ຫຼຸດໂລກຮ້ອນແບບໃໝ່ກັບ “ຕົ້ນໄມ້ຈັກກົນ” ທີ່ດູບຊັບຄາບອນໄດ້ດີກວ່າຕົ້ນໄມ້ແທ້ຮອດ 1000 ເທົ່າ


ຄາບອນໄດອັອກໄຊ ຫຼື CO2 ເປັນຕົວແທນການທີ່ເຮັດໃຫ້ເກີດພາວະເຮືອນແກ້ວ ຈົນເຮັດໃຫ້ໂລກຮ້ອນຂຶ້ນ ໂດຍສະເລ່ຍການປ່ອຍກ໊າສຄາບອນທົ່ວໂລກໃນແຕ່ລະປີຫຼາຍຮອດ 36,000 ລ້ານໂຕນ ພ້ອມກັນນັ້ນຍັງມີການຕັດໄມ້ທຳລາຍປ່າ ຕົ້ມໄມ້ຈຶ່ງບໍ່ພໍທີ່ຈະດູດຊັບເອົາ.

ນັກວິທະຍາສາດທີ່ມະຫາວິທະຍາໄລ  Arizona ໄດ້ຄິດຄົ້ນປະດິດ “ຕົ້ນໄມ້ຈັກກົນ” (Mechanical Tree) ຂຶ້ນມາໂດຍຫຼັກການເຮັດວຽກຂອງມັນ ຈະມີແຜ່ນເຣຊິ່ນທີ່ຈະດູດຊັບເອົາຄາບອນ ທີ່ຖຶກດູດດ້ວຍແຮງລົມເຂົ້າມາ ພ້ອມກັກເກັບຄາບອນເອົາໄວ້ ແລະ ໝູນວຽນເປັນພະລັງງານຄວາມຮ້ອນເພື່ອໃຊ້ປະໂຫຍດອື່ນຕໍ່ໄປ.

ໂດຍຕົ້ນໄມ້ຈັກກົນນີ້ສາມາດດູດຊັບເອົາຄາບອນສະເລ່ຍຢູ່ 33,000 ກິໂລ ຫຼື ປະມານ 1000 ເທົ່າຂອງຕົ້ນໄມ້ແທ້.  ໂດຍໄລຍະຍາວ ທີມວິໄຈຈະຫາວິທີປ່ຽນຄາບອນ ທີ່ດັກຈັບມາເປັນຂອງແຂງ ເພື່ອໃຊ້ປະໂຫຍດຕໍ່ໄປໄດ້ແບຖາວອນ ແຕ່ຕອນນີ້ມັນຍັງຄົງຢູ່ໃນຂັ້ນຕອນການທົດສອບຢູ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/