ສປປ ລາວ ງົດອອກສຽງໃນການລົງມະຕິປະນາມຣັດເຊຍ ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະ​ປະຊາ​ຊາດ

ສປປ ລາວ

ໃນວັນທີ 12 ​ຕຸລາ 2022 ທີ່ຜ່ານມາ ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດໄດ້ຈັດກອງປະຊຸມ ແລະ ໄດ້ລົງມະຕິປະນາມຣັດເຊຍ ກໍລະນີຮັບຮອງດິນແດນຂອງຢູເຄຣນເປັນສ່ວນໜຶ່ງຂອງຣັດເຊຍ ເຊິ່ງຜົນການລົງມະຕິ ປາກົດວ່າ ມີ 143 ປະເທດລົງມະຕິເຫັນດີ ດ້ວຍ 143 ຕໍ່ 5 ສຽງ. ແຕ່ມີ 35 ປະເທດທີ່ງົດອອກສຽງ ເຊັ່ນ: ປະເທດໄທ, ປະເທດຈີນ, ອິນເດຍ, ແອຟຣິກາໃຕ້, ປາກີສະຖານ ລວມເຖິງ ສປປ ລາວ ອີກດ້ວຍ.

ສປປ ລາວ

ມະຕິນີ້ແມ່ນໄດ້ປະນາມການກະທຳຂອງຣັດເຊຍທີ່ດຳເນີນການໃນສິ່ງທີ່ເອີ້ນວ່າ “ປະຊາມະຕິ” ພາຍໃນເຂດແດນຂອງຢູເຄຣນ ທີ່ໄດ້ຮັບການຮັບຮອງຈາກນານາຊາດ ແລະ ຄວາມພະຍາຍາມຮວມດິນແດນ ໂດຍບໍ່ມີຄວາມຍຸຕິທຳດ້ວຍກົດໝາຍ 4 ແຄວ້ນຂອງຢູເຄຣນ ທີ່ປະກາດໂດຍປະທານາທິບໍດີ “ປູຕິນ” ເມື່ອເດືອນກັນຍາທີ່ຜ່ານມານີ້.

ຂໍ້ສະເໜີນີ້ຮຽກຮ້ອງໃຫ້ສະຫະປະຊາຊາດ ແລະ ອົງກອນລະຫວ່າງປະເທດທັງຫຼາຍບໍ່ຮັບຮອງການປ່ຽນແປງໃດໆ ຕໍ່ເຂດແດນທີ່ຖະແຫຼງໂດຍຣັດເຊຍ ແລະ ຮຽກຮ້ອງໃຫ້ຣັດເຊຍປ່ຽນການຕັດສິນໃຈດັ່ງກ່າວໃນທັນທີ ແລະ ແບບບໍ່ມີເງື່ອນໄຂ.

ສປປ ລາວ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ