ໂຮງໝໍມະໂຫສົດ ທີ່ລັດຖະບານຈີນຊ່ວຍເຫຼືອລາວ ເປັນໂຮງໝໍທີ່ສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມການພັດທະນາຂອງໂລກ

ໂຮງໝໍມະໂຫສົດ

ໂຮງໝໍມະໂຫສົດ ແມ່ນໂຮງໝໍສັງລວມທີ່ມີຂະໜາດໃຫຍ່ທີ່ສຸດ ແລະມີພະແນກສົມບູນທີ່ສຸດຂອງລາວ, ໄດ້ມີປະຫວັດສາດ 110 ກວ່າປີແລ້ວ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບເສດຖະກິດສັງຄົມຂອງລາວ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ອຸປະກອນການແພດເກົ່າຂອງໂຮງໝໍຍາກທີ່ຈະຕອບສະໜອງກັບຄວາມຕ້ອງການດ້ານການປິ່ນປົວພະຍາດ.

ວັນທີ 11 ພະຈິກ 2021 ພິທີມອບ-ຮັບໂຄງການໂຮງໝໍມະໂຫສົດ ໂດຍແມ່ນລັດຖະບານຈີນ ຊ່ວຍເຫຼືອລາວ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ຍ້ອງຍໍວ່າ: ໂຄງການໂຮງໝໍສັງລວມມະໂຫສົດ  ແມ່ນໂຄງການທີ່ມີຄວາມໝາຍສຳຄັນເປັນພິເສດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຈະໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການປັບປຸງເງື່ອນໄຂສາທາລະນະສຸກ, ຍົກລະດັບເທັກນິກຂອງພະນັກງານການແພດຂອງລາວ ແລະຈະມີຜົນດີຕໍ່ການຮັບໃຊ້ປະຊາຊົນລາວຜູ້ເປັນພະຍາດ.

ຕໍ່ກັບກໍລະນີທີ່ປະເທດພວມພັດທະນາຈຳນວນໜຶ່ງປະສົບຄວາມຫຍຸ້ງຍາກດ້ານທຶນຮອນໃນດ້ານພື້ນຖານໂຄງລ່າງ ຊີວິດການເປັນຢູ່ ແລະ ຂົງເຂດອື່ນໆ, ຈີນໄດ້ໃຊ້ການກະທຳຕົວຈິງຊ່ວຍຫຼືອດ້ານທຶນຮອນ ແລະ ເທັກໂນໂລຢີ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ຊຸກຍູ້ການພັດທະນາແບບຍືນຍົງ.

ໂຮງໝໍມະໂຫສົດ

“ການພັດທະນາແມ່ນຂໍກະແຈໃນການບັນລຸຄວາມສຸກຂອງປະຊາຊົນ. ເມື່ອປະເຊີນໜ້າກັບຜົນກະທົບອັນໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ພວກເຮົາຕ້ອງຮ່ວມກັນຊຸກຍູ້ການພັດທະນາຂອງໂລກໃຫ້ກ້າວໄປສູ່ໄລຍະໃໝ່ທີ່ມີລັກສະນະດຸນດ່ຽງ ປະສານງານ ແລະ ການມີສ່ວນຮ່ວມ”. ກ່ອນການມອບ-ຮັບໂຄງການໂຮງໝໍມະໂຫສົດ ບໍ່ດົນ, ຄືວັນທີ 21 ກັນຍາ 2021, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມການພັດທະນາຂອງໂລກໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76, ໂດຍໄດ້ຊຸກຍູ້ບັນຫາການພັດທະນາກັບຄືນສູ່ວາລະແກນກາງຂອງສາກົນ.

ຄວາມໝາຍໃຈກາງຂອງຂໍ້ລິເລີ່ມການພັດທະນາຂອງໂລກຄື ຢຶດໝັ້ນຖືການພັດທະນາເປັນບູລິມະສິດ, ຖືປະຊາຊົນເປັນໃຈກາງ, ຢຶດໝັ້ນການສ້າງຜົນປະໂຫຍດທົ່ວໄປແບບມີສ່ວນຮ່ວມ, ຢຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່, ຢຶດໝັ້ນມະນຸດກັບ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ຢຶດໝັ້ນໃຊ້ການເຄື່ອນໄຫວຕົວຈິງ. ເນັ້ນການຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຕ່າງໆເຊັ່ນ: ລົດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕ້ານກັບພະຍາດ ແລະ ວັກຊີນ, ລະດົມທຶນເພື່ອການພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຕາມທິດສີຂຽວ, ການຫັນເປັນອຸດສາຫະກຳ, ເສດຖະກິດດິຈີຕອລ, ການເຊື່ອມໂຍງເຊື່ອມຈອດກັນ ແລະ ອື່ນໆ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2036 ຂອງອົງການສະຫະປະຊາຊາດ, ສ້າງປະຊາຄົມຮ່ວມຊະຕາກຳແຫ່ງການພັດທະນາຂອງໂລກ.

ໂຮງໝໍມະໂຫສົດ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ