ຫຼວງນໍ້າທາ ມີນັກທຸລະກິດຈີນ ເຂົ້າມາລົງທຶນປູກໝາກຖົ່ວເຫຼືອງກວ່າ 300 ເຮັກຕາ


ຫຼວງນໍ້າທາ ອີກໜຶ່ງແຂວງທາງພາກເໜືອຂອງ ສປປ ລາວ ມີນັກທຸລະກິດຈີນ ເຂົ້າມາລົງທຶນປູກໝາກຖົ່ວເຫຼືອງກວ່າ 300 ເຮັກຕາ ພ້ອມຕັ້ງເປົ້າ ປີ 2025 ຈະຂະຫຍາຍການລົງທຶນ ເນື້ອທີ່ປູກຖົ່ວເຫຼືອງໃຫ້ໄດ້ 400 ເຮັກຕາ.

ປັດຈຸບັນ ຫຼວງນໍ້າທາ ມີການປູກໝາກຖົ່ວເຫຼືອງປະມານ 327 ເຮັກຕາ ໂດຍເປັນການລົງທຶນຂອງບໍລິສັດ ເຖິງເຟີຍ ການຄ້າ ແລະ ສົ່ງເສີມກະສິກຳຈຳກັດຜູ້ດຽວ.

ທ່ານ ຈຽງ ຊາງຈີ ຫົວໜ້າ ບໍລິສັດເຖິງເຟີຍ ການຄ້າ ແລະ ສົ່ງເສີມກະສິກຳ ຈຳກັດຜູ້ດຽວ ໄດ້ສຳພາດຕໍ່ສື່ມວນຊົນແຂວງຫຼວງນໍ້າທາ ເມື່ອບໍ່ດົນມານີ້ວ່າ: ບໍລິສັດ ເຖິງເຟີຍ ການຄ້າ ແລະ ສົ່ງເສີມກະສິກຳ ຈຳກັດ ຜູ້ດຽວ ເລີ່ມປູກໝາກຖົ່ວເຫຼືອງພາຍໃນເມືອງຫຼວງນໍ້າທາ ມາແຕ່ປີ 2020, ແຕ່ບໍ່ໄດ້ຮັບຜົນຕາມລະດັບຄາດໝາຍທີ່ວາງໄວ້ ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19, ໃນປີ 2022 ພັດຖືກນໍ້າຖ້ວມ ເຮັດໃຫ້ການເກັບກູ້ບໍ່ໄດ້ຮັບຜົນເຊັ່ນດຽວກັນ.

ສຳລັບປີ 2023 ບໍລິສັດໄດ້ປູກຖົ່ວເຫຼືອງໃນເນື້ອທີ່ 65 ເຮັກຕາ, ຜົນຜະລິດໄດ້ 500 ໂຕນ, ສ່ວນປີ 2024 ນີ້ ທາງບໍລິສັດ ໄດ້ສໍາປະທານ ເຊົ່າເນື້ອທີ່ນາຂອງປະຊາຊົນ ເພື່ອປູກຖົ່ວເຫຼືອງເພີ່ມອີກເປັນ 327 ເຮັກຕາ ໃນ 10 ບ້ານ, ຄາດວ່າຜົນຜະລິດຈະໄດ້ 3.300 ໂຕນ, ສະເລ່ຍ 1 ເຮັກຕາຕໍ່  10 ໂຕນ, ເຊິ່ງເລີ່ມປູກມາແຕ່ເດືອນມັງກອນຜ່ານມາ, ປັດຈຸບັນສາມາດເກັບກູ້ໝາກຖົ່ວເຫຼືອງໄດ້ແລ້ວ 30% ແລະ ຄາດວ່າຮອດທ້າຍເດືອນພຶດສະພາ 2024 ຈະເກັບກູ້ຖົ່ວເຫຼືອງໃຫ້ສຳເລັດ.

ທ່ານ ຈຽງ ຊາງຈີ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການປີ 2025 ທາງບໍລິສັດຈະສືບຕໍ່ລົງທຶນ ເຊົ່າເນື້ອທີ່ປູກຖົ່ວເຫຼືອງໃຫ້ໄດ້ 400 ເຮັກຕາ, ພ້ອມທັງສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມປູກ 100 ເຮັກຕາ.

ສຳລັບຄວາມທ້າທາຍໃນການເຮັດທຸລະກິດ ທ່ານ ຈຽງຊາຈີ ໄດ້ໃຫ້ຮູ້ວ່າ ການສໍາປະທານ  ແລະ ການຂົນສົ່ງຖົ່ວເຫຼືອງ ໄລຍະຜ່ານມາ ຂອງບໍລິສັດ ແມ່ນພົບຄວາມຫຍຸ້ງຍາກ ຫຼາຍ ເປັນຕົ້ນ ບໍລິສັດຂົນສົ່ງຕອບສະໜອງລົດບໍ່ພຽງພໍ, ບັນຫາລົດຕິດຢູ່ດ່ານເປັນເວລາຫຼາຍວັນ, ປະຊາຊົນບໍ່ເຂົ້າໃຈເລື່ອງຄ່າເຊົ່າເນື້ອທີ່ນາ ແລະ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມືໃນການແກ້ໄຂບັນຫາດັ່ງກ່າວ ເພື່ອເຮັດແນວໃດໃຫ້ການຂົນສົ່ງສະດວກສະບາຍ ແລະ ວ່ອງໄວຂຶ້ນ  ພ້ອມທັງຊ່ວຍແນະນຳປະຊາຊົນໃຫ້ຫັນມາຮຽນປູກຖົ່ວເຫຼືອງນຳບໍລິສັດເຖິງເຟີຍ ການຄ້າ ແລະ ສົ່ງເສີມກະສິກຳ ຈຳກັດຜູ້ດຽວໃຫ້ຫຼາຍຂຶ້ນ ໂດຍບໍລິສັດຈະເປັນຜູ້ສະໜອງທຶນ ແລະ ເກັບຊື້ໃຫ້ ທັງນີ້ກໍເພື່ອເປັນການນຳໃຊ້ເນື້ອທີ່ດິນເປົ່າວ່າງໃຫ້ເກີດປະໂຫຍດ ແລະ ທັງເປັນສ້າງລາຍຮັບໃຫ້ປະຊາຊົນຕື່ມອີກ.

https://www.facebook.com/permalink.php?story_fbid=pfbid033Zm6HdbyTGSG6kDtYAg61H4AbCzvRXjiXoB5VAhEJEf62UbsKSbZNaTiFaW9qsgbl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/