ປະຊາຊົນກວ່າ 140,000 ຄົນອອກມາປະທ້ວງໃນນະຄອນປາຣີສ ເພື່ອສະແດງເຖິງການຕໍ່ຕ້ານພາວະໂລກຮ້ອນ, ເງິນເຟີ້ ແລະ ຄ່າຄອງຊີບສູງ

ປະຊາຊົນ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ເມື່ອວັນທີ 16 ຕຸລາ 2022 ໄດ້ມີຜູ້ປະທ້ວງກວ່າ 140,000 ຄົນ ອອກມາຊຸມນຸມເດີນຂະບວນໃນນະຄອນປາຣີສເມືອງຫຼວງຂອງປະເທດຝຣັ່ງ ເພື່ອສະແດງໃຫ້ເຫັນເຖິງພະລັງຕໍ່ຕ້ານໃນບັນຫາວິກິດການປ່ຽນແປງຂອງສະພາບພູມອາກາດໂລກ ໂດຍຜູ້ປະທ້ວງລະບຸວ່າລັດຖະບານຂອງປະທານາທິບໍດີ ເອັມມານູເອລ ມາຄຣົງ (Emmanuel Macron) ບໍ່ໄດ້ດໍາເນີນການແກ້ໄຂບັນຫາຢ່າງຈິງຈັງ ສົ່ງຜົນໃຫ້ເກີດຜົນກະທົບເຮັດໃຫ້ເກີດໄພທຳມະຊາດຮຸນແຮງໃນຝຣັ່ງແລະທົ່ວໂລກ ຕັ້ງແຕ່ຄື້ນຄວາມຮ້ອນ, ໄພແລ້ງ ແລະພາຍຸທີ່ຮຸນແຮງ.

ປະຊາຊົນ

ພ້ອມກັນນັ້ນ ຜູ້ປະທ້ວງຍັງສະແດງຄວາມບໍ່ພໍໃຈຕໍ່ບັນຫາເງິນເຟີ້ ແລະຄ່າຄອງຊີບທີ່ສູງຂຶ້ນ ເຊັ່ນດຽວກັນກັບນ້ຳມັນເຊື້ອໄຟທີ່ຂຶ້ນສູງຢ່າງໜ້າຕົກໃຈ ເຊິ່ງສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນ.

ປະຊາຊົນ

ໃນການປະທ້ວງຄັ້ງນີ້ແມ່ນມີ ຊອງ ລຸກ ເມລອງຊອງ (Jean-Luc Melenchon) ຜູ້ນຳຂອງພັກຝ່າຍຄ້ານມາຮ່ວມເດີນຂະບວນນຳ ລວມໄປເຖິງ ແອນນີ ແອໂນຊ (Annie Ernaux) ຜູ້ເປັນນັກຂຽນເຈົ້າຂອງຮາງວັນໂນເບລສາຂາວັນນະກໍາຂອງປີນີ້ອີກດ້ວຍ. ໃນການປະທ້ວງຄັ້ງນີ້ມີລາຍງານວ່າ ຜູ້ເຂົ້າຮ່ວມຊຸມນຸມປະທ້ວງຫຼາຍຄົນພ້ອມໃຈກັນໃສ່ເສື້ອສະທ້ອນສີເຫຼືອງ ທີ່ກ່ອນໜ້ານີ້ເຄີຍເປັນສັນຍະລັກຂອງການປະທ້ວງໃຫຍ່ຕໍ່ຕ້ານລັດຖະບານເມື່ອປີ 2018.

ນອກຈາກນີ້ ເມລອງຊອງ ຍັງກ່າວກັບສື່ໃນຂະນະທີ່ຢູ່ທ່າມກາງຝູງຊົນຜູ້ປະທ້ວງວ່າ ເຮົາບໍ່ຄ່ອຍໄດ້ເຫັນການເດີນຂະບວນທີ່ບໍ່ຄ່ອຍໄດ້ເຫັນແບບນີ້ ແລະ ການທີ່ພວກເຮົາມາລວມຕົວກັນໃນການເດີນຂະບວນນີ້ຖືວ່າເປັນຄວາມສຳເລັດອັນຍິ່ງໃຫຍ່.

ປະຊາຊົນ

ທາງດ້ານຜູ້ຈັດງານປະທ້ວງລະບຸວ່າ ການເດີນຂະບວນປະທ້ວງຄັ້ງນີ້ມີຜູ້ເຂົ້າຮ່ວມກວ່າ 140,000 ຄົນ ເຊິ່ງກ່ອນໜ້ານີ້ເຈົ້າໜ້າທີ່ຕໍາຫຼວດຄາດວ່າຈະມີຄົນເຂົ້າຮ່ວມພຽງ 30,000 ຄົນ ໃນສ່ວນປະເດັນຫຼັກທີ່ເຮັດໃຫ້ຜູ້ປະທ້ວງອອກມາລວມກັນຈໍານວນຫຼາຍແບບນີ້ກໍຍ້ອນວ່າ ພວກເຂົາຕ້ອງການສະແດງພະລັງຕໍ່ຕ້ານໃນບັນຫາຄ່າຄອງຊີບທີ່ສູງຂຶ້ນແລະຄວາມເມີນເສີຍໃນການບໍ່ຈັດການບັນຫາການປ່ຽນແປງຂອງສະພາບອາກາດ. ພ້ອມນັ້ນ ຜູ້ປະທ້ວງຍັງຮຽກຮ້ອງໃຫ້ລັດຖະບານລົງທຶນງົບປະມານເພື່ອຕໍ່ຕ້ານວິກິດໂລກຮ້ອນ ແລະຫາມາດຕະການທີ່ຈໍາເປັນເລັ່ງດ່ວນມາສູ້ກັບວິກິດສິນຄ້າຈໍາເປັນທີ່ເພີ່ມສູງຂຶ້ນ ເຊິ່ງລວມໄປຮອດລາຄານ້ຳມັນເຊື້ອໄຟ.

ປະຊາຊົນ

ຂະນະດຽວກັນກຸ່ມສະຫະພາບແຮງງານຫຼາຍກຸ່ມໃນຝຣັ່ງກໍໄດ້ປະກາດຢຸດວຽກຢ່າງພ້ອມພຽງຮຽງໜ້າໃນວັນອັງຄານທີ 18 ຕຸລາ ເພື່ອສະແດງໃຫ້ເຫັນເຖິງການຕໍ່ຕ້ານກ່ຽວກັບປະເດັນດັ່ງກ່າວ. ພ້ອມນີ້ ຄາດວ່າການຢຸດວຽກດັ່ງກ່າວຈະສົ່ງຜົນກະທົບຕໍ່ການຄົມມະນາຄົມຂົນສົ່ງສາທາລະນະ, ລົດໄຟໃຕ້ດິນ ແລະ ລົດໄຟໂດຍສານ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ