ທະນາຄານແຫ່ງ ສປປ ລາວ ຖະແຫຼງປັບປຸງທະນະບັດໃບ 10.000 ກີບ ແລະ ໃບ 20.000 ກີບ

ທະນາຄານແຫ່ງ ສປປ ລາວ

ໃນວັນສຸກ ທີ 14 ຕຸລາ 2022 ທີ່ທະນາຄານແຫ່ງ ສປປ ລາວ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວ ກ່ຽວກັບການນຳເອົາທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນຳໃຊ້ ໃນເດືອນ ຕຸລາ 2022 ເຊິ່ງມີລາຍລະອຽດດັ່ງນີ້:

ນັບແຕ່ປີ 2003 ເປັນຕົ້ນມາທະນາຄານແຫ່ງສປປ ລາວ ໄດ້ນຳເອົາທະນະບັດ ປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຮຸ່ນປີ 2003 ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນໍາໃຊ້ ເຊິ່ງເປັນ ໂຄງປະກອບປະເພດໃບທະນະບັດທີ່ມີມູນຄ່າສູງທີ່ສຸດໃນເວລານັ້ນ. ມາຮອດປັດຈຸບັນ ຖືກນໍາໃຊ້ໝູນວຽນໃນຂອດຈໍລະຈອນເປັນເວລາ 19 ປີ, ປະກອບກັບການຂະຫຍາຍຕົວທາງດ້ານນະວັດຕະກຳເທັກໂນໂລຢີໃນໄລຍະໃໝ່, ບັນດາປະເທດໃນພາກພື້ນແລະ ສາກົນ ກໍໄດ້ມີການພັດທະນາປັບປຸງທະນະບັດຂອງຕົນເອງ ໃຫ້ມີຄຸນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.

ສະນັ້ນ ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄວ້າປັບປຸງທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຈາກຮຸ່ນປີ 2003 ມາເປັນຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ເພື່ອ ສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020, ທັງນີ້ກໍເພື່ອຍົກສູງ ຄຸນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດ ອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫຼາຍຂຶ້ນກວ່າເກົ່າ ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາແລະ ຖືຄອງເງິນກີບ ເຊິ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ.

ທັງນີ້ ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາໃຫ້ມີສະຖຽນລະພາບ, ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງ ເຜີຍແຜ່ໃຫ້ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະຕຳຫຼວດໃນ ຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອໝັ້ນ ຕໍ່ກັບການນຳເອົາທະນະບັດ ປະເພດໃບ 10.000 ກີບ ແລະ 20.000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນຳໃຊ້.

ພ້ອມນັ້ນ ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີ, ຈົ່ງຊ່ວຍກັນເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນຳໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນຳໃຊ້ເງີນກີບ, ເສີມສ້າງຄຸນຄ່າຂອງເງີນກີບ ແລະ ຮັກສາສະຖຽນລະພາບເງີນຕາແຫ່ງຊາດ ໃຫ້ໝັ້ນຄົງ.

ຂອບໃຈຮູບພາບແລະຂໍ້ມູນຈາກ:

Vte9 Channel ໂທລະພາບນະຄອນຫຼວງວຽງຈັນ

https://cutt.ly/NBYVYhS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ