ສະ​ຫະ​ລັດ​ອະ​ນຸ​ມັດເງິນສະ​ໜັບ​ສະ​ໜູນ ​6.14 ຕື້​ໂດ​ລາໃຫ້ກັບ Micron​ ເພື່ອຜະລິດຊິບພາຍໃນປະເທດ, ຫຼຸດຜ່ອນການເພິ່ງພາການນຳເຂົ້າຊິບຈາກຕ່າງປະເທດ


ໃນວັນທີ 26 ເມສາ, Micron Technology, ຜູ້ຜະລິດຊິບສັນຊາດອາເມຣິກາ ປະກາດ​ໄດ້ຮັບ​ເງິນ​ອຸດ​ໜູນ​ຈຳນວນ​ຫຼວງ​ຫຼາຍ​ເປັນ​ຈຳນວນ 6,14 ຕື້​ໂດ​ລາ​ສະຫະລັດ ຈາກ​ລັດຖະບານ​ສະຫະລັດ. ເພື່ອສະໜັບສະໜູນໃນການກໍ່ສ້າງໂຮງງານຜະລິດຊິບໃໝ່ສອງແຫ່ງໃນເມືອງ Clay, New York ແລະ ອີກແຫ່ງໜຶ່ງໃນເມືອງ Boise, ລັດ Idaho ຄາດວ່າຈະສ້າງສຳເລັດໃນປີ 2025.

ການລົງທຶນໃນຄັ້ງນີ້ຖືເປັນສ່ວນໜຶ່ງຂອງກົນລະຍຸດຂອງ Micron ເພື່ອຂະຫຍາຍການຜະລິດຊິບພາຍໃນສະຫະລັດ. ຄາດ​ວ່າ​ໂຄງການ​ນີ້​ຈະມີ​ມູນຄ່າລວມ​ຫຼາຍ​ກວ່າ 50 ຕື້​ໂດ​ລາ​ສະຫະລັດ ​ແລະ​ ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​​ຫຼາຍ​ກວ່າ 70.000 ຕໍາແໜ່ງ.

ສຳລັບເງິນອຸດໜູນດັ່ງກ່າວແມ່ນມາຈາກກົດໝາຍວ່າດ້ວຍ CHIPS Act , ເຊິ່ງມີຈຸດປະສົງເພື່ອລະດົມທຶນ 52 ຕື້ໂດລາເພື່ອສະໜັບສະໜູນການຜະລິດຊິບ ແລະ ການຄົ້ນຄວ້າໃນສະຫະລັດ. ເຊິ່ງບໍລິສັດ Micron ກໍແມ່ນຜູ້ຜະລິດຊິບສັນຊາດອາເມຣິກາຫຼ້າສຸດທີ່ໄດ້ຮັບທຶນຈາກກົດໝາຍນີ້. ໂດຍໂຮງງານໃໝ່ຂອງ ບໍລິສັດ Micron ຈະຜະລິດຊິບໜ່ວຍຄວາມຈໍາ DRAM ແລະ NAND Flash, ເຊິ່ງມີຄວາມສໍາຄັນຕໍ່ອຸປະກອນເອເລັກໂຕຣນິກທີ່ຫຼາກຫຼາຍປະເພດ.

ການລົງທຶນຂອງ Micron ຈະຊ່ວຍໃຫ້ບໍລິສັດສາມາດແຂ່ງຂັນກັບຜູ້ຜະລິດຊິບກັບຕ່າງປະເທດໄດ້ເຊັ່ນ ຈີນ ແລະ ເກົາຫຼີໃຕ້. ແລະຄາດການວ່າສົ່ງຜົນໃນທາງບວກຕໍ່ກັບເສດຖະກິດສະຫະລັດໄດ້ໂດຍການ ເພີ່ມການຜະລິດຊິບພາຍໃນປະເທດ, ຫຼຸດຜ່ອນການເພິ່ງພາອາໄສຊິບຈາກຕ່າງປະເທດ, ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ​ຂອງ​ຊາດ, ສ້າງ​ວຽກ​ເຮັດ​ງານ​ທໍາ​ໃໝ່​ຈໍາ​ນວນ​ຫຼາຍ​ ແລະ ສົ່ງເສີມລະບົບຕ່ອງໂສ້ການໃນສະໜອງຊິບໃນສະຫະລັດ.

ທີ່ມາ:

whitehouse

investopedia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/