ພະນັກງານ Apple ໃນອອສເຕຣເລຍ ລວມຕົວກັນພັກວຽກ ເພື່ອປະທ້ວງ ຫຼັງການເຈລະຈາເພີ່ມຄ່າແຮງບໍ່ມີຄວາມຄືບໜ້າ

Apple

ສະພາແຮງງານການຄ້າຍ່ອຍ ແລະ ອາຫານຈານດ່ວນ (RAFFWU) ຕົວແທນແຮງງານຂອງຊາວ ອອສເຕຣເລຍຂອງບໍລິສັດ Apple ໄດ້ລົງຄຳເຫັນ ແລະ ນັດກັນພັກວຽກເພື່ອປະທ້ວງ ເນື່ອງຈາກການເຈລະຈາຄ່າແຮງບໍ່ມີຄວາມຄືບໜ້າ.

ໂດຍການປະທ້ວງຄັ້ງນີ້ ບັນດາພະນັກງານຈະນັດກັນພັກວຽກເປັນເວລາ 1 ຊົ່ວໂມງ ໃນວັນທີ 18 ຕຸລາ ທີ່ຈະມາຮອດນີ້ ໂດຍມີວັດຖຸປະສົງເພື່ອເຮັດໃຫ້ການດຳເນີນງານຂອງ Apple ໃນອອສເຕຣເລຍນັ້ນຕ້ອງຕິດຂັດ ແລະ ເພື່ອເພີ່ມແຮງກົດດັນທີ່ບໍລິສັດຕ້ອງປະເຊີນໃນພາກສ່ວນອື່ນໆ ຂອງອຸດສາຫະກຳທີ່ກ່ຽວຂ້ອງ.

Apple

ທາງ RAFFWU ລະບຸວ່າ ພະນັກງານຈາກ Apple 150 ຄົນຈາກ 4.000 ຄົນເຊິ່ງເປັນຕົວແທນຈາກ RAFFWU ຈະເປັນຕົວຕັ້ງຕົວຕີໃນການຢຸດວຽກຄັ້ງນີ້ ເຊິ່ງຈະສົ່ງຜົນກະທົບຕໍ່ການໃຫ້ບໍລິການສ່ວນໃຫຍ່ໃນຮ້ານຄ້າຢ່າງໜ້ອຍ 3 ແຫ່ງຈາກທັງໝົດ 22 ແຫ່ງໃນ ອອສເຕຣເລຍ.

Apple

ໂດຍການພັກວຽກເພື່ອປະທ້ວງຄັ້ງນີ້ຈະຖືເປັນຄັ້ງທຳອິດຂອງ Apple ໃນອອສເຕຣເລຍ ແລະ ຖືເປັນການຂະຫຍາຍຂອບເຂດການຕໍ່ຮອງເພື່ອຂຶ້ນຄ່າແຮງທົ່ວໂລກ ຫຼັງປະເຊີນກັບແຮງກົດດັນຈາກຄ່າຄອງຊີບທີ່ເພີ່ມສູງຂຶ້ນ. ຈົນເຮັດໃຫ້ພະນັກງານຂອງ Apple ໃນສະຫະລັດ ອາເມຣິກາ ແລະ ບໍລິສັດຂະໜາດໃຫຍ່ທົ່ວໂລກຕ້ອງການຄ່າຈ້າງທີ່ສູງຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ