Liverpool ງັດຟອມໂຫດ ເປີດບ້ານມອບຄວາມປະລາໄຊ ນັດທຳອິດໃນລີກ ໃຫ້ກັບ Man City ໄດ້ສຳເລັດ

Liverpool

ຈົບໄປແລ້ວກັບການແຂ່ງຂັນກິລາບານເຕະ ນັດທີ່ຫຼາຍຄົນໃຫ້ຄວາມສົນໃຈ ກັບການພົບກັນລະຫວ່າງ ສະໂມສອນ Liverpool ທີມຂວັນໃຈມະຫາຊົນ ໄດ້ເປີດສະໜາມ ແອັນຟິວ ຕ້ອນຮັບການມາຢາມຂອງ ແມນເຊັສເຕີ້ ຊິຕີ້ ທີມທີ່ວ່າກັນວ່າມີລຸ້ນທຸກແຊ້ມກັບທຸກລາຍການທີ່ລົງຫຼິ້ນ.

ໂດຍກ່ອນເກມນັດນີ້ຈະເລີ່ມຕົ້ນຂຶ້ນ Liverpool ນັ້ນຖືກເບິ່ງວ່າເປັນຝ່າຍເສຍປຽບ ໃນທຸກໆດ້ານ ບໍ່ວ່າຈະເປັນເລື່ອງອາການບາດເຈັບຂອງນັກເຕະ, ເລື່ອງຟອມການຫຼິ້ນ ເຊິ່ງຕ່າງຈາກ ແມນຊິຕີ້ ຫຼາຍເທົ່າ ທີ່ຫຼາຍຝ່າຍເບິ່ງວ່າ ມີຄວາມພ້ອມຫຼາຍກວ່າ ທັງນັກເຕະ, ຟອມການຫຼິ້ນ ແລະ ຄວາມໝັ້ນໃຈຂອງນັກເຕະ.

Liverpool

ເກມນັດນີ້ເລີ່ມຕົ້ນເຄິ່ງເວລາທຳອິດມາດ້ວຍຄວາມດຸເດືອດ ເປີດເກມໃສ່ກັນແບບບໍ່ມີໃຜຍອມໃຜ ແຕ່ສຸດທ້າຍກໍຍັງບໍ່ສາມາດເຮັດຫຍັງກັນໄດ້ ຈົບເຄິ່ງເວລາທຳອິດໄປ 0ປະຕູຕໍ່0. ຈົນເລີ່ມຕົ້ນເຄິ່ງທີ 2 ມາ ໃນນາທີ 54 ແຟນໆ ແມນຊິຕີ້ ໄດ້ພາກັນເຮ ຈາກການຍິງປະຕູຂອງ ຟິວ ໂຟເດັນ ແຕ່ສຸດທ້າຍປະຕູດັ່ງກ່າວໄດ້ຖືກ VAR ຍຶດຄືນ ເນື່ອງຈາກ ເອີລິ້ງ ຮາແລນ ກອງໜ້າຟອມແຮງ ໄດ້ໄປເຮັດຟາວ ຟາບິນໂຢ ກອງກາງຕົວຮັບຂອງ ລິເວີ້ພູລ ໃນຈັງຫວະກ່ອນໜ້າທີ່ຈະເປັນປະຕູ.

ຜ່ານໄປພຽງ 22 ນາທີ, ໃນນາທີ 76 ຂອງເກມ ອາຣິຊອນ ເບເກີ ຜູ້ຮັກສາປະຕູຂອງ ລິເວີ້ພູລ ໄດ້ເຕະບານເປີດເກມອອກຈາກໜ້າປະຕູ ໃຫ້ກັບ ໂມຮາເມັດ ຊາລາ ເອົາບານລົງ ແລ້ວພິກບານ ພ້ອມໃຊ້ຄວາມໄວ ອັນເປັນຈຸດເດັ່ນຂອງຕົນເອງ ແຕະບານໜີ ຕົວປະກົບຢ່າງ ຈາວ ຄັນເຊໂລ ແບັກຊ້າຍຂອງ ແມນຊິຕີ້ ຫຼຸດ ເຂົ້າໄປຍິງປະຕູຂຶ້ນນໍາ ໄດ້ສຳເລັດ.

ສ່ວນເວລາທີ່ເຫຼືອ ແມນ ຊິຕີ້ ພະຍາຍາມບຸກຢ່າງໜັກເພື່ອເອົາປະຕູຄືນ ແຕ່ສຸດທ້າຍກໍບໍ່ສາມາດເຮັດໄດ້ ສ່ວນທາງຝັ່ງຂອງ ລິເວີ້ພູລ ກໍມີໂອກາດດີໆ ອີກ 2 ຈັງຫວະ ແຕ່ກໍບໍ່ສາມາດປ່ຽນເປັນປະຕູໄດ້. ສຸດທ້າຍກໍຈົບລົງດ້ວຍສະກໍ 1ປະຕູຕໍ່0 ມອບຄວາມປະລາໄຊໃຫ້ກັບ ແມນຊິຕີ້ ເປັນນັດທຳອິດໃນລີກ ໄດ້ສຳເລັດ.

Liverpool

ສຳລັບ ໄຊຊະນະໃນນັດນີ້ຂອງ ລິເວີ້ພູລ ຖືເປັນໄຊຊະນະນັດທຳອິດ ໃນຮອບ 3 ນັດ ແລະ ການຊະນະ ແມນ ຊິຕີ້ ໄດ້ໃນນັດນີ້ ຍັງຖືເປັນໝຸດໝາຍສຳຄັນ ທີ່ຈະກັບມາຄືນຟອມໂຫດ ຫຼັງຈາກເປີດລະດູການນີ້ມາ ຜົນງານຂອງ ລິເວີ້ພູລ ນັ້ນຍັງຖືວ່າຕໍ່າກວ່າມາດຕະຖານ ໂດຍສາມາດເກັບໄດ້ພຽງ 13 ຄະແນນ ຈາກທັງໝົດ 9 ນັດ. ສ່ວນ ແມນ ຊິຕີ້ ນັດນີ້ຖືເປັນຄວາມປະລາໄຊນັດທຳອິດໃນລີກ ຫຼັງຊະນະ 3 ນັດຕິດຕໍ່ກັນ ແລະ ຖືກອາເຊນອລ ທີມອັນດັບ 1 ໃນຕອນນີ້ມີຄະແນນນຳຫ່າງເປັນ 4 ຄະແນນ.

ສ່ວນ ເອີລິ້ງ ຮາແລນ ກອງໜ້າຟອມແຮງຂອງ ແມນ ຊິຕີ້ ທີ່ກຳລັງຖືກຈັບຕາເບິ່ງ ຫຼັງໂຊຟອມອັນຮ້ອນແຮງມາຕະຫຼອດ ໃນທຸກນັດທີ່ລົງຫຼິ້ນ ແຕ່ມານັດນີ້ໄດ້ຖືກບັນດາກອງຫຼັງຂອງ ລິເວີ້ພູລປິດຕາຍ ທັງປະກົບຕົວ ແລະ ປິດຊ່ອງທາງການໃຫ້ບານຈາກທັງ ເຄວິນ ເດີບອຍ ແລະ ຟິວໂຟເດັນ ຈົນເຮັດໃຫ້ ຮາແລນນັ້ນໂຊຟອມບໍ່ອອກໃນນັດນີ້.

ໂດຍ ໂປຣແກຣມຕໍ່ໄປຂອງ ລິເວີ້ພູລ ແມ່ນມີຄິວເປີດບ້ານ ພົບກັບ ເວັສແຮັມ ຢູໄນເຕັດ ທີມອັນດັບ 12 ໃນວັນທີ 19 ຕຸລານີ້. ສ່ວນ ແມນຊິຕີ້ ແມ່ນມີຄິວຫຼິ້ນໃນບ້ານຕົນເອງ ພົບກັບ ໄບຣຕັ້ນ ໃນວັນທີ 21 ຕຸລາຄົມ.

ຂອບໃຈຂໍ້ມູນຈາກ: https://cutt.ly/OBGsWU2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ