ພັດທະນາຕໍ່ໄປ! Meta ເຜີຍ Avatar ຮຸ່ນໃໝ່ ຈະມີຂາມາເພີ່ມ ແລະ ສາມາດເຂົ້າຮ່ວມປະຊຸມ Zoom ແທນຄົນທີ່ບໍ່ໄດ້ຢູ່ໜ້າຈໍໄດ້

Meta

ໃນປີ 2021 ທີ່ຜ່ານມາ ບໍລິສັດຊື່ດັງຂອງໂລກຢ່າງ “Facebook” ກໍໄດ້ມີການປ່ຽນແປງຄັ້ງໃຫຍ່ໂດຍການປ່ຽນຊື່ແບຣນຕົນເອງມາເປັນ “Meta” ພ້ອມນັ້ນຍັງມີການເປີດຕົວແພລັດຟອມໂລກສະເໝືອນຈິງ ຫຼື ທີ່ຫຼາຍໆຄົນຮູ້ຈັກໃນຊື່ Metaverse ໂດຍມີຈຸດປະສົງຄືຕ້ອງການສ້າງເທັກໂນໂລຢີແລະພື້ນທີ່ໃໝ່ເພື່ອເຊື່ອມຕໍ່ກັບຜູ້ຄົນທົ່ວໂລກ ເຊິ່ງຜູ້ຢູ່ເບື້ອງຫຼັງແລະເປັນຫົວເຮືອສະໜັບສະໜູນແນວຄິດນີ້ກໍບໍ່ແມ່ນໃຜອື່ນໄກ ນັ້ນກໍຄື Mark Zuckerberg ຜູ້ກໍ່ຕັ້ງ Meta ນັ້ນເອງ.

Meta

ທັງນີ້ ມີລາຍງານຫຼ້າສຸດຈາກງານ Meta Connect ທີ່ຈັດຂຶ້ນເມື່ອວັນອັງຄານ ທີ 11 ຕຸລາ 2022 ວ່າ Mark Zuckerberg ໄດ້ປະກາດວ່າ ອະວາຕາ (Avatar) ຮຸ່ນໃໝ່ ຫຼືຮຸ່ນຕໍ່ໄປຂອງ Meta ຈະມີຂາເພີ່ມຂຶ້ນມານຳ ຈາກແຕ່ກ່ອນທີ່ປາກົດພຽງອະວາຕາທີ່ລຳຕົວລອຍໄດ້ ໂດຍມີຫົວ, ແຂນ ແລະມືເທົ່ານັ້ນ Mark ກ່າວວ່າເມື່ອມີຂາເພີ່ມຂຶ້ນມາກໍຈະສາມາດເຄື່ອນທີ່ໄປໃນສະຖານທີ່ຕ່າງໆ ໃນໂລກອອນລາຍໄດ້.

Meta

ພ້ອມນັ້ນອະວາຕາຮຸ່ນໃໝ່ນີ້ຍັງຕອບໂຈດກຸ່ມຜູ້ໃຊ້ງານທີ່ບໍ່ຕ້ອງການຢູ່ໃນກ້ອງ ແຕ່ຍັງຕ້ອງການສະແດງຕົວຕົນເທິງໜ້າຈໍ ເຊິ່ງກໍສາມາດໃຊ້ອະວາຕາເປັນຕົວແທນເຂົ້າຮ່ວມປະຊຸມຜ່ານ Zoom ໄດ້.

ໂດຍອະວາຕາຮຸ່ນໃຫມ່ຖືກອອກແບບມາໃຫ້ມີຄວາມແຂງແຮງ ແລະສາມາດສະແດງອອກທາງສີໜ້າພ້ອມກັບສ້າງຄວາມເຄື່ອນໄຫວທີ່ຫຼາກຫຼາຍເພື່ອຖ່າຍທອດຄວາມຮູ້ສຶກຂອງຜູ້ຄົນໄດ້ດີຂຶ້ນ. ຍິ່ງໄປກວ່ານັ້ນ ຜູ້ໃຊ້ງານຈະສາມາດເລືອກປະເພດຮູບແບບຮ່າງກາຍແລະໂທນສີສຳລັບອະວາຕາຂອງຕົນເອງໄດ້ ໂດຍທາງ Meta ຄາດວ່າຈະເປີດໃຫ້ໄດ້ໃຊ້ບໍລິການພາຍໃນປີ 2023.

Meta

ນອກຈາກນີ້ແລ້ວ Mark Zuckerberg  ຍັງກ່າວອີກວ່າ ເຮົາຕ້ອງການນຳປະສົບການໃໝ່ໆມາສູ່ Horizon Worlds  ຫຼາຍຂຶ້ນ ເພາະທີ່ຜ່ານມາເຮົາໄດ້ມີການພັດທະນາແລະປັບປຸງເທັກໂນໂລຢີຢ່າງຕໍ່ເນື່ອງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ