ປີ 2022 ຕະຫຼາດຄຣິບໂຕ ຖືກແຮັກເສຍຫາຍໄປແລ້ວກວ່າ 3 ພັນລ້ານໂດລາ ມີທ່າອ່ຽງກາຍເປັນປີທີ່ຖືກແຮັກຫຼາຍທີ່ສຸດໃນປະຫວັດສາດ

ຕະຫຼາດຄຣິບໂຕ

ເຖິງແມ່ນວ່າໃນປັດຈຸບັນຕະຫຼາດ cryptocurrency ຈະຢູ່ໃນຂາລົງ ໂດຍລາຄາຫຼຽນຄຣິບໂຕ ອັນດັບ 1 ຢ່າງ Bitcoin ລົດລົງມາແລ້ວປະມານ 60% ຈາກເມື່ອປາຍປີ 2021 ແຕ່ສິ່ງທີ່ຍັງຄົງເພີ່ມຂຶ້ນສວນທາງກັນກັບມູນຄ່າຂອງຕະຫຼາດຄຣິບໂຕທີ່ຫາຍໄປກໍຄື ການແຮັກເພື່ອໂຈລະກຳຫຼຽນຕ່າງໆ ໃນໂລກ ຄຣິບໂຕ.

ຂໍ້ມູນຈາກ Chainalysis Inc ບໍລິສັດວິເຄະຂໍ້ມູນ ລະບຸວ່າ ໃນເດືອນຕຸລານີ້ ມູນຄ່າຂອງຫຼຽນທີ່ຖືກໂຈລະກຳໄປສູງເຖິງ 718 ລ້ານໂດລາ ສົ່ງຜົນໃຫ້ມີຍອດຄວາມເສຍຫາຍລວມຕະຫຼອດປີ 2022 ນີ້ ເພີ່ມຂຶ້ນເປັນ 3 ພັນກວ່າລ້ານໂດລາ ຈາກການແຮັກທັງໝົດ 125 ເທື່ອ ແລະ ມີໂອກາດທີ່ມູນຄ່າຂອງການແຮັກທັງໝົດຂອງປີນີ້ຈະເພີ່ມຂຶ້ນແຊງປີກ່ອນທີ່ມີມູນຄ່າປະມານ 3 ພັນກວ່າລ້ານ ເຊັ່ນດຽວກັນ.

ຕະຫຼາດຄຣິບໂຕ

ເປົ້າໝາຍຂອງການແຮັກສ່ວນໃຫຍ່ຄື Portocal ທີ່ເອີ້ນວ່າ ​Decentralized Finance ຫຼື DeFi ເຊິ່ງເປັນສິ່ງທີ່ເປີດໃຫ້ນັກລົງທຶນຄຣິບໂຕສາມາດຊື້ຂາຍ, ກູ້ ແລະ ປ່ອຍກູ້ເທິງບັນຊີດິຈິຕອລໄດ້.

ສຳລັບແພລັດຟອມທີ່ຖືກໂຈມຕີໜັກ ແລະ ເສຍຫາຍຫຼາຍທີ່ສຸດໃນປີນີ້ກໍຄື Ronin Network ທີ່ເສຍຫາຍໄປກວ່າ 540 ລ້ານໂດລາ, ຮອງລົງມາກໍຄື Wormhole ທີ່ເສຍຫາຍໄປກວ່າ 325 ລ້ານໂດລາ ແລະ ອັນດັບ 3 ກໍຄື Nomad Bridge ທີ່ເສຍຫາຍໄປກວ່າ 190 ລ້ານໂດລາ.

ຕະຫຼາດຄຣິບໂຕ

ຫຼ້າສຸດ ເມື່ອບໍ່ດົນມານີ້ Binance Coins ຈຳນວນ 2 ລ້ານຫຼຽນ ຄິດເປັນມູນຄ່າປະມານ 570 ລ້ານໂດລາ ກໍໄດ້ຖືກແຮັກເຊັ່ນກັນ ແຕ່ຍັງສາມາດກູ້ຫຼຽນບາງສ່ວນກັບຄືນມາໄດ້ ໂດຍຈຳນວນທີ່ສາມາດກູ້ຄືນມາໄດ້ມີປະມານ 100 ລ້ານໂດລາ.

ໃນໄລຍະຕົ້ນປີທີ່ຜ່ານມາ  Chainalysis ລະບຸວ່າ DeFi ເປັນເປົ້າໝາຍຫຼັກຂອງການແຮັກ ພ້ອມປະເມີນວ່າກຸ່ມແຮັກເກີ້ຈາກເກົາຫຼີເໜືອເປັນກຸ່ມທີ່ແຮັກເງິນອອກຈາກຄຣິບໂຕ ຫຼາຍທີ່ສຸດ ໂດຍຄາດການວ່າ ແຮັກເກີ້ຈາກເກົາຫຼີເໜືອແຮັກເງິນໄປແລ້ວມູນຄ່າປະມານ 1 ພັນລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ