structured Alt Protection ETF (CPSM) ຈະສຸມໃສ່ການລົງທຶນໃນດັດຊະນີ S&P 500 ຜ່ານກົນລະຍຸດອັອບຊັນ (Option Strategy), ໂດຍມີເປົ້າໝາຍທີ່ຈະມອບຜົນຕອບແທນສູງສຸດບໍ່ເກີນ +9.65% ທຽບເທົ່າກັບຜົນຕອບແທນຂອງກອງທຶນ SPDR S&P 500 ETF Trust (SPY)
ຈຸດເດັ່ນຂອງກອງທຶນ CPSM:
- ກາລັນຕີເງິນຕົ້ນ 100%: ນັກລົງທຶນຈະໄດ້ຮັບ 100% ຂອງເງິນທຶນຂອງພວກເຂົາຄືນໃນທຸກກໍລະນີ, ເຖິງແມ່ນວ່າຕະຫຼາດຈະມີການຜັນຜວນຮຸງແຮງກໍຕາມ
- ປ້ອງກັນຄວາມສ່ຽງຈາກການຂາດທຶນ: ກົນລະຍຸດການລົງທຶນເເບບທາງເລືອກ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຈາກການຂາດທຶນຂອງເງິນລົງທຶນ
- ໂອກາດທີ່ຈະໄດ້ຮັບຜົນຕອບແທນ: ກອງທຶນສະເໜີໃຫ້ນັກລົງທຶນມີໂອກາດທີ່ຈະໄດ້ຮັບຜົນຕອບແທນທີ່ສະໝໍ່າສະເໝີ.
- ເໝາະສໍາລັບນັກລົງທຶນທີ່ຫຼີກເວັ້ນຄວາມສ່ຽງ: ກອງທຶນນີ້ແມ່ນເໝາະສົມສໍາລັບນັກລົງທຶນທີ່ຕ້ອງການລົງທຶນໃນຕະຫຼາດຫຼັກຊັບ. ແຕ່ຕ້ອງການຈໍາກັດຄວາມສ່ຽງຈາກການຂາດທຶນ
ກົນລະຍຸດການລົງທຶນ
ກອງທຶນ CPSM ໃຊ້ກົນລະຍຸດການລົງທຶນແບບ “Covered Call” ໂດຍການຂາຍອັອບຊັ່ນ Call covering ດັດຊະນີ S&P 500 Premium ທີ່ໄດ້ຮັບຈາກການຂາຍອັອບຊັ່ນແມ່ນຈະນຳມາລົງທຶນໃນ S&P 500. ກົນລະຍຸດນີ້ຈະຊ່ວຍຈໍາກັດຄວາມສ່ຽງຕໍ່ການລົງທຶນ ແຕ່ຜົນຕອບແທນທີ່ໄດ້ຮັບກໍຈະຖືກຈໍາກັດເຊັ່ນກັນ.
ກອງທຶນ CPSM ຄາດວ່າຈະເປີດຕົວຢ່າງເປັນທາງການໃນວັນທີ 1 ພຶດສະພາ 2024. ໂດຍ Calamos ວາງແຜນທີ່ຈະເປີດຕົວກອງທຶນໃໝ່ໃນຊຸດ “ການປ້ອງກັນເຊີງໂຄງສ້າງ” ເພີ່ມເຕີມຂຶ້ນໃນທຸກໆເດືອນ.
ໂດຍກອງທຶນ CPSM ນີ້ແມ່ນເໝາະສົມສໍາລັບນັກລົງທຶນທີ່:
- ຕ້ອງການລົງທຶນໃນຕະຫຼາດຫຼັກຊັບ S&P 500
- ຕ້ອງການຈໍາກັດຄວາມສ່ຽງຂອງການສູນເສຍ
- ຕ້ອງການໂອກາດທີ່ຈະໄດ້ຮັບຜົນຕອບແທນທີ່ສະໝໍ່າສະເໝີ
- ຊອກຫາວິທີທີ່ຈະການກະຈາຍຄວາມສ່ຽງໃນຫຼັກຊັບການລົງທຶນ.
ຢ່າງໃດກໍຕາມ, ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດ ແລະ ເຂົ້າໃຈກົນລະຍຸດໃນການລົງທຶນຂອງກອງທຶນກ່ອນທີ່ຈະຕັດສິນໃຈລົງທຶນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/