ຊາວຣັດເຊຍຫຼາຍຊີວິດ ຕັດສິນໃຈຂຶ້ນເຮືອໜີການເກນທະຫານໄປຫຼົບໄພທີ່ເກົາຫຼີໃຕ້ ແຕ່ຖືກປະຕິເສດການໃຫ້ເຂົ້າປະເທດ

ຊາວຣັດເຊຍ

ເມື່ອວັນທີ 12 ຕຸລາ 2022 ສຳນັກຂ່າວ Reuters ໄດ້ອ້າງອີງການລາຍງານຂອງສະຖານີໂທລະພາບ KBS ຂອງເກົາຫຼີໃຕ້ທີ່ໄດ້ລະບຸວ່າໃນວັນອັງຄານທີ 11 ຕຸລາ 2022 ມີຊາວຣັດເຊຍຢ່າງໜ້ອຍ 23 ຄົນເດີນທາງດ້ວຍເຮືອຍອດຊ໌ (yacht) 4 ລໍາມາຮອດເກົາຫຼີໃຕ້ຕັ້ງແຕ່ປາຍເດືອນກັນຍາ ແຕ່ໃນຈໍານວນດັ່ງກ່າວມີພຽງ 2 ຄົນເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດ ສ່ວນທີ່ເຫຼືອແມ່ນຖືກປະຕິເສດທັງໝົດ ເນື່ອງຈາກເຈົ້າໜ້າທີ່ຂອງເກົາຫຼີໃຕ້ເບິ່ງວ່າການເດີນທາງຂອງກຸ່ມຄົນດັ່ງກ່າວບໍ່ຊັດເຈນ ແລະ ມີເອກະສານບໍ່ຄົບຖ້ວນ.

ຊາວຣັດເຊຍ

ທາງເຈົ້າໜ້າທີ່ເກົາຫຼີທີ່ປະຈໍາການຢູ່ຝັ່ງໄດ້ບອກກັບ Reuters ວ່າ 1 ໃນ 4 ເຮືອຍອດຊ໌ທີ່ບັນທຸກຜູ້ໂດຍສານເປັນຊາວຣັດເຊຍ 5 ຄົນໄດ້ເດີນທາງອອກຈາກເກົາຫຼີໃຕ້ໄປແລ້ວເມື່ອວັນທີ 11 ຕຸລາ ຫຼັງຈາກທີ່ເດີນທາງມາຈາກເມືອງ ວະລາດິໂວສະໂຕກ (Vladivostok) ຂອງຣັດເຊຍ ມາຮອດເກາະ ອູລລຶງ (Ulleung) ເກົາຫຼີໃຕ້ເມື່ອວັນທີ 30 ກັນຍາທີ່ຜ່ານມາ.

ເຈົ້າໜ້າທີ່ຍັງລະບຸອີກວ່າເຮືອລໍາດັ່ງກ່າວເຂົ້າມາອາໄສຫຼົບໄພຈາກສະພາບອາກາດທີ່ຮຸນແຮງ ແລະເຈົ້າໜ້າທີ່ກໍໄດ້ມອບອາຫານພ້ອມກັບຄວາມຊ່ວຍເຫຼືອອື່ນໆ ທີ່ຈຳເປັນໃຫ້ແກ່ກຸ່ມຄົນດັ່ງກ່າວ ແຕ່ວ່າບໍ່ໄດ້ຊີ້ແຈງເຖິງສາເຫດທີ່ຄົນເຫຼົ່ານີ້ຖືກປະເສດການເຂົ້າເມືອງ.

ຊາວຣັດເຊຍ

ທາງດ້ານສຳນັກຂ່າວ KBS ລາຍງານວ່າ ເຮືອຍອດຊ໌ທີ່ເຫຼືອ 3 ລຳໄດ້ເຂົ້າມາຈອດທຽບທ່າທີ່ເມືອງໂປຮັງ (Pohang) ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງເກົາຫຼີໃຕ້ໃນໄລຍະຫຼາຍມື້ກ່ອນ ໂດຍຄົນໃນເຮືອສ່ວນໃຫຍ່ເປັນຊາວຣັດເຊຍທີ່ມີອາຍຸປະມານ 20-30 ປີ ເຮືອລໍາໜຶ່ງໃນນັ້ນມີຜູ້ໂດຍສານເປັນຊາຍ 9 ຄົນ ແລະຍິງ 1 ຄົນ ສ່ວນອີກລໍາໜຶ່ງທີ່ມີຂະໜາດນ້ອຍກວ່າມີຜູ້ເດີນທາງເປັນຊາຍ 4 ຄົນ.

ຢ່າງໃດກໍດີເຈົ້າໜ້າທີ່ກະຊວງຍຸຕິທຳເກົາຫຼີໃຕ້ປະຕິເສດທີ່ຈະໃຫ້ຂໍ້ມູນກ່ຽວກັບຜູ້ເດີນທາງຊາວຣັດເຊຍເຫຼົ່ານີ້ ໂດຍກ່າວວ່າປົກກະຕິແລ້ວຊາວຣັດເຊຍສາມາດເຂົ້າເກົາຫຼີໄດ້ໂດຍບໍ່ຕ້ອງຂໍວີຊ່າຫາກໄດ້ຮັບການອະນຸມັດລ່ວງໜ້າຜ່ານລະບົບການຂໍເຂົ້າປະເທດທາງອີເລັກໂທຣນິກ.

ຊາວຣັດເຊຍ

ສຳລັບກໍລະນີທີ່ຊາວຣັດເຊຍຫຼົບໜີອອກຈາກນອກປະເທດແບບນີ້ຄາດວ່າມາຈາກສາເຫດທີ່ ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ປະກາດເອີ້ນລະດົມພົນເພີ່ມເມື່ອວັນທີ 21 ກັນຍາທີ່ຜ່ານມາ ເພື່ອໄປສູ້ຮົບສົງຄາມໃນຢູເຄຣນ. ທັງນີ້ຊາວຣັດເຊຍສ່ວນໃຫຍ່ອອກນອກປະເທດໂດຍທາງລົດ, ລົດໄຟ ແລະ ເຮືອບິນ ເພື່ອເດີນທາງໄປຍັງປະເທດໃນທະວີບຢູໂຣບແລະປະເທດເພື່ອນບ້ານຂອງຣັດເຊຍທີ່ເຄີຍເປັນອະດີດສະຫະພາບໂຊວຽດເຊັ່ນ: ຈໍເຈຍ, ອາເຊີໄບຈານ ແລະ ຄາຊັກສະຖານ.

ຊາວຣັດເຊຍ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ