ແຕກຫັກ! ອາເມຣິກາ ກຽມພິຈາລະນາ ບົດລົງໂທດ ຊາອຸດີອາຣະເບຍ ເນື່ອງຈາກບໍ່ພໍໃຈທີ່ OPEC+ ຕັດສິນໃຈລົດກຳລັງການຜະລິດນໍ້າມັນລົງ

OPEC+

ໃນໄລຍະ 1-2 ອາທິດທີ່ຜ່ານມາ ກຸ່ມປະເທດຜູ້ສົ່ງອອກນຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຮ່ວມກັນປະຊຸມໃຫຍ່ ແລະ ຕັດສິນໃຈລົດກຳລັງການຜະລິດນໍ້າມັນດິບລົງ ມື້ລະ 2 ລ້ານ ບາເຣວ ເພື່ອກະຕຸ້ນໃຫ້ລາຄານໍ້າມັນໂລກດີດຕົວກັບຄືນມາ. ເຊິ່ງໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບທາງ ສະຫະລັດ ອາເມຣິກາ ເປັນຢ່າງສູງ ພ້ອມບອກວ່າການກະທຳຂອງ ຊາອຸດີອາຣະເບຍ ເປັນການກະທຳທີ່ເຂົ້າຂ້າງທາງຣັດເຊຍ ຢ່າງຊັດເຈນ.

OPEC+

ໂດຍທາງ ອາເມຣິກາ ເບິ່ງວ່າທ່າມກາງເສດຖະກິດໂລກຕົກຕໍ່າ ແລະ ລາຄາພະລັງງານສູງ, ການ​ເຄື່ອນ​ໄຫວ​ຂອງ​ ຊາ​ອຸ​ດີອາ​ຣະ​ເບຍ ແມ່ນ​ເປັນ​ການດູໝິ່ນ​ອາເມຣິກາ ທີ່ເປັນພັນທະມິດກັນມາດົນ ແລະ ​ສະ​ແດງ​ອອກ​ເຖິງ​ການ​ເຂົ້າ​ຂ້າງ​ຣັດເຊຍ.

ຈາກເຫດການດັ່ງກ່າວ ເຮັດໃຫ້ ສະຫະລັດ ອາເມຣິກາ ນັ້ນພ້ອມທີ່ຈະປະເມີນຄວາມສຳພັນ ກັບ ຊາອຸດີອາຣະເບຍ ຄືນໃໝ່ ແລະ ພິຈາລະນາບົດລົງໂທດ ເປັນຕົ້ນແມ່ນລະງັບການຂາຍອາວຸດໃຫ້ກັບທາງ ຊາອຸດີອາຣະເບຍ.

ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ ໄດ້ເຕືອນວ່າ ຊາອຸດີອາຣະເບຍ ຈະໄດ້ຮັບຜົນທີ່ຕາມມາ ຈາກການຕັດສິນໃຈ ແບບນີ້. ແຕ່ ໂຈໄບເດັນ ຍັງບໍ່ໄດ້ລົງລາຍລະອຽດໃດໆ.

OPEC+

ແຈັກ ຊູລິແວນ (Jake Sullivan) ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ກ່າວຕໍ່ບັນດານັກຂ່າວວ່າ ປະທານາທິບໍດີແຫ່ງສະຫະລັດ ກໍາລັງພິຈາລະນາຄວາມເປັນໄປໄດ້ຂອງການລະງັບການຂາຍອາວຸດໃຫ້ກັບ ຊາອຸດີອາຣະເບຍ. ເຊິ່ງເປັນສ່ວນໜຶ່ງຂອງການປະເມີນຄວາມສໍາພັນລະຫວ່າງສະຫະລັດ ກັບ ຊາອຸດີອາຣະເບຍ ຄືນໃໝ່.

ຈອນເຄີບີ້ (John Kirby) ໂຄສົກ Pentagon ຂອງ ສະຫະລັດ ອາເມຣິກາກ່າວວ່າ: ການຕັດສິນໃຈຄັ້ງນີ້ຂອງກຸ່ມ OPEC+ ເປັນການສະໜັບສະໜູນດ້ານຂວັນກຳລັງໃຈ ແລະ ທາງທະຫານ ເພາະມັນຈະເປີດທາງໃຫ້ ປູຕິນ ມີເງິນທຶນສະໜັບສະໜູນກົນໄກໃນການເຮັດສົງຄາມຕໍ່ໄປ. ນອກຈາກນີ້ ຍັງບອກອີກວ່າ ບັນດາປະເທດອື່ນໆໃນກຸ່ມ OPEC+. ນັ້ນຖືກ ຊາອຸດີອາຣະເບຍ ບີບບັງຄັບໃຫ້ລົງມະຕິດັ່ງກ່າວ.

OPEC+

ໃນຂະນະດຽວກັນ ສະມາຊິກສະພາຫຼາຍຄົນໃນ ອາເມຣິກາ ກໍໄດ້ຮຽກຮ້ອງໃຫ້ລັດຖະບານ ຂອງ ໂຈ ໄບເດັນ ຍຸຕິຄວາມສຳພັນ ແລະ ຄວາມຮ່ວມມືທຸກດ້ານກັບ ຊາອຸດີອາຣະເບຍ.

ໂດຍຄວາມສຳພັນຂອງ ສະຫະລັດ ອາເມຣິກາ ແລະ ຊາອຸດີອາຣະເບຍ ນັ້ນເລີ່ມແໜ້ນແຟ້ນມາຕັ້ງແຕ່ຫຼັງສົງຄາມໂລກຄັ້ງທີ 2 ໂດຍ ອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອດ້ານການທະຫານ ແລະ ຄວາມໝັ້ນຄົງແກ່ ຊາອຸດີອາຣະເບຍ ມາຕັ້ງແຕ່ປິ 1940. ແຕ່ໃນໄລຍະ 10 ປີຫຼັງມານີ້ ຄວາມສຳພັນຂອງທັງສອງຝ່າຍເລີ່ມບໍ່ດີ ໂດຍສະເພາະແມ່ນໃນຍຸກຂອງ ປະທານາທິບໍດີ ບາຣັກ ໂອບາມາ ທີ່ຕອນນັ້ນໄດ້ເລີ່ມປັບປຸງຄວາມສຳພັນທາງການທູດກັບ ອີຣ່ານ ເຮັດໃຫ້ ຊາອຸດີອາຣະເບຍ ນັ້ນຮູ້ສຶກວ່າ ຄວາມຕ້ອງການຂອງສະຫະລັດ ທີ່ຈະປົກປ້ອງຄວາມໝັ້ນຄົງໃນພາກພື້ນ ຕາເວັນອອກກາງນັ້ນ ລົດໜ້ອຍລົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ