ນັກວິທະຍາສາດພົບຟອດຊິວສັດເຄິ່ງບົກເຄິ່ງນໍ້າ ອາຍຸ 237 ລ້ານປີ ທີ່ອາໄສໃນທະເລ
ນັກວິທະຍາສາດຄົ້ນພົບຟອດຊິວສັດເຄິ່ງບົກເຄິ່ງນໍ້າ ຊະນິດໃໝ່ໃນປະເທດຈີນ ທີ່ອາດສາມາດອາໄສຢູ່ໃນທະເລໄດ້ຕະຫຼອດຊີວິດ ເມື່ອປະມານ 237 ລ້ານປີກ່ອນ.
ການຄົ້ນພົບດັ່ງກ່າວມາຈາກການສຶກສາຟອດຊິວໂຄງກະດູກສອງຊຸດທີ່ມີສະພາບເກືອບສົມບູນ ພົບໃນແຂວງກຸ້ຍໂຈວ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ.
ຜົນການສຶກສາໄດ້ເຜີຍແຜ່ໃນວາລະສານວິທະຍາສາດ Nature Ecology & Evolution ວັນທີ 26 ຕຸລາ 2026 ໂດຍຄະນະນັກວິໄຈຈາກມະຫາວິທະຍາໄລປັກກິ່ງ, ມະຫາວິທະຍາໄລແຄລິຟໍເນຍ ເດວິສ ໃນສະຫະລັດ ແລະ ພິພິທະພັນທໍລະນີສາດແຂວງກຸ້ຍໂຈວ.
ນັກວິທະຍາສາດຕັ້ງຊື່ສັດຊະນິດນີ້ວ່າ Gerrothorax maritimus ໂດຍມັນມີລຳຕົວແປກວ້າງ, ຫົວຂະໜາດໃຫຍ່, ປາກກວ້າງ ແລະ ມີແຜ່ນກະດູກແຂງຫຸ້ມລຳຕົວຄ້າຍເກາະປ້ອງກັນ.
ຈາກການກວດສອບຟອດຊິວ ນັກວິໄຈຄາດວ່າສັດຊະນິດນີ້ມີຄວາມຍາວປະມານ 75 ຊັງຕີແມັດ ແລະ ອາໄສຢູ່ຕາມພື້ນທະເລ ໂດຍລໍຖ້າເຫຍື່ອເຄື່ອນຜ່ານເຂົ້າມາໃກ້ ກ່ອນໃຊ້ປາກດູດນ້ຳ ແລະ ເຫຍື່ອເຂົ້າໄປ.
ສຳນັກຂ່າວ Reuters ລາຍງານໃນວັນທີ 27 ຕຸລາວ່າ ສັດດັ່ງກ່າວມີແຂ້ວນ້ອຍໆຮູບຮ່າງຄ້າຍກວຍຈຳນວນຫຼາຍ ແລະ ອາດລ່າປາ, ໜອນທະເລ ແລະ ສັດທະເລຂະໜາດນ້ອຍທີ່ລອຍຜ່ານ.
ທ່ານ Da-yong Jiang, ນັກບູຮານຊີວະວິທະຍາຈາກມະຫາວິທະຍາໄລປັກກິ່ງ ແລະ ໜຶ່ງໃນຜູ້ຮ່ວມສຶກສາ ອະທິບາຍຕໍ່ Reuters ວ່າ ຮູບຮ່າງຂອງກະໂຫຼກຫົວ ແລະ ລຳຄໍບົ່ງຊີ້ວ່າມັນອາດໃຊ້ວິທີດູດເຫຍື່ອເຂົ້າປາກແທນການໄລ່ລ່າ.
ແຕ່ສິ່ງທີ່ເຮັດໃຫ້ການຄົ້ນພົບນີ້ພິເສດກວ່າຟອດຊິວອື່ນໆ ແມ່ນຄວາມສາມາດຂອງສັດຊະນິດນີ້ໃນການດຳລົງຊີວິດຢູ່ໃນນ້ຳເຄັມ.
ໂດຍທົ່ວໄປ ສັດເຄິ່ງບົກເຄິ່ງນໍ້າ ເຊັ່ນ ກົບ ແລະ ຊາລາແມນເດີ ມີຜິວໜັງທີ່ນ້ຳສາມາດຊຶມຜ່ານໄດ້ ເພື່ອຊ່ວຍໃນການຫາຍໃຈ ແລະ ຮັບນ້ຳເຂົ້າຮ່າງກາຍ.
ແຕ່ເມື່ອຢູ່ໃນນ້ຳທະເລທີ່ມີຄວາມເຄັມສູງ ນ້ຳຈາກພາຍໃນຮ່າງກາຍຈະຖືກດຶງອອກຜ່ານຜິວໜັງ ເຮັດໃຫ້ສັດສູນເສຍນ້ຳ ແລະ ບໍ່ສາມາດອາໄສຢູ່ໃນທະເລໄດ້ຢ່າງຖາວອນ.
ປັດຈຸບັນ ໂລກມີສັດເຄິ່ງບົກເຄິ່ງນໍ້າ ທີ່ຍັງມີຊີວິດຫຼາຍກວ່າ 8,000 ຊະນິດ ແຕ່ຍັງບໍ່ພົບຊະນິດໃດທີ່ດຳລົງຊີວິດຢູ່ໃນທະເລຕະຫຼອດຊີວິດ ໂດຍບໍ່ຕ້ອງອາໄສນ້ຳຈືດ.
ທ່ານ Ryosuke Motani, ສາດສະດາຈານດ້ານບູຮານຊີວະວິທະຍາ ຈາກມະຫາວິທະຍາໄລແຄລິຟໍເນຍ ເດວິສ ແລະ ຜູ້ຮ່ວມນຳການສຶກສາ ກ່າວຕໍ່ Reuters ວ່າ ສິ່ງສຳຄັນທີ່ສຸດຂອງການຄົ້ນພົບແມ່ນຫຼັກຖານທີ່ບົ່ງຊີ້ວ່າ ເຄີຍມີສັດເຄິ່ງບົກເຄິ່ງນໍ້າ ໃນຍຸກບູຮານທີ່ອາໄສຢູ່ໃນທະເລເຕັມເວລາ.
ຄະນະນັກວິໄຈສັນນິຖານວ່າ ແຜ່ນກະດູກແຂງທີ່ຫຸ້ມລຳຕົວຂອງ Gerrothorax maritimus ອາດຊ່ວຍຫຼຸດການສູນເສຍນ້ຳຜ່ານຜິວໜັງ, ຂະນະທີ່ເຫງືອກ ແລະ ລະບົບຍ່ອຍອາຫານອາດຊ່ວຍຈັດການເກືອຈາກນ້ຳທະເລ.
ເກາະກະດູກດັ່ງກ່າວອາດມີໜ້າທີ່ສອງຢ່າງ ຄື ປ້ອງກັນສັດນັກລ່າ ແລະ ຊ່ວຍໃຫ້ມັນປັບຕົວຕໍ່ສະພາບນ້ຳເຄັມ.
ນັກວິທະຍາສາດຍັງພົບຟອດຊິວຂອງສັດເລືອຄານທະເລຂະໜາດໃຫຍ່ ທີ່ເອີ້ນວ່າ Guizhouichthyosaurus ມີຄວາມຍາວປະມານ 7 ແມັດ ຢູ່ໃນຊັ້ນຫີນບໍລິເວນໃກ້ຄຽງ ຊຶ່ງສະທ້ອນວ່າສັດທັງສອງອາດເຄີຍອາໄສຢູ່ໃນລະບົບນິເວດທະເລດຽວກັນ.
ຫຼັກຖານສຳຄັນອີກຢ່າງແມ່ນ ການກວດສອບສັດສ່ວນໄອໂຊໂທບຂອງທາດສະຕຣອນຊຽມ (Strontium) ໃນຟອດຊິວກະດູກ ເຊິ່ງພົບວ່າມີລັກສະນະທາງເຄມີໃກ້ຄຽງກັບນ້ຳທະເລໃນຍຸກນັ້ນ.
ນອກຈາກນີ້ ສະຖານທີ່ທີ່ຟອດຊິວຖືກຝັງຢູ່ຫ່າງຈາກເກາະທີ່ອາດມີໃນຍຸກນັ້ນຢ່າງໜ້ອຍ 30 ກິໂລແມັດ ແລະ ກະດູກຍັງຮັກສາສະພາບໄດ້ດີ ເຮັດໃຫ້ນັກວິໄຈເຫັນວ່າສັດອາດຕາຍໃນບໍລິເວນໃກ້ກັບບ່ອນທີ່ມັນອາໄສຢູ່ ບໍ່ແມ່ນຖືກນ້ຳພັດພາມາຈາກແຫຼ່ງນ້ຳຈືດ.
ແມ່ນແຕ່ຢ່າງນັ້ນ ນັກວິໄຈຍອມຮັບວ່າ ຟອດຊິວບໍ່ໄດ້ຮັກສາເນື້ອເຍື່ອອ່ອນໄວ້ ຈຶ່ງຍັງບໍ່ສາມາດຢືນຢັນໄດ້ທັງໝົດວ່າ ຮ່າງກາຍຂອງສັດຊະນິດນີ້ຈັດການກັບເກືອໃນນ້ຳທະເລແນວໃດ ຫຼື ມີວິທີສືບພັນແບບໃດ.
ຄະນະນັກວິໄຈເຊື່ອວ່າ ການຄົ້ນພົບຄັ້ງນີ້ໄດ້ເພີ່ມຫຼັກຖານໃໝ່ກ່ຽວກັບວິວັດທະນາການຂອງສັດມີກະດູກສັນຫຼັງ ແລະ ຊີ້ໃຫ້ເຫັນວ່າ ສັດບາງກຸ່ມໃນຍຸກບູຮານອາດມີຄວາມສາມາດປັບຕົວເຂົ້າກັບສິ່ງແວດລ້ອມໄດ້ຫຼາກຫຼາຍກວ່າທີ່ເຄີຍເຂົ້າໃຈ.
ການຄົ້ນພົບນີ້ຍັງເປັນອີກຫຼັກຖານໜຶ່ງວ່າ ຟອດຊິວສາມາດຊ່ວຍໃຫ້ນັກວິທະຍາສາດປະຕິດປະຕໍ່ເລື່ອງລາວຂອງຊີວິດໃນອະດີດ ແລະ ເຂົ້າໃຈວ່າສັດຕ່າງໆປັບຕົວເພື່ອຢູ່ລອດໃນໂລກທີ່ປ່ຽນແປງໄດ້ແນວໃດ.
#LaoX#ຂ່າວວິທະຍາສາດ #ຄົ້ນພົບຟອດຊິວ #ສັດບູຮານ #ຟອດຊິວ237ລ້ານປີ #ວິວັດທະນາການ #ການຄົ້ນພົບໃໝ່ #ຂ່າວໂລກ #ປະເທດຈີນ #Gerrothorax #FossilDiscovery #Paleontology #ScienceNews #AncientAnimals


