ໜ້າເສົ້າໃຈ! WWF ເຜີຍ ຈຳນວນສັດປ່າທົ່ວໂລກລົດລົງ 69% ໃນໄລຍະ 50 ປີທີ່ຜ່ານມາ ສາເຫດຫຼັກແມ່ນມາຈາກການກະທຳຂອງມະນຸດ

WWF

ໃນອະນາຄົດອັນໃກ້ນີ້ ອັດຕາສ່ວນຂອງສັດໂລກບາງຊະນິດອາດຈະສູນພັນໄປຈາກເຮົາ  ເພາະລາຍງານຫຼ້າສຸດຈາກອົງການກອງທຶນສັດປ່າໂລກສາກົນ ຫຼື WWF ໄດ້ເຜີຍວ່າ ຈຳນວນປະຊາກອນສັດປ່າທົ່ວໂລກລົດລົງ 69% ໃນໄລຍະ 50 ປີທີ່ຜ່ານມາ ເຊິ່ງສາເຫດຫຼັກແມ່ນມາຈາກນ້ຳມືຂອງມະນຸດທີ່ໄດ້ໃຊ້ຊັບພະຍາກອນຫຼາຍເກີນເຫດ, ຕັດໄມ້ທຳລາຍປ່າ, ສ້າງມົນລະພິດ ແລະ ເກີດຈາກສະພາບພູມອາກາດປ່ຽນແປງ.

WWF

ເມື່ອວັນທີ 13 ຕຸລາ 2022 ມີລາຍງານໃໝ່ຈາກ WWF ວ່າ ປະຊາກອນສັດປ່າຂອງໂລກທັງໝົດທີ່ອາໄສຢູ່ເທິງບົກແລະໃນນ້ຳໄດ້ມີຈຳນວນລົດລົງໄປຫຼາຍກວ່າ 2 ໃນ 3 ໃນໄລຍະ 50 ປີທີ່ຜ່ານມາ ເຊິ່ງນັ້ນມັນໄດ້ສ້າງຄວາມກັງວົນຢ່າງຫຼວງຫຼາຍຕໍ່ຄວາມຫຼາກຫຼາຍທາງຊີວະພາບຂອງໂລກ. ໂດຍລາຍງານຊຸດນີ້ໄດ້ສຶກສາວິໄຈຂໍ້ມູນສັດປ່າ 5,000 ຊະນິດໃນໄລຍະປີ 1970-2018.

WWF

ໃນສ່ວນຂອງສາເຫດຂອງການລົດລົງນີ້ແມ່ນມາຈາກກິດຈະກໍາຕ່າງໆຂອງມະນຸດບໍ່ວ່າຈະເປັນການຕັດໄມ້ທຳລາຍປ່າ, ການເອົາພື້ນທີ່ປ່າມາເຮັດພື້ນທີ່ກະສິກຳ, ການໃຊ້ຊັບພະຍາກອນເກີນຂະໜາດ, ການລ່າສັດ-ຄ້າຂາຍສັດປ່າ, ສາຍພັນສັດຕ່າງຖິ່ນບຸກຮຸກຮານ, ມົນລະພິດໃນທະເລ ແລະ ສະພາບພູມອາກາດປ່ຽນແປງ ໂດຍພື້ນທີ່ທີ່ປະເຊີນບັນຫາໃຫຍ່ເປັນອັນດັບຕົ້ນໆຄື: ອາເມຣິກາລາຕິນ ແລະ ຄາຣິບຽນ ທີ່ປະຊາກອນສັດປ່າໄດ້ລົດໄປ 94%, ຕໍ່ມາແມ່ນແອຟຣິກາທີ່ລົດລົງ 66%, ເອເຊຍແລະປາຊີຟິກລົດລົງ 55% ອາເມຣິກາເໜືອ 20% , ຢູໂຣບແລະເອເຊຍກາງລົດລົງ 18%.

WWF

ທັງນີ້ ໃນລາຍງານກໍຍັງໄດ້ເຜີຍເຖິງຄວາມຫວັງຈາກການອະນຸລັກ ເພາະວ່າກໍຣິລາພູໃນພື້ນທີ່ອຸທິຍານແຫ່ງຊາດ Virunga National Park ຂອງປະເທດຄອງໂກໄດ້ເພີ່ມຂຶ້ນຈາກ 400 ໂຕໃນປີ 2010 ເປັນ 600 ໂຕໃນປີ 2018.

WWF

ນັກວິທະຍາສາດຫຼາຍຄົນເຊື່ອວ່າເຮົາກໍາລັງເຂົ້າສູ່ວິກິດການສູນພັນຄັ້ງໃຫຍ່ຄັ້ງທີ 6 ໂດຍທາງ WWF ໄດ້ຮຽກຮ້ອງໃຫ້ມີການເພີ່ມງົບປະມານສະໜັບສະໜູນວຽກງານອະນຸລັກທົ່ວໂລກ ໂດຍສະເພາະປະເທດທີ່ຮັ່ງມີ ໃຫ້ປະຕິຮູບການເຮັດກະສິກໍາ, ປະມົງ ແລະລະບົບອາຫານ ພ້ອມດ້ວຍພັດທະນາການຜະລິດແລະບໍລິໂພກໃຫ້ມີຄວາມຍືນຍົງ ເພື່ອຄວາມພະຍາຍາມໃນການອະນຸລັກແລະຟື້ນຟູທຳມະຊາດ ໄປຈົນຮອດການລົດແກ໊ສເຮືອນແກ້ວ ແລະຄວບຄຸມບໍ່ໃຫ້ໂລກຮ້ອນເກີນ 1.5 ອົງສາ.

WWF

ຢ່າງໃດກໍດີ ໃນເດືອນທັນວາທີ່ຈະມາຮອດນີ້ ຕົວແທນຈາກປະເທດຕ່າງໆທົ່ວໂລກຈະເຂົ້າຮ່ວມປະຊຸມ COP15 ທີ່ເມືອງ Montral ປະເທດແຄນາດາ ເຊິ່ງຈະມີການຕົກລົງດ້ານຄວາມຫຼາກຫຼາຍທາງຊີວະພາບ ແລະຍຸຕິການທຳລາຍພື້ນທີ່ທຳມະຊາດຂອງໂລກ.

ສາມາດອ່ານລາຍລະອຽດຂອງລາຍງານເພີ່ມຕື່ມໄດ້ທີ່: https://cutt.ly/EBYqK7s

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ