NASA ເຜີຍພາລະກິດ “DART” ສົ່ງຍານອະວະກາດຕໍາດາວເຄາະນ້ອຍເພື່ອປ່ຽນວິຖີການໂຄຈອນບໍ່ໃຫ້ເຂົ້າມາໃກ້ໂລກໄດ້ສຳເລັດ

NASA

ກ່ອນໜ້ານີ້ເມື່ອວັນທີ 26 ກັນຍາ 2022 ອົງການບໍລິຫານການບິນແລະອະວະກາດແຫ່ງຊາດ ຫຼື NASA ໄດ້ອອກມາເປີດເຜີຍວ່າຈະສົ່ງຍານອະວະກາດ DART (Double Asteroid Redirection Test) ຂຶ້ນໄປເຮັດພາລະກິດຕໍາດາວເຄາະນ້ອຍ Dimorphos ເພື່ອປ່ຽນເສັ້ນທາງການໂຄຈອນ ເພາະດາວເຄາະດັ່ງກ່າວເປັນວັດຖຸໃກ້ໂລກ ທີ່ຢູ່ຫ່າງຈາກໂລກໄປປະມານ 11 ລ້ານກິໂລແມັດ ແລະ ມີຄວາມສ່ຽງທີ່ຈະເຂົ້າມາໂລກ.(ອ່ານເພີ່ມໄດ້ທີ່: (https://laox.la/science/29746/)

NASA

ມາຮອດວັນທີ 12 ຕຸລາ ອົງການ NASA ໄດ້ເປີດເຜີຍວ່າຈາກການຕິດຕາມພາລະກິດດັ່ງກ່າວພົບວ່າປະສົບຄວາມສຳເລັດໃນການປ່ຽນວິຖີໂຄຈອນຂອງດາວເຄາະນ້ອຍ Dimorphos ໂດຍຍານອະວະກາດ DART ອອກຈາກໂລກໄປຫາເປົ້າໝາຍດ້ວຍຄວາມໄວກວ່າ 22,000 ກິໂລແມັດຕໍ່ຊົ່ວໂມງ ຈາກຄວາມໄວນັ້ນເຮັດໃຫ້ຍານຖືກທຳລາຍໄປ ພ້ອມນັ້ນຍັງສາມາດສົ່ງຂໍ້ມູນພາບຖ່າຍໃນວິນາທີສຸດທ້າຍກັບມາໄດ້ສຳເລັດ ນັບໄດ້ວ່າເປັນການສິ້ນສຸດພາລະກິດຂອງຍານອະວະກາດ DART ໂດຍສົມບູນ. ນອກຈາກນີ້ທາງ NASA ຍັງຫວັງວ່າພາລະກິດນີ້ຈະນຳເທັກໂນໂລຢີມາຊ່ວຍປ້ອງກັນໂລກຈາກຄວາມສ່ຽງຂອງການຕໍາຂອງວັດຖຸນອກໂລກໄດ້.

NASA

ສຳລັບດາວເຄາະ Dimophos ທີ່ເປັນເປົ້າໝາຍຂອງພາລະກິດນີ້ແມ່ນມີເສັ້ນຜ່າສູນກາງປະມານ 160 ແມັດ ເຊິ່ງ Dimophos ເປັນດວງເດືອນບໍລິວານຂອງດາວເຄາະນ້ອຍ Didymos ເຊິ່ງຖືກຈັດເປັນດາວເຄາະນ້ອຍໃກ້ໂລກ ແລະ ພາລະກິດການທົດສອບຂອງ NASA ດັ່ງກ່າວກໍມີຫີນອະວະກາດ Dimophos ເປັນເປົ້າໝາຍຂອງໂຄງການ.

NASA

ສຳລັບ DART ເປັນຍານອະວະກາດທີ່ມາຈາກໂຄງການ Double Asteroid Redirection Test (DART) ຂອງອົງການອະວະກາດ NASA ຮ່ວມກັບ Johns Hopkins Applied Physics Laboratory (APL) ເປັນໂຄງການທີ່ຖືກສົ່ງໄປສືກສາແລະທົດສອບຄວາມເປັນໄປໄດ້ຂອງການປ້ອງກັນໄພອັນຕະລາຍຈາກນອກໂລກ ໂດຍການຕໍາດ້ວຍຍານອະວະກາດເພື່ອບ່ຽງເບນວິຖີການໂຄຈອນ ດ້ວຍຄວາມຫວັງທີ່ວ່າໃນອະນາຄົດຫາກເຮົາສາມາດກວດພົບດາວເຄາະທີ່ຈະມາຕໍາໃສ່ໂລກ ເຮົາຈະມີວິທີທີ່ໄດ້ຮັບການຢືນຢັນທີ່ຈະສາມາດປ່ຽນວິຖີໂຄຈອນໄດ້ຢ່າງມີປະສິດທິພາບ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ