Google ຈັບມືກັບ Coinbase ໃຫ້ຊຳລະຄ່າບໍລິການ Google Cloud ດ້ວຍ Cryptocurrency

Google

2 ຍັກໃຫຍ່ໃນໂລກເທັກໂນໂລຢີ ໄດ້ຈັບມືກັນ ຫຼັງ Google ປະກາດໃນງານ Cloud Next Conference ວ່າກຳລັງຈະເລີ່ມຮັບຊຳລະຄ່າບໍລິການ Cloud ດ້ວຍສະກຸນເງິນດິຈິຕອລ ຜ່ານການຮ່ວມມືກັບ Coinbase ແພລັດຟອມຊື້ຂາຍ ສະກຸນເງິນດິຈິຕອລ ຊັ້ນນຳຂອງໂລກ ໂດຍຄາດວ່າຈະເປີດການບໍລິການດັ່ງກ່າວໃນປີໜ້າ.

ຂະນະດຽວກັນທາງ Google ເອງກໍຈະໃຊ້ບໍລິການອື່ນໆຂອງ Coinbase ຄືກັນ ເຊັ່ນການບໍລິການດ້ານ Coinbase Custody ລວມໄປເຖິງ Coinbase Prime. ໂດຍ Google ເບິ່ງວ່າການຮັບບໍລິການຊຳລະດ້ວຍສະກຸນເງິນດິຈິຕອລນີ້ຈະຕອບໂຈດໃຫ້ກັບບໍລິສັດທີ່ເຮັດກ່ຽວຂ້ອງກັບດ້ານ Web 3.0 ຈຳນວນຫຼາຍ.

Google

ໂທມັສ ຄູຣຽນ ຜູ້ບໍລິຫານຂອງ Google Cloud ເປີດເຜີຍວ່າ ເຮົາຕ້ອງການມີສ່ວນຮ່ວມໃນການເຮັດໃຫ້ອຸດສາຫະກຳ Web 3.0 ໄວຂຶ້ນ ແລະ ງ່າຍຂຶ້ນ ເຊິ່ງການຮ່ວມມືກັບ Coinbase ຄັ້ງນີ້ຈະເຮັດໃຫ້ເຮົາເຂົ້າໃກ້ເປົ້າໝາຍດັ່ງກ່າວໄດ້ຫຼາຍຍິ່ງຂຶ້ນ.

ຂະນະດຽວກັນ ໄບອັນ ອາມສຕອງ ຜູ້ບໍລິຫານຂອງ Coinbase ກໍກ່າວວ່າ ອາດຈະບໍ່ມີຄູ່ຮ່ວມມືຄົນໃດເໝາະສົມໄປກວ່ານີ້ອີກແລ້ວ (Google) ທີ່ຈະເຂົ້າມາເປັນຂົວເຊື່ອມໄປຫາລະບົບນິເວດ Web 3.0

Google

ຈາກເຫດການດັ່ງກ່າວເຮັດໃຫ້ຮຸ້ນຂອງບໍລິສັດ Coinbase ປັບຕົວຂຶ້ນປະມານ 5% ໄປເຄື່ອນໄຫວຢູ່ທີ່ປະມານ 70,16 ໂດລາຕໍ່ຮຸ້ນ.

ທີ່ໜ້າສົນໃຈກໍຄື ການເຄື່ອນໄຫວຄັ້ງນີ້ຂອງທັງ Google ແລະ Coinbase ຈະຊ່ວຍກະຕຸ້ນຕະຫຼາດ Cryptocurrency ທີ່ກຳລັງຂາລົງໃນປັດຈຸບັນນີ້ ໄດ້ແນວໃດແດ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ